ສຸຂສັນ ວັນຄຣິສທ໌ມາສ
ວັນທີ 25 ເດືອນທັນວາ, ສໍາລັບ ຊາວຄຣິສຕຽນແລ້ວ ຖືເປັນວັນຄ້າຍວັນປະສູດ ຂອງພຣະເຢຊູເຈົ້າ ຊຶ່ງເອີ້ນກັນວ່າ ວັນບຸນ ຄຣິສທ໌ມາສ (Christmas Day).
-
ພອນ ພູມມີທອນ
2022-12-26 -
-
-
ການປະດັບຕົກແຕ່ງ ຕົ້ນຄຣິສທ໌ມາສ ໃນຫ້ອງຮັບແຂກ ຍາມບຸນຄຣິສທ໌ມາສ
ນັກຂ່າວ ພົລເມືອງ
Your browser doesn’t support HTML5 audio
ວັນ ຄຣິສທ໌ມາສ (Christmas) ຖືເປັນ ບຸນໃຫຍ່ ປະຈໍາປີ ທີ່ຜູ້ຄົນ ທັງມວນໃນທົ່ວໂລກ ໃຫ້ຄວາມສໍາຄັນ ເປັນພິເສດ ແລະ ການສເລີມສລອງນີ້ ມີປວັດຄວາມເປັນມາ ເປັນເວລາຍາວນານ ຂອງຊາວໂລກ ຢູ່ປະເທດຕ່າງໆ ທີ່ຮັກຫອມຄວາມສັນຕິ ແລະ ຄວາມເປັນທັມ ໃນທົ່ວໂລກ, ຮວມທັງຢູ່ໃນ ສະຫະຣັຖ ອາເມຣິກາ, ກໍພາກັນ ສເລີມສລອງຢ່າງຄຶກຄື້ນ ເບີກບານມ່ວນຊື່ນ ຍ້ອນເປັນ ວັນພັກ ທາງຣາຊການ ຊຶ່ງໃນວັນທີ 25 ທັນວາ ປີ 2022 ນີ້ ແມ່ນກົງກັບ ວັນອາທິດ.
ພອນ ພູມມີທອນ ຈະເລົ່າຄວາມເປັນມາ ໂດຍສັງເຂບ ຂອງວັນພິເສດດັ່ງກ່າວ ພ້ອມກັບ ນໍາເພງຄຣິສທ໌ມາສ ມ່ວນໆ ມາເປີດໃຫ້ທ່ານ ໄດ້ຮັບຟັງກັນ,ຊຶ່ງເປັນຜົລງານ ການປະພັນ ຂອງທ່ານ ເດບ ວົງເດືອນ ແລະ ຮ້ອງໂດຍຍານາງ ຈັນທະວີ ສິນທະສົມພອນ ຮວມທັງເພງ ມາເຊື່ອເຖີດ, ພົ້ນດ້ວຍ ບຸນຄຸນ ແລະ ພຣະເຈົ້າຮັກເຮົາສຸດຫົວໃຈ.