ວິຈັຍປວັດສາດລາວ ບູຮານ ບົດທີ 67
ວິຈັຍປວັດສາດ ລາວ ບູຮານ ບົດທີ 67 ພວກເຮົາ ຢູ່ໃນປີ ຄ.ສ. 1695 ສູລິຍະວົງສາ ສີ້ນພຣະຊົນ ໂດຍບໍ່ມີ ຜູ້ໃດ ສືບທອດ ບັນລັງ.
-
ຈເຣີນສຸຂ
2017-07-26 -
-
-
ຄ້ອງບັ້ງສຳລິດ ສມັຍອ້າຍລາວ ເມືອງແຖນ (ໄຕຈ້ວງກຳລັງຕີກອງ) ໑໒໒ ກ່ອນ ຄ.ສ. (BC) - ໗໘ ຫຼັງ ຄ.ສ. (AD) ໃຊ້ຕີ ສັນຍານພັຍ ຕີເຂົ້າເສິກ. ຍັງໃຊ້ ຕີສົ່ງວິນຍານ ທະຫານແຖນ ທີ່ລົ້ມຕາຍ ໃນສນາມຣົບ. ຄ້ອງນີ້ ມີວິນຍານ ຕາມຊາວແຖນ ເຊື່ອຖືກັນ. ໄຕຈ້ວງ ຍັງເຊື່ອຖືກັນ ຢູ່.
ຖ່າຍພາບ ໂດຍ ສດ
Your browser doesn’t support HTML5 audio
ວິຈັຍປວັດສາດ ລາວ ບູຮານ ບົດທີ 67 ພວກເຮົາ ຢູ່ໃນປີ ຄ.ສ. 1695 ສູລິຍະວົງສາ ສີ້ນພຣະຊົນ ໂດຍບໍ່ມີ ຜູ້ໃດ ສືບທອດ ບັນລັງ. ພຍາຈັນກອງນາງ ອັຄມະຫາເສນາ (ອັກຄະມະຫາເສນາ) ຍຶດອໍານາດ. ຜູ້ມີສິດ ຄອງຣາດ ກໍຄວນແມ່ນ ເຈົ້າຊາຍ ກິ່ງກິດສາຣາດ ອາຍຸ ພຽງ 12 ປີ. ກຸ່ມຂອງເພີ່ນ ພາປົບ ໄປຢູ່ ຫລວງພຣະບາງ. ຕໍ່ມາ ກໍມີ ການຍາດຊິງ ບັນລັງ ຢ່າງ ນອງເລືອດ. ໃນປີ 1707 ລ້ານຊ້າງ ແບ່ງອອກເປັນ 2 ເຂດ ປົກຄອງ ຄື ຫລວງພຣະບາງ ແລະ ວຽງຈັນ ຄົ້ນຄວ້າຕື່ມ ແລະ ວິຈັຍ ໂດຍ ນາລິນ. ສເນີໂດຍ ຈເຣີນສຸຂ.