ຊາວບ້ານ ພົບພຣະພຸທທະຮູບ ເກົ່າແກ່ ຢູ່ເມືອງວຽງທອງ ບໍຣິຄຳໄຊ
ຊາວບ້ານໄດ້ພົບ ພຣະພຸທທະຮູບ ເກົ່າແກ່ຈຳນວນ 13 ອົງ, ພຣະຂີ້ຄັ່ງ 1 ອົງ, ຄ້ອງ 1 ໜ່ວຍ ແລະ ດາບອີກ 29 ດວງ, ໃນນີ້ເປັນດວງດີ 22 ດວງ ຈາກນັ້ນໄດ້ແຈ້ງໃຫ້ແກ່ ອຳນາດການປົກຄອງ ຂັ້ນບ້ານ ແລະ ເມືອງ.
-
ໄຊຍາ
2023-05-01 -
-
-
Your browser doesn’t support HTML5 audio
ໃນວັນທີ 23 ເມສາ 2023 ທີ່ຜ່ານມາ ຊາວບ້ານ 3 ຄົນ ໄດ້ເດີນທາງໄປຊອກຫາກິນໃນປ່າຢູ່ຖໍ້ານໍ້າອອກຮູ ຫຼື ຊາວບ້ານໃນພື້ນທີ່ເອີ້ນວ່າ ຍອດນໍ້າເອົ້າ ພັດພົບເຫັນພຣະພຸທທະຮູບ ເກົ່າແກ່ຈຳນວນ 13 ອົງ, ພຣະຂີ້ຄັ່ງ 1 ອົງ, ຄ້ອງ 1 ໜ່ວຍ ແລະ ດາບອີກ 29 ດວງ, ໃນນີ້ເປັນດວງດີ 22 ດວງ ຈາກນັ້ນໄດ້ແຈ້ງໃຫ້ແກ່ ອຳນາດການປົກຄອງ ຂັ້ນບ້ານ ແລະ ເມືອງ. ດັ່ງຊາວບ້ານນາດີ ເມືອງວຽງທອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 01 ພຶສພາ 2023 ນີ້ວ່າ:
“ແມ່ນແທ້ເພິ່ນໄປເຮັດພິທີ ຢູ່ຖໍ້າແລ້ວ ກໍເຊີນເພິ່ນເຂົ້າມາຢູ່ວັດ ເຂົ້າຢູ່ວັດ ແລ້ວຕອນນີ້ວັດບ້ານນາດີ ເຄີຍພົບເທື່ອນຶ່ງ ເທື່ອນັ້ນຢູ່ຄົນລະຖໍ້າພຣະ ແບບພຣະທັມມະດາ ຫັ້ນນ່າ ໂຕນີ້ແບບເປັນພຣະເກົ່າແກ່ ປະມານຫຼາຍຮ້ອຍປີ ແລ້ວຊົມລັກສະນະ ເພິ່ນກໍຍັງແບບຍັງງາມຍັງຄືເກົ່າ ເຮັດຈາກວັດຖຸບູຮານ.”
ຍານາງກ່າວຕື່ມວ່າ ສຳລັບຖໍ້ານໍ້າອອກຮູແມ່ນເປັນຖໍ້າ ທີ່ຊາວບ້ານພາຍໃນບ້ານນາດີ ຮູ້ຈັກເປັນຢ່າງດີເປັນຖໍ້າທີ່ມັກມີນໍ້າໄຫຼ ອອກມາທາງໄລຍະວ່າງ ຂອງຫີນ ລົງສູ່ແຫຼ່ງນໍ້າ ໃນບ້ານ ແລະເມື່ອມີການພົບເຫັນພຣະພຸທຮູບ ບູຮານ ເປັນເຣື່ອງທີ່ໜ້າຍິນດີ ຂອງຊາວບ້ານໃນບ້ານ. ສ່ວນເຣື່ອງວ່າ ເປັນພຣະພຸທທະຮູບຄຳ ທັງໝົດ ຫຼື ບໍ່ນັ້ນ ຈຳເປັນຕ້ອງລໍຖ້າ ພາກສ່ວນທີ່ກ່ຽວຂ້ອງ ມາກວດສອບຕື່ມ.
ຍານາງກ່າວຕື່ມວ່າ ກ່ອນໜ້ານີ້ພາຍໃນບ້ານນາດີ ຊາວບ້ານທີ່ເດີນທາງໄປຊອກຫາກິນ ໃນປ່າກໍໄດ້ພົບເຫັນ ພຣະພຸທທະຮູບແລ້ວເທື່ອນຶ່ງ ຢູ່ບໍຣິເວນຖໍ້າຄືກັນ ແຕ່ບໍ່ມີສື່ຊຶ່ງການພົບເຫັນໃນເທື່ອນັ້ນ ເປັນພຣະພຸທຮູບຂນາດນ້ອຍ ແລະເຮັດຈາກວັດຖຸທົ່ວໄປ ທີ່ບໍ່ແມ່ນບູຮານ ຊຶ່ງຜູ້ທີ່ໄດ້ພົບເຫັນກໍໄດ້ແຈ້ງ ໃຫ້ອຳນາດການປົກຄອງ ຂັ້ນບ້ານໄດ້ຮັບຮູ້ ແລະປະສານງານຕໍ່ໄປ ຍັງພາກສ່ວນທີ່ກ່ຽວຂ້ອງແລ້ວ.
ເຖິງແມ່ນວ່າ ພຣະພຸທຮູບເກົ່າແກ່ ແລະວັດຖຸບູຮານເລົ່ານີ້ ຈະພົບເຫັນຢູ່ບ້ານນາດີ ແຕ່ຢ່າງໃດກໍຕາມໃນມື້ວັນທີ່ຄຣູບາອາຈານ ເດີນທາງມາເຮັດພິທີສູດ ແມ່ນມີຊາວບ້ານ ຢູ່ບ້ານໃກ້ຄຽງເປັນຕົ້ນ ບ້ານນໍ້າຢ້າງ ແລະ ບ້ານວັງຫີນ ພາຍໃນເມືອງວຽງທອງ ເດີນທາງເຂົ້າມາ ຮ່ວມງານບຸນດັ່ງກ່າວນີ້ ເປັນຈຳນວນ 100 ປາຍຄົນ.
ດັ່ງຊາວບ້ານ ຢູ່ບ້ານນໍ້າຢ້າງເມືອງວຽງທອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ມີແຕ່ເຮົາຫັ້ນອອກໄປຮອດພິທີ ແຕ່ບໍ່ຮູ້ວ່າເພີ່ນເອົາໄປຢູ່ໃສເນາະ ບໍ່ຮູ້ໄປກໍໍບໍ່ໄດ້ຮອດເຂົາເພາະວ່າ ມີແຕ່ໄປເຮັດໂຮງທານ ແຈກນໍ້າແຈກຫຍັງ ແລ້ວກໍກັບແລ້ວແຕ່ພຣະເພິ່ນ ຢາກຢູ່ຄັນຖ້າວ່າເພິ່ນຢາກຢູ່ເມືອງໃຫຍ່ ເຂົາກໍເອົາເມືອງໃຫຍ່ ແລ້ວແຕ່ເພິ່ນຢາກຢູ່ເຮົາຕ້ອງໄດ້ສູດ ໄດ້ຫຍັງ ເຮົາຕ້ອງໄດ້ສູດໄດ້ເບິ່ງໃຫ້ຮູ້ວ່າເພິ່ນຢາກຢູ່ໃສ ແລ້ວເຂົາກໍເອົາໄປໄວ້ບ່ອນອື່ນ.”
ຍານາງກ່າວຕື່ມວ່າ ພາຍໃນເມືອງວຽງທອງມີພໍ່ແມ່ ປະຊາຊົນ ພົບເຫັນພຣະພຸທທະຮູບ ແລະວັດຖຸບູຮານແລ້ວ ຫຼາຍເທື່ອ ລະຫວ່າງຊອກຫາກິນ ແລະຫຼັງຈາກພວກເຂົາເຈົ້າແຈ້ງ ແລະສົ່ງມອບໃຫ້ອຳນາດການປົກຄອງ ຂັ້ນບ້ານໄດ້ຮັບຮູ້ພາກສ່ວນທີ່ກ່ຽວຂ້ອງ ກໍຈະເຂົ້າມາກວດສອບເຮັດ ພິທີສູດ ແລະນຳໄປຮັກສາໄວ້ຢູ່ບ່ອນທີ່ເໝາະສົມ ຊຶ່ງບໍ່ແມ່ນແຕ່ສະເພາະແຕ່ ວັດພາຍໃນພື້ນທີ່.
ທີຜ່ານມາເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວຈະທຳໜ້າທີ່ ກວດສອບອາຍຸ, ຮູບແບບສລປະ ແລະ ເກັບຮັກສາໄວ້ເປັນມໍຣະດົກຂອງຊາຕ. ວັດຖຸບູຮານຈຳນວນຫຼາຍ ພັດບໍ່ທັນໄດ້ຖືກຮັກສາ ແລະ ຍັງຕົກຢູ່ໃນມືຂອງກຸ່ມຄົນບໍ່ດີ.
ດັ່ງນັກຊ່ຽວຊານສິລປະ ແລະ ວັທນະທັມ ທ່ານນຶ່ງກ່າວວ່າ:
“ເພິ່ນກໍມີກົດໝາຍ ຮອງຮັບຢູ່ເຈົ້າເຣື່ອງໂຕນີ້ ກໍເຣື່ອງຂາຍໂຕວັດຖຸບູຮານ ສົມບັດຂອງຊາຕຕ່າງໆ ແຕ່ບາງເທື່ອ ມັນກໍຄືຍຸກນີ້ຂອງບູຮານແທ້ໆ ເພິ່ນຈົດຂຶ້ນທະບຽນອີ່ຫຍັງໄວ້ເບິດແລ້ວແຕ່ວ່າຄັນຊິມີແທ້ໆ ກໍມີແຕ່ຂະເຈົ້າ ລອກລຽນແບບຂະເຈົ້າເຮັດປອມ ເຮັດຫຍັງຫຼາຍ ກ່ວາເພາະວ່າຄັນຂອງແທ້ໆ ເນາະເພິ່ນຈະຖືກຂຶ້ນທະບຽນອິຫຍັງໄວ້ ໃນແຕ່ລະເຂດແຕ່ລະບ້ານ ແຕ່ລະເມືອງແມ່ນຫຍັງເພິ່ນຈະຂຶ້ນທະບຽນໄວ້ເບິດ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາຊາວບ້ານມັກພົບວັດຖຸບູຮານ ຂະນະທີ່ເຮັດການກະເສດ, ຊອກເຄື່ອງຢູ່ປ່າ ບໍຣິເວນຖໍ້າ ຊຶ່ງມີຄວາມເຊື່ອກັນວ່າບັນພະບູຣຸດ ຂອງຊາວລາວຈະຊ່ອຍກັນສ້າງ ພຣະພຸທທະຮູບ ສຳລັບພົກຕິດໂຕລະຫວ່າງ ເດີນທາງ ຫຼື ສົງຄາມ ແລະມັກຈະນຳໄປຮັກສາ ຢູ່ພາຍໃນຖໍ້າເພື່ອຄວາມປອດພັຍ ຈາກສັດຕຣູ.
ອີງຕາມການຣາຍງານ ຂອງ ທ່ານ ຊຽງທອງ ປະທຳມະວົງ ນາຍບ້ານ ບ້ານນາດີ ເມືອງວຽງທອງໄດ້ກ່າວວ່າ ມີຊາວບ້ານພາຍໃນບ້ານ 3 ຄົນ ຄື ທ້າວສົມຈັນ, ທ້າວແສງຈັນ ແລະ ທ້າວຫອມ ອອກໄປຊອກຫາກິນໃນປ່າຢູ່ຖໍ້ານໍ້າອອກຮູ ຊຶ່ງຢູ່ຫ່າງຈາກບ້ານປະມານ 3 ກິໂລແມັດໃນຂະນະນັ້ນ ທັງສາມໄດ້ໄປພົບເຫັນພຣະພຸທຮູບ ທີ່ລົ້ມຢູ່່ຈຶ່ງໄດ້ເຂົ້າໄປຕັ້ງຂຶ້ນ ພ້ອມກັບກົ້ມກາບນົບ ແລະແຈ້ງໃຫ້ອຳນາດການປົກຄອງຂັ້ນບ້ານຮັກສາ ຈາກນັ້ນພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຣາຍງານຕໍ່ອຳນາດການປົກຄອງຂັ້ນເມືອງ ແລະອົງການພຸທທະສາສນາ ສັມພັນລາວ ເມືອງວຽງທອງ ໃຫ້ຮັບຮູ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງ ອອກຊື່ ແລະຕຳແໜ່ງກ່າວວ່າ:
“ຍັງບໍ່ຮູ້ວ່າເພິ່ນຊິເອົາໄປຮັກສາ ຢູ່ບ່ອນໃດຕອນນີ້ນ່າພົບເຫັນຫຼາຍ ບ່ອນແລ້ວຈະເປັນວັດແຕ່ວ່າ ວັດໃຫຍ່ຫຼືວ່າວັດຈຸດຫັ້ນເນາະເພີ່ນຮັກສາໄດ້ຈະມີແຜນຖແລງຂ່າວ ລົງມາຂຶ້ນທະບຽນຂຶ້ນໆ ເພິ່ນຈະມາຂຶ້ນທະບຽນສ່ວນວ່າ ຈະເປັນພຣະແນວໃດເນາະ ເພິ່ນກໍຍັງບໍ່ແຈ້ງລະອຽດນ່າ ເພິ່ນຕ້ອງມາຂຶ້ນທະບຽນແລ້ວ ເພິ່ນຈຶ່ງຈະໄດ້ຢູ່ທີ່ກົມວັທນະທັມ ຂອງສູນກາງແລ້ວຈະເຮັດເປັນປື້ມ ແຈ້ງລົງມາໃຫ້ທາງບ້ານເນາະ.”
ໃນວັນທີ 24 ເມສາ ທີ່ຜ່ານມາ ທ່ານ ພັນເອກ ຄຳແພນ ວິລື້ທຳ ເຈົ້າເມືອງ ເມືອງວຽງທອງ ພຣະຄຣູ ຄຳພອນ ທາອິນໄຊຍະວົງ ປະທານອົງການ ພຸທທະສາສນາ ສັມພັນ ລາວ ເມືອງວຽງທອງ ກໍໄດ້ນຳພາພາກສ່ວນທີ່ກ່ຽວຂ້ອງ ພໍ່-ແມ່ ປະຊາຊົນ ຊາວເມືອງວຽງທອງ ໄປອັນເຊີນເອົາພຣະພຸທທະຮູບ ແລະ ວັດຖຸບູຮານ ຈຳນວນດັ່ງກ່າວອອກມາ ຈາກຖໍ້າເພື່ອມາປະດິດສະຖານ ໃນໄລຍະທຳອິດ ຢູ່ວັດບ້ານນາດີແລະຈະມີການປຶກສາ ຫາລື ເພີ່ມຕື່ມວ່າຈະນຳພຣະພຸທທະຮູບເກົ່າແກ່ ແລະວັດຖຸບູຮານໄປເກັບຮັກສາໄວ້ຢູ່ບ່ອນໃດ ໃຫ້ມີຄວາມປອດໄພ ຊຶ່ງຄາດວ່າຈະໃຊ້ໄລຍະເວລາປະມານ 1 ເດືອນປາຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງ ອອກຊື່ ແລະຕຳແໜ່ງ ອີກທ່ານນຶ່ງກ່າວວ່າ:
“ເພິ່ນຍັງປຶກສາກັນ ຢູ່ບໍ່ຮູ້ວ່າໄປມ້ຽນໃສອັນນັ້ນ ຍັງບໍ່ຮູ້ເພິ່ນຍັງປຶກສາ ກັນທາງ ອພສ (ອົງການພຸທທະສາສນາ ສັມພັນລາວ ເມືອງວຽງທອງ) ເພິ່ນຍັງປຶກສາກັນກ່ອນນ່າ ອັນຂແນງກໍລົງມາເກັບກຳ ແລ້ວກໍປະສານຫາທາງສຳຣວດ ຂຶ້ນບັນຊີແລ້ວກໍເຮັດເປັນແທ່ນຄັກແນ່ ແລ້ວເພິ່ນກໍເກັບຮັກສາ ຢູ່ໃສເພິ່ນກໍປຶກສາຫາລືກັນ ເປັນມໍຣະດົກເປັນຫຍັງ ກໍປະມານອີກເດືອນນຶ່ງ ບໍ່ເພິ່ນສິປຶກສາກັນ.”
ລະຫວ່າງວັນທີ 6-7 ເມສາ ທີ່ກຳລັງຈະຮອດນີ້ ຄະນະສົງ ເມືອງວຽງທອງ ອຳນາດການປົຄອງ ຂັ້ນບ້ານ ບ້ານນາດີ, ພາກສ່ວນທີ່ກ່ຽວຂ້ອງ ແລະປະຊາຊົນໃນພື້ນທີ່ ພ້ອມຈິດໃຈ ຮ່ວມກັນຕັ້ງບຸນບັ້ງໄຟຂຶ້ນ 1 ປາງ ທີ່ວັດບ້ານນາດີ ເມືອງວຽງທອງ ແຂວງບໍຣິຄຳໄຊ ເພື່ອເຮັດພິທີການໄຫວ້ ພຣະຮັບສີນ ຖວາຍເຄື່ອງສັກກະຣະບູຊາ ແລະ ຟັງສູດປະຣິມຸງຄຸນ ເຮັດພິທີໄຫວ້ພຣະຮັບສີນຖວາຍເຄື່ອງຕັກບາດ ວັດຖຸທານຕ່າງໆ ຖວາຍປະຕູໂຂງ ແລະ ຫໍກອງ ຊຶ່ງໃນງານບຸນດັ່ງກ່າວ ຈະມີການນຳເອົາພຣະພຸທທະຮູບເກົ່າແກ່ແລະວັດຖຸບູຮານ ທີ່ຊາວບ້ານພົບເຫັນ ເຂົ້າຮ່ວມພິທີນຳ.