ຫຼວງພຣະບາງ ຈະຈັດງານບຸນປີໃໝ່ ໃຫຍ່ກວ່າ ທີ່ເຄີຍຈັດມາ
ທາງການ ນະຄອນຫລວງພຣະບາງ ປະກາດຈະຈັດບຸນປີໃໝ່ລາວ ໃຫຍ່ກ່ວາປີທີ່ຜ່ານມາ ເປັນເວລາ 10 ມື້ ແລະ ມີຫລາຍກິຈກັມ, ຂະນະທີ່ຜູ້ປະກອບການ ກໍຄາດຫວັງວ່າ ຈະມີນັກທ່ອງທ່ຽວ ເຂົ້າມາທ່ຽວຫລາຍກວ່າທຸກປີ ແລະ ພ້ອມທີ່ຈະຕ້ອນຮັບ.
-
ພອນ ພູມມີທອນ
2023-03-15 -
-
-
Your browser doesn’t support HTML5 audio
ທາງການ ນະຄອນຫລວງພຣະບາງ ປະກາດຈັດບຸນປີໃໝ່ລາວແບບຍິ່ງໃຫຍ່ ແລະ ເຕັມຮູບແບບກວ່າປີທີ່ຜ່ານມາ ເປັນເວລາ 10 ມື້ ນັບແຕ່ວັນທີ 11 ເມສາ -20 2023 ຂະນະທີ່ປີຜ່ານມາ ບຸນປີໃໝ່ລາວ ມີພຽງ 7 ມື້. ໂດຍບຸນປີໃໝ່ລາວ ປີນີ້ ມີຫລາຍກິຈກັມ ສະເພາະ ກິຈກັມຫລັກ ເປັນຕົ້ນ ງານປະກວດ ນາງສັງຂານ, ການນໍາພັກ-ຣັຖ ແລະ ປະຊາຊົນ ບັນດາຊົນເຜົ່າ ລົງຕົບພຣະທາດຊາຍ ທີ່ ດອນຊາຍມຸງຄຸນ ໄຫວ້ພຣະ, ເທດສລອງຕາມຮີດຄອງປະເພນີ ແລະ ພິທີ ອາລາດທະນາ ອັງເຊີນພຣະບາງຈາກວັດໃຫຍ່ ສຸວັນນະພູມມາຣາມ ກັບຄືນ ປະດິດສະຖານ ຂຶ້ນສູ່ຫໍພຣະບາງ ແຂວງຫລວງພຣະບາງ.
ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 15 ມີນາ ນີ້ວ່າ:
“ເຮັດເຕັມຮູບແບບເນາະ ແຕ່ວັນທີ 11 ຫາ ວັນທີ 20 ມີງານປະກວດ ນາງສັງຂານ ມີລົງຕົບພຣະທາດຊາຍ ທີ່ດອນຊາຍມຸງຄຸນ ຂະບວນແຫ່ເນາະ ແລ້ວ ກໍມີອັນພິທີ ອັນເຊີນພຣະບາງ ໂຕຫລັກໆ.”
ທ່ານກ່າວຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງ ຄາດຄະເນວ່າ ບຸນປີໃໝ່ລາວ ທີ່ເມືອງມໍຣະດົກໂລກ ຈະມີນັກທ່ອງທ່ຽວເຂົ້າມາ ປະມານ 10,000 ຄົນ ໂດຍເປັນຈໍານວນໂຕເລຂ ທີ່ອີງຕາມຈໍານວນນັກທ່ອງທ່ຽວ ເຂົ້າມາທ່ຽວບຸນປີໃໝ່ລາວ ພາຍໃນນະຄອນຫລວງພຣະບາງ ປີ 2018 ກ່ອນທີ່ຈະມີການຣະບາດ ຂອງໂຄວິດ-19.
ສໍາລັບປັດໄຈ ທີ່ເຮັດໃຫ້ຄາດຄະເນວ່າ ຈະມີນັກທ່ອງທ່ຽວ ຈໍານວນດັ່ງກ່າວນັ້ນ ກໍຍ້ອນວ່າມີການໂຄສະນາ ງານບຸນປີໃໝ່ ເມືອງມໍຣະດົກໂລກ, ມີການປັບປຸງພື້ນຖານໂຄ່ງຮ່າງ ແລະ ມີການປັບປຸງໂຮງແຮມ ເຮືອນພັກ ຮ້ານອາຫານ ໃຫ້ມີຄຸນນະພາບດີຂຶ້ນ ກວ່າເກົ່າ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອງຫລວງພຣະບາງ ຜູ້ດຽວກັນກັບຂ້າງເທິງນັ້ນ ກ່າວວ່າ:
“ພວກເຮົາ ກໍມີການໂຄສະນາ ທາງສື່ອອນລາຍນ໌ ແລ້ວ ພວກເຮົາກໍໄດ້ມີການປັບປຸງ ທາງດ້ານໂຮງແຮມ ເຮືອນພັກ ຮ້ານອາຫານ ໃຫ້ເຂົ້າສູ່ຄຸນນະພາບຫລາຍຂຶ້ນຕື່ມ ພວກເຮົາແມ່ນໄດ້ປັບປຸງ ນ້ໍາພຸເນາະ ໃຈກາງເມືອງ ຖນົນຫົນທາງກໍມີການປັບປຸງ ປັດຈຸບັນ ແມ່ນ ກໍາລັງເລ່ງໃສ່ປັບປຸງ ໃຫ້ມັນແລ້ວກ່ອນບຸນ ພວກອັນ ປະເພດຂີ້ເຫຍື້ອ ຈະໄດ້ໃຫ້ທາງຣົຖຂີ້ເຫຍື້ອ ມາເກັບແມ່ນຕອນຄ່ໍາ”
ປັດຈຸບັນ ຢູ່ນະຄອນຫລວງພຣະບາງ ມີນັກທ່ອງທ່ຽວຈາກເກົາຫລີ, ຈີນ, ຢູໂຣບ, ແລະ ພາຍໃນປະເທດ ເຂົ້າມາທ່ຽວ ຈໍານວນຫລາຍ ແລະ ຄາດວ່າ ໃນໄລຍະບຸນປີໃໝ່ລາວ ນັກທ່ອງທ່ຽວຈະເພີ່ມຂຶ້ນ, ທາງກຸ່ມຜູ້ປະກອບການ ບໍຣິການຣົຖເຊົ່າ ມີຄວາມພ້ອມ ຕຣຽມຣົຖເຊົ່າເພື່ອຕ້ອນຮັບ ນັກທ່ອງທ່ຽວ ໂດຍສະເພາະ ຣົຖຕຸ໊ກໆ, ຈຳໂບ້ ແລະ ຣົຖຕູ້ ຈໍານວນທັງໝົດກ່ວາ 200 ຄັນ ເຊິ່ງເປັນປະເພດຣົຖທີ່ນິຍົມເຊົ່າ ເພື່ອການທ່ອງທ່ຽວ ຂອງນັກທ່ອງທ່ຽວ ແລະ ຄາດວ່າ ຈະພຽງພໍຕໍ່ການບໍຣິການ ນັກທ່ອງທ່ຽວ, ແຕ່ ຜູ້ປະກອບການ ບໍຣິການຣົຖເຊົ່າ ກໍຍັງຢາກສເນີໃຫ້ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ພັທນາ ແຫລ່ງທ່ອງທ່ຽວ ທີ່ເປ່ເພ ໃຫ້ດີຂຶ້ນຕື່ມ ພ້ອມທັງປັບປຸງ ເສັ້ນທາງທີ່ຈະເຂົ້າໄປເຖິງ ແຫລ່ງທ່ອງທ່ຽວ ໃຫ້ມີຄວາມສະດວກ ທັງນີ້ ກໍເພື່ອຄວາມປອດພັຍ ຂອງນັກທ່ອງທ່ຽວ ແລະ ພະນັກງານ ຂັບຣົຖນໍາທ່ຽວນັ້ນເອງ.
ດັ່ງ ຜູ້ປະກອບການ ບໍຣິການຣົຖເຊົ່າ ຢູ່ນະຄອນຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ມັນກໍຈະມີຣົຖຈໍາພວກນຶ່ງ ເປັນຣົຖຕຸ໊ກໆ, ຈັມໂບ້ ພວກນັ້ນ ນອກຈາກຣົຖຕູ້ແລ້ວຫັ້ນນ່າ ມີຫລາຍກຸ່ມ ແຕ່ວ່າ ຢູ່ໃນເຄືອຂ່າຍດຽວກັນນີ້ໝົດແຫລະ ແຕ່ວ່າ ກໍແບ່ງກັນ ຈັດກັນ ເພາະວ່າ ປີນີ້ຫລິ້ນແບບຄືກຄື້ນຫັ້ນນ່າ ແບບອລັງການ ງານສ້າງ ແຕ່ຢາກພັທນາແຫລ່ງທ່ອງທ່ຽວຂຶ້ນຕື່ມ ເຣຶ່ອງປັບປຸງ ທີ່ມັນເປ່ເພບໍ່ ຫລືວ່າ ທາງບໍ່ ຫລື ອີ່ຫຍັງຕ່າງໆ ໃຫ້ມັນສະດວກໄປເຖິງຈຸດໝາຍ.”
ຂະນະທີ່ ຜູ້ປະກອບການ ຣີສອດ ຢູ່ນະຄອນຫລວງພຣະບາງ ເນັ້ນການກຽມຄວາມພ້ອມ ດ້ານຄວາມສະອາດ ພາຍໃນຣີສອດ ເພື່ອຕ້ອນຮັບນັກທ່ອງທ່ຽວ ພ້ອມຈັດກຽມພນັກງານຂອງຣີສອດ ຄອຍເບິ່ງແຍງຄວາມສະອາດຕາມບ່ອນຕ່າງໆ ພາຍໃນຣີສອດ ໂດຍສະເພາະ ຫ້ອງອາຫານ ທີ່ຈະມີນັກທ່ອງທ່ຽວຈີນ ມັກຢືນສູບຢາ ກໍຈະບໍ່ໃຫ້ສູບ.
ດັ່ງ ຜູ້ປະກອບການ ຣີສອດ ຢູ່ນະຄອນຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ພວກເຮົາ ກໍຢູ່ຣີສອດ ພວກເຮົາກໍຮັກສາຄວາມສະອາດ ແລ້ວກໍການກຽມຄວາມພ້ອມ ຂອງພະນັກງານ ຂອງພາກບໍຣິການຕ່າງໆ ໃຫ້ມັນດີ ແບບ ສະມ່ໍາສເມີ ຖ້າວ່າມີແຂກຈີນໄປ ຢູ່ຫ້ອງອາຫານ ໄປຢືນສູບຢາ ເຮົາກໍບໍ່ໃຫ້ສູບ.”
ດ້ານຜູ້ປະກອບການ ຂາຍຊຸດຊົນເຜົ່າ ຢູ່ນະຄອນຫລວງພຣະບາງ ໄດ້ມີການຈັດກຽມຊຸດຄູ່ ໃສ່ຫລິ້ນສົງການ ໃຫ້ລູກຄ້າ ສາມາດສັ່ງຕັດ ຕາມນ້ໍາຫນັກ ລວງສູງ ຜູ້ຈ່ອຍ ຜູ້ຕຸ້ຍ ຜູ້ອວບ ແລະ ມີການອອກແບບຊຸດ ຫລວງພຣະບາງ (ເສື້ອຍືດສີຂາວ ພ້ອມ ຜ້າສິ້ນ) ແບບໃໝ່ ເປັນຕົ້ນ ຊຸດຫລວງພຣະບາງ ແບບເກົ່າ ຈະເປັນເສື້ອຄໍວີ ແຂນກ້າມ ມາປີນີ້ ມີເສື້ອມີຄໍ ແຂນສັ້ນ ເພື່ອຕ້ອນຮັບບຸນປີໃໝ່ລາວ ປີນີ້ນໍາດ້ວຍ.
ນອກຈາກນີ້ ເຂົາເຈົ້າຍັງເປິດຂາຍຊຸດຄູ່ ໄສ່ຫລິ້ນສົງການ ແລະ ຊຸດຫລວງພຣະບາງ ທັງຢູ່ຕລາດມືດ ແລະ ຂາຍ ອອນລາຍນ໌ທາງເຟສບຸ໊ກ ເພື່ອຕ້ອນຮັບນັກທ່ອງທ່ຽວທຸກຄົນນໍາດ້ວຍ ຄາດວ່າ ຈະມີນັກທ່ອງທ່ຽວ ເຂົ້າມາທ່ຽວບຸນປີໃໝ່ລາວ ຢູ່ນະຄອນ ຫລວງພຣະບາງຈໍານວນຫລາຍ.
ດັ່ງ ຜູ້ປະກອບການ ຂາຍຊຸດຊົນເຜົ່າ ຢູ່ນະຄອນຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ເຂົາເຈົ້າມີການອອກແບບ ເຂົາເຈົ້າຕັດອອກແບບ ຈັ່ງຊີ້ນ່າ ຄື ອັນຊຸດຫລວງພຣະບາງແບບເກົ່າ ເຂົາເຈົ້າເອົາແຕ່ເສື້ອຄໍວີ ແຕ່ວ່າປີນີ້ເຂົາເຈົ້າຕັດມາໃສ່ແຂນ ຈັ່ງຊີ້ນ່າ ນັກທ່ອງທ່ຽວຫລາຍ ຕອນແລງ ມີທາງຍ່າງເລີຍ ແບບທາງຕັນເລີຍ ນັກທ່ອງທ່ຽວຫລາຍ ແລ້ວເຂົາເຈົ້າມັກຊື້ນຸ່ງ ຊື້ໄປຕ້ອນ ເປັນຂອງຕ້ອນ ອີ່ຫຍັງຈັ່ງຊີ້ ຊ່ວງນີ້ ຊ່ວງສົງການແດ່ ກໍລອງໂພສຕ໌ຂາຍເບິ່ງ ຈັ່ງຊີ້ນ່າ ເພື່ອຄົນລາວເຮົາ ຢາກໃສ່ ຢາກນຸ່ງ ຈັ່ງຊີ້ສ່າ.”
ດ້ານຊາວບ້ານ ຢູ່ນະຄອນຫລວງພຣະບາງ ມີຄວາມຮູ້ສືກຕື່ນເຕັ້ນ ແລະ ດີໃຈ ແລະພ້ອມທີ່ເປັນເຈົ້າບ້ານ ຕ້ອນຮັບແຂກ ເນື່ອງຈາກ ເປັນເວລາດົນນານ ກ່ວາ 2-3 ປີ ທີ່ເມືອງ ມໍຣະດົກໂລກ ບໍ່ໄດ້ຈັດງານບຸນປີໃໝ່ລາວ ປີນີ້ ຈຶ່ງໃຫຍ່ກວ່າປີທີ່ຜ່ານມາ, ແຕ່ຖ້ານັກທ່ອງທ່ຽວຈີນ ເຂົ້າມາຫລາຍ ແລ້ວກໍມີຄວາມກັງວົນໃຈວ່າ ກຸ່ມນັກທ່ອງທ່ຽວຈີນ ຈະເອົາຣົຖບ້ານ ຂັບເຂົ້າມາທ່ຽວ ຢູ່ນະຄອນຫລວງພຣະບາງ ພ້ອມຄົວຢູ່ຄົວກິນ ພາຍໃນຣົຖບ້ານນັ້ນເລີຍ.
ດັ່ງຊາວບ້ານ ຢູ່ນະຄອນ ຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ຄວາມກັງວົນ ຂອງນັກທ່ອງທ່ຽວຈີນ ຊິເຂົ້າມານີ້ ເຂົາເຈົ້າຈະເອົາຣົຖມາເອງ ແມ່ນຣົຖທີ່ສາມາດນອນໄດ້ ຫັ້ນນ່າ ແລ້ວເອົາເຂົ້າມາໃນເມືອງ ແລ້ວ ຈະມີຄວາມສັບສົນເນາະ ເຂົາເຈົ້າຈະມີການຄົວຢູ່ຄົວກິນ ມິຫຍັງເອງ ຢູ່ພາຍໃນຣົຖຫັ້ນນ່າ ອັນນີ້ຈະໄດ້ສ້າງຄວາມເປິະເປື້ອນ ຢ້ານນອນຢູ່ແຄມທາງ ຈະມີຄົນບໍ່ຫວັງດີ ມາກໍ່ກວນ.”
ບຸນປີໃໝ່ລາວ ກໍເປັນບຸນໃຫຍ່ ຂອງຊາວລາວທົ່ວປະເທດ, ໂດຍສະເພາະ ຊາວນະຄອນຫລວງພຣະບາງ ທີ່ມີການສືບທອດ ປະເພນີ ດັ່ງກ່າວ ມາເປັນເວລາຫລາຍຮ້ອຍປີ ແລະ ມີຖານະເມືອງມໍຣະດົກໂລກ ທາງການກໍານົດໃຫ້ ເປັນບຸນທີ່ສໍາຄັນ ໃນການດຶງດູດ ນັກທ່ອງທ່ຽວ.