ຫຼວງພຣະບາງ ເຂັ້ມງວດ ລັກຂາຍ ຜລິຕພັນ ຈາກສັດປ່າ
ແຂວງຫຼວງພຣະບາງ ກວດກາ ເຂັ້ມງວດ ການລັກຂາຍ ຜລິຕພັນ ຈາກຊິ້ນສ່ວນ ສັດປ່າ.
-
ສຸພັດຕາ
2019-12-27 -
-
-
Your browser doesn’t support HTML5 audio
ທາງການ ແຂວງຫຼວງພຣະບາງ ກວດກາ ເຂັ້ມງວດ ບໍ່ໃຫ້ມີ ການລັກຂາຍ ຜລິຕພັນ ຈາກຊິ້ນສ່ວນ ສັດປ່າ ທີ່ຜິດກົດໝາຍ ຍ້ອນ 3 ປີ ທີ່ຜ່ານມາ ເຈົ້າໜ້າທີ່ ຍຶດຜລິຕພັນ ທີ່ເຮັດມາຈາກ ງາຊ້າງ ແລະ ອື່ນໆ ໄດ້ 200 ປາຍກິໂລກຣາມ. ຍຶດໄດ້ຫຼາຍຄັ້ງ ຄັ້ງລະ 2-3 ກິໂລກຣາມ, ເຊິ່ງສ່ວນໃຫຍ່ ແມ່ນຄົນຈີນ ເຂົ້າມາລົງທຶນ ເປີດຮ້ານຂາຍ ຜລິຕພັນ ທີ່ເຮັດຈາກ ງາຊ້າງ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ແຂວງຫຼວງພຣະບາງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 26 ທັນວານີ້:
“ຍຶດໄດ້ 2017, 2018, 2019 ໄດ້ 200 ກວ່າ ກິໂລເນາະ. ຄັ້ງລະ 2 ໂລ 3 ໂລ 10-20 ໂລ ໄປຈັ່ງຊັ້ນ ລະເນາະ. ສ່ວນໃຫຍ່ ແມ່ນຮ້ານຂາຍເຄື່ອງ ທີ່ຣະນຶກ ລະກະແມ່ນ ພວກຊາວຈີນ ສ່ວນໃຫຍ່ ທີ່ລົງມາເຮັດ ທຸຣະກິຈ ຢູ່ລາວ ແລະ ກໍໄດ້ບອກ ຂະເຈົ້າ ເຊົາຂາຍ.”
ທ່ານກ່າວຕື່ມວ່າ ສ່ວນໃຫຍ່ ຄົນຈີນ ເຂົ້າມາລົງທຶນ ເຮັດທຸຣະກິຈ ແລ້ວບໍ່ຮູ້ ກົດໝາຍ ກ່ຽວກັບ ການຕ້ານ ແລະ ສະກັດກັ້ນ ການຊື້-ຂາຍ ຊິ້ນສ່ວນ ສັດປ່າ, ພືດປ່າ ຫວງຫ້າມ ແລະໃກ້ສູນພັນ, ເຊິ່ງ ສປປ ລາວ ຫ້າມຂາຍ ຜລິຕພັນ ທີ່ເຮັດດ້ວຍ ງາຊ້າງ ແລະ ສັດອື່ນໆ ມາແຕ່ປີ 2006. ແລະ ປັດຈຸບັນ ກໍຫ້າມເດັດຂາດ ບໍ່ໃຫ້ຂາຍ ເຄື່ອງທີ່ຣະນຶກ ທີ່ເຮັດມາຈາກ ຊິ້ນສ່ວນ ສັດປ່າ, ແມ່ນແຕ່ ຂອງປອມ ທີ່ເຮັດ ມາຈາກ ຢາງພາຣາ ກໍຕາມ.
“ຜູ້ທີ່ ເອົາມາຂາຍໃຫ້ ນັກທ່ອງທ່ຽວນີ້ ມັນບໍ່ເຂົ້າໃຈ ເລິກເຊິ່ງ ໃນເຣື່ອງ ກົດໝາຍລາວ ຢ່າງເຂັ້ມງວດ. ຄືຊິ້ນສ່ວນ ກໍບໍ່ໃຫ້ຂາຍ ຫຼືວ່າ ເປັນຂອງປອມ ຫຼື ເປັນຢາງພາຣາ ພລາສຕິກພວກນີ້ ທີ່ມາປອມແປງ ເປັນຊິ້ນສ່ວນ ສັດປ່າ. ຫ້າມເດັດຂາດ ບໍ່ໃຫ້ຂາຍ ຫ້າມລຽນແບບ.”
ເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ກ່າວວ່າ ປັດຈຸບັນ ບໍ່ມີຮ້ານຂາຍ ຂອງທີ່ຣະນຶກ ທີ່ເຮັດມາຈາກ ຊິ້ນສ່ວນ ສັດປ່າແລ້ວ.
“ດຽວນີ້ ຢູ່ຫຼວງພຣະບາງ ບໍ່ມີແລ້ວເດ. ງາຊ້າງ, ໜໍແຮດ, ດູກເສືອ ດູກຫຍັງນີ້ນະ ປະເພດສັດ ທີ່ຫວງຫ້າມ ເພິ່ນກໍເອົາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງຕິດຕາມ ກວດກາ ຢ່າງລະອຽດ. ເຣື່ອງລັກລອບ ເພາະເຂົາ ເອົາເຂົ້າມາ ກໍເປັນສິ່ງ ນ້ອຍໆເນາະ ໃສ່ຖົງດ້າມເລັກ ດ້າມນ້ອຍ ມາຂາຍ. ຖ້າເຈົ້າໜ້າທີ່ເຫັນ ຢູ່ບ່ອນໃດ ຕ້ອງປະຕິບັດ ຕາມກົດໝາຍ.”
ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ໄດ້ຕິດປ້າຍ ໂຄສະນາ ຢູ່ຕາມຮ້ານ ຕ່າງໆ ບໍ່ໃຫ້ຂາຍ ຜລິຕພັນ ທີ່ເຮັດມາຈາກ ຊິ້ນສ່ວນ ສັດປ່າ ເດັດຂາດ. ຫາກພົບເຫັນ ຈະຖືກປັບໃໝ ແລະ ດໍາເນີນຄດີ ຕາມກົດໝາຍ ທັນທີ.