ການນໍາໃຊ້ພາສາລາວ ຍັງບໍ່ເອກະພາບ ແລະ ປະປົນພາສາຕ່າງປະເທດ: ມາຟັງນຳກັນ
ການນໍາໃຊ້ພາສາລາວໃໝ່ ແມ່ນປະກົດຂື້ນແຕ່ປີ 1975 ເປັນຕົ້ນມາ ໂດຍໄປຕາມການເມືອງການປົກຄອງ.
-
ໄມຊູລີ ແລະ ໄຊຍາ
2024-04-07 -
-
-
ການຂຽນພາສາລາວເກົ່າ ແລະ ລາວໃໝ່. ຂຽນໂດຍ ນາງ ວິໃຈ ວົງໄກສອນ, ເມືອງວູດບຣິດ ລັດເວີຈິເນັຍ ວັນທີ 22 ມີນາ 2024.
RFA
Your browser doesn’t support HTML5 audio
ການນໍາໃຊ້ພາສາລາວໃໝ່ ແມ່ນປະກົດຂື້ນແຕ່ປີ 1975 ເປັນຕົ້ນມາ ໂດຍໄປຕາມການເມືອງການປົກຄອງ. ພາສາລາວເວົ້າລວມ ເວົ້າສະເພາະຫຼັກໄວຍາກອນລາວ ແລະ ການນໍາໃຊ້ພາສາລາວ ຍັງບໍ່ເອກະພາບກັນໃນລາຍລະອຽດ ຂອງການໃຊ້ພາສາຍັງປະກົດມີຢູ່ໂດຍສະເພາະ ການຂຽນຄຳສັບ, ປະໂຫຍກ, ຂໍ້ຄວາມສຳນວນ. ສັງຄົມກໍຄືໃນວົງການໃດໜຶ່ງ ກໍຍັງມີຄວມແຕກຕ່າງກັນໃນນັ້ນ ພົບເຫັນໃນສື່ມວນຊົນຫຼາຍກ່ວາໝູູ່. ສາເຫດແມ່ນຍ້ອນບໍ່ຄຳນຶງຫຼັກການ ລວມໃນການໃຊ້ພາສາລາວ ທີ່ຜ່ານມາ.