ແມ່ ແລະ ເດັກ: ວັນທີ 24 ເມສາ 2009
ໝໍຕໍາແຍ ຊຶ່ງເປັນໝໍ ປະຈໍາບ້ານ ທີ່ຊ່ວຍແມ່ມານ ອອກລູກ ຢູ່ຕາມເຂດ ຊົນນະບົດ ຕ່າງໆຂອງລາວ ມາຕັ້ງແຕ່ໃດໆ ນັ້ນ ຍັງມີບົດບາດ ສໍາຄັນຢູ່ ເທົ່າເຖິງ ປັຈຈຸບັນນີ້ ຊຶ່ງໃນນັ້ນກໍ ມີຈໍານວນນຶ່ງ ໄດ້ຮັບການ ພັທນາດີຂຶ້ນ ກວ່າແຕ່ກ່ອນ. ໃນຣາຍການ ຜູ້ຍິງແລະ ເດັກນ້ອຍ ປະຈໍາສັປດານີ້ ມະນີຈັນ ມີບົດຄວາມ ກ່ຽວກັບເລື່ອງນີ້ ມາສເນີທ່ານ ໂດຍອີງໃສ່ ການໂອ້ລົມ ກັບຫົວໜ້າ ຜແນກແມ່ແລະເດັກ ແຂວງບໍ່ແກ້ວ ເມື່ອວັນທີ 21 ເມສາ 2009
-
ມະນີຈັນ
2009-04-25 -
-
-
Your browser doesn’t support HTML5 audio
ໝໍຕໍາແຍ ເປັນໝໍ ປະຈໍາບ້ານ ທີ່ມີຄວາມ ສໍາຄັນ ຊາວບ້ານ ນັບໜ້າຖືຕາ ແຕ່ດຶກດໍາບັນ ໃນຖານະ ເປັນບຸກຄົນ ທີ່ຊ່ວຍຄົນ ອອກລູກ ຊ່ວຍຊີວິດ ຂອງຜູ້ ເປັນແມ່ແລະລູກ ເອົາໄວ້ຫລາຍ ຕໍ່ຫລາຍຄົນ ມານັ້ນ ແລະ ມາຮອດທຸກ ວັນນີ້ກໍຍັງ ມີແຜ່ຫລາຍ ຢູ່ຕາມເຂດ ຊົນນະບົດ ຂອງລາວ ຕັ້ງແຕ່ເໜືອ ຕລອດ ໄຕ້ ຍ້ອນວ່າ ບໍ່ມີໂຮງໝໍ ແລະບໍ່ມີ ໝໍທົ່ວເຖິງ. ໝໍຕໍາແຍ ຊຶ່ງເປັນຜູ້ໄປ ໃຫ້ບໍຣິການ ຊ່ວຍອອກລູກ ເຖິງບ້ານເຖິງຊ່ອງ ທົ່ວໄປແລ້ວເປັນ ໝໍຕາມທັມຊາດ ໄດ້ຮໍ່າຮຽນ ໃນພາກ ປະຕິບັດ ຕົວຈິງຮໍ່າຮຽນ ນໍາຜູ້ເຖົ້າ ຜູ້ແກ່ທີ່ ຊໍານິຊໍານານ ມາກ່ອນໃນ ການຊ່ວຍ ເອົາລູກອອກ, ເປັນໝໍທີ່ ບໍ່ໄດ້ຜ່ານ ການສຶກສາ ຮໍ່າຮຽນໃນ ໂຮງຮຽນ ແລະບໍ່ໄດ້ຜ່ານ ພາກປະຕິບັດ ຕົວຈິງຢູ່ ໃນໂຮງໝໍ ຊຶ່ງບໍ່ຄື ກັນກັບໝໍ ສມັຍໃໝ່. ນັ້ນກໍປຽບ ສະພາບລວມ ຂອງໝໍຕໍາແຍ ໃນລາວ ທົ່ວໄປຮວມ ທັງໝໍຕໍາແຍ ຢູ່ໃນເຂດ ແຂວງບໍ່ແກ້ວ ທາງພາກເໜືອ ຂອງລາວ ນໍາດ້ວຍ.
ແຕ່ຍ້ອນບົດບາດ ທີ່ສໍາຄັນ ຂອງໝໍຕໍາແຍ່ ຄືແນວນັ້ນ ທາງການກ່ຽວ ຂ້ອງເຂດແຂວງ ບໍ່ແກ້ວຈຶ່ງ ໄດ້ຈັດການ ຝຶກອົບຮົມໃຫ້ ແກ່ໝໍຕໍາແຍ ໃຫ້ມີຄວາມ ຮູ້ພື້ນຖານ ເພິ່ມຂຶ້ນ ກ່ຽວກັບການ ຊ່ວຍຄອດລູກ ຫລືເອົາລູກອອກ ໃນທ່າຫລື ຮູບແບບຕ່າງໆ ອັນມີທັງ ແບບທັມມະດາ ແລະແບບທີ່ ຜູ້ເປັນແມ່ ຕົກຢູ່ ໃນສະພາບ ສ່ຽງຕໍ່ອັນຕຣາຍ ຊຶ່ງຕ້ອງໄດ້ເອົາ ໄປໂຮງໝໍ. ໃນນັ້ນຕົ້ນຕໍ ແລ້ວກໍແມ່ນ ແນະນໍາໃຫ້ ໝໍຕໍາແຍ ຮູ້ວິທີກວດ ເບິ່ງແມ່ມານ ຮູ້ພະຍາດ ຍິງສ່ວນ ໃດສ່ວນນຶ່ງ ຮູ້ໂຄສນາ ສຸຂສຶກສາ ໃຫ້ແມ່ຍິງ ຮູ້ຈັກວິທີ ຮັກສາຕົນເອງ ແນວໃດໃນ ເວລາຖືພາ ການກິນອາຫານ ແລະການຄະລໍາ ຂອງກິນ ແລະອຶ່ນໆ ຕາມຄໍາເວົ້າ ຂອງຫົວໜ້າ ຜແນກ ສາທາຣະນະສຸກ ແຂວງບໍ່ແກ້ວ.
ກໍຣະນີ ທີ່ວ່າແມ່ ຖືພາມີການ ຜິດປົກຕິ ໝໍຕໍາແຍ ຊ່ວຍແນະນໍາ ໃຫ້ມາສຸກ ສາລາ ຄັນບໍ່ໄດ້ ລະແນະນໍາໃຫ້ ສົ່ງໂຮງໝໍ ແຂວງໃນຂັ້ນ ຕອນຂອງພວກ ເຮົາເຮັດແນວນັ້ນ).
ກ່ຽວກັບການ ຊ່ວຍຄອດລູກ ຂອງໝໍຕໍາແຍ ນີ້ທົ່ວໄປແລ້ວ ຈະຖືກແນະນໍາ ໃຫ້ຊ່ວຍອອກ ໃນກໍຮະນີ ທີ່ເດັກໃນທ້ອງ ຢູ່ໃນທ່າທີ່ ປົກກະຕິ ອອກທັມດາ ຄືທ່າຫົວ ແລະ ລູກຜູ້ທີ 2 ຂຶ້ນເມືອເທົ່ານັ້ນ. ສ່ວນກໍຣະນີ ທີ່ສັບສົນ ແມ່ສ່ຽງໄພ ອັນຕຣາຍຕ່າງໆ ເຊັ່ນວ່າຕົກເລືອດ ຫລືມີເລືອດ ໄຫລອອກກ່ອນນັ້ນ ເວລາເກີດ ແມ່ນຕ້ອງມີການ ນໍາສົ່ງໂຮງໝໍ. ກໍຣະນີແມ່ ທີ່ຖືພາມານ ມີສະພາບ ມືຕີນໄຂ່ບວມ ລູກຢູ່ທ່າຂວາງ ທ່າຕີນມື ແຂນຂາລົງ ໝໍຕໍາແຍ ກໍຈະບໍ່ ຊ່ວຍຄອດໃຫ້ ແຕ່ຫາກຈະ ແນະນໍາໃຫ້ ໄປເກີດຢູ່ ສຸກສາລາ ຫລືຢູ່ໂຮງໝໍ.
ໝໍຕໍາແຍ ຊ່ວຍຄອດລູກ ຄືດັ່ງທີ່ ຜ່ານໆມາ ທົ່ວໄປແລ້ວ ຈະບໍ່ມີ ເຄື່ອງມືອຸປກອນ ການແພດທີ່ ທັນສມັຍຊ່ວຍ ເພື່ອຟັງ ສະພາບເດັກທີ່ ຢູ່ໃນທ້ອງແມ່ ແຕ່ຫາກຈະ ໄຊ້ມືຂອງຕົນ ເອງເປັນສໍາຄັນ ໄຊ້ມືລູບ ມືຄໍາເພື່ອ ຄໍານວນເບິ່ງ ເບິ່ງທ່າຂອງເດັກ ທີ່ຈະເກີດ ໂດຍຈະຮູ້ ໂລດວ່າເປັນ ທ່າສ່ຽງຫລື ບໍ່ສ່ຽງ ແລະຈະໄຊ້ ນິ້ວມືແທກຂຶ້ນ ແທກລົງໂດຍ ເອົາສາຍບື ຂອງແມ່ເປັນ ທີ່ຕັ້ງ ເພື່ອຄໍານວນ ອາຍຸຂອງເດັກ ໃນທ້ອງ. ທ່ານໝໍ ສຸເພັນ ກ່າວກ່ຽວກັບ ເລື່ອງນີ້ ວ່າ …
ເຮົາຈະແນະນໍາ ໃຫ້ຂະເຈົ້າ ແຕ່ວິທີຄໍາ ວິທີຫຍັງ ເພາະວ່າເຮົາ ບໍ່ໄດ້ໃຫ້ ຂະເຈົ້າໄຊ້ ສະເຕໄຊ້ກ້ອງ ມີແຕ່ວ່າເຮົາ ໄຊ້ມືລູບ ຄໍາເບິ່ງຄໍາຫົວ ຄໍາອີ່ຫຍັງ ເບິ່ງວ່າທ່າທາງ ຫລັງຈະເປັນ ແບບໃດ ຫົວຈະເປັນ ແບບໃດ ຕີນມື ຈະເປັນແບບໃດ ເວລາຄໍາ ບາຍທ້ອງຫັ້ນ.
ເລື່ອງອາຫານ ການກິນ ກໍຄືກັນ ໃນຊຸດອົບຮົມ ນັ້ນແພດໝໍ ແມ່ແລະເດັກ ຈະແນະນໍາ ເລື່ອງອາຫານ ການກິນໃຫ້ ໝໍຕໍາແຍ ຮູ້ເພື່ອຈະໄດ້ ແນະນໍາໃຫ້ ແມ່ມານຕໍ່ໄປ ຄືຄວນກິນ ອາຫານຄົບ 5 ໝູ່. ອາຫານຢູ່ຕາມ ບ້ານນອກບ້ານນາ ຖືວ່າມີ ຫລາຍຢູ່ເປັນ ປູປາກຸ້ງຫອຍ ໝາກໄມ້ ຜັກຫົມ ຜັກຕໍານິນຜັກ ອຶ່ນໆຕ່າງໆ ທີ່ມີຢູ່ຕາມ ທັມມະຊາດ ໃນເຂດ ຊົນນະບົດ ທົ່ງໄຮ່ທົ່ງນາ ຊຶ່ງອາດກິນ ທົດແທນກັນໄດ້. ແລະຖ້າຫາກ ຮູ້ຈັກກິນ ບໍ່ຂະລໍາ ຂອງກິນເພາະ ຢ້ານລູກເກີດມາ ມີໄຂມັນຫລາຍ ບໍ່ຢ້ານຕຸ້ຍ ໂພດໄປຫລືວ່າ ບໍ່ກິນຕາມມັກ ຕາມປາກໂພດ ເກີນໄປນັ້ນ ກໍຈະຊ່ວຍ ໃຫ້ທັງແມ່ແລະ ລູກແຂງແຮງໄດ້ ເຊັ່ນກັນ …
ຂະເຈົ້າເວົ້າວ່າ ເຮົາຢູ່ບ້ານນອກ ບໍ່ໄດ້ກິນຊີ້ນ ນີ້ແມ່ພວກເພິ່ນ ຜິດຜັກຊນິດ ໃດຂະເຈົ້າ ກໍກິນໄດ້ ແນະນໍາໃຫ້ກິນ ໝົດຫັ້ນລະ ເພາະຢູ່ບ້ານເຮົາ ມີຜັກ ຫລາຍໂອມື້ ນີ້ມີກົບ ມີຂຽດກໍ ຄືກັນກັບ ເຮົາກິນຊີ້ນ ລະກະມີໄຂ່ ມີຫຍັງແຕ່ ລະມື້.
ໂຄງການ ໝໍຕໍາແຍ ເຂດແຂວງບໍ່ແກ້ວ ປາກົດວ່າ ໄດ້ຮັບການ ຊ່ວຍເຫລືອຈາກ ອົງການສາກົນ ຈາກຕ່າງປະເທດ ບໍ່ໜ້ອຍ ນັບຕັ້ງແຕ່ ເລື່ອງການຝຶກ ອົບຮົມ ການປະກອບ ເຄື່ອງໂຄສນາ ເຄື່ອງມືທີ່ ຈໍາເປັນຕ່າງໆ ສໍາລັບ ແມ່ຕໍາແຍ ໃນການໂຄສນາ ເຜີຍແຜ່ເລື່ອງ ການຢູ່ການກິນ ການປະຕິບັດ ຕົນ ຕອນຖືພາມານ ແລະໃນການ ຊ່ວຍອອກລູກ ຊຶ່ງກໍມີທັງ ອົງການ ກິຕິແຊບ ສະຫະພາບ ຢູໂຣບຫລື ອີຢູ ແອມຊີເອ ອີອີດີ ຮວມຢູ່ດ້ວຍ.
ສໍາລັບ ໝໍຕໍາແຍ ທີ່ສເນີເຂົ້າ ຝຶກອົບຮົມນັ້ນ ບໍ່ມີການວາງ ມາຕຖານເລື່ອງ ຮູ້ຫລືບໍ່ ຮູ້ໜັງສື ແຕ່ຢ່າງໃດເລີຍ ແຕ່ຈະໃຫ້ ຄວາມສໍາຄັນ ເລື່ອງປະສົປການ ໃນການຊ່ວຍ ຄອດລູກ ມີສຸຂພາບ ແຂງແຮງດີ ມີຄວາມມັກ ແລະເປັນທີ ເຊື່ອຖືຂອງ ຊາວບ້ານເປັນ ສໍາຄັນແລະ ກໍຂ້ອນຂ້າງເປັນ ຄົນອາຍຸ ອ່າວຫລາຍ ແດ່.
ຄັນເຮົາໄປ ສ້າງເອົາຜູ້ ນຸ່ມນ້ອຍຫລາຍ ກໍບໍ່ໄດ້ ສົມມຸດວ່າ ສ້າງເອົາຜູ້ສາວ ກໍເປັນໄປ ບໍ່ໄດ້ ກໍຍາກຢູ່ ນັ້ນເຮົາເຄີຍສ້າງ ເນາະ ເຄີຍສ້າງ ແຕ່ວ່າເມື່ອສ້າງ ລະເອົາຄອບ ເອົາຄົວ ລະບາງເທື່ອ ໄປຢູ່ບ່ອນອຶ່ນ ລະຄວາມຮູ້ເຮົາ ໃຫ້ໄປກໍຖື ວ່າຖີ້ມໄປ ຂະເຈົ້າອາດ ຈະບໍ່ນໍາ ໄປໄຊ້ຢູ່ບ້ານ ຂອງເຂົາເຈົ້າ ລະບັດນີ້ ປະສົປການຂອງ ຜູ້ເປັນສາວຫັ້ນ ກໍບໍ່ໄດ້ດີທໍ່ ແມ່ວ່າແຊ້ນຊະ).
ໃນການອົບຮົມ ແລະການ ປະຕິບັດ ໜ້າທີ່ຂອງ ແມ່ຕໍາແຍ ຫລັງຈາກນັ້ນ ທາງການກ່ຽວຂ້ອງ ຈະບໍ່ໄຊ້ໃນ ຮູບແບບຄໍາເວົ້າ ຄໍາຈາເທົ່ານັ້ນ ຫາກຈະມີ ຮູບໄປນໍາດ້ວຍ ຮູບທີ່ບົ່ງ ບອກເຖິງທ່າ ຂອງເດັກທີ່ ຢູ່ໃນທ້ອງແມ່ ທ່າທີ່ເດັກຈະເກີດ ຊຶ່ງອາດຈະ ສ່ຽງຫລືບໍ່ສ່ຽງ, ທ່າອາການ ຂອງແມ່ເປັນ ອາການມື ໄຂ່ຕີນໄຂ່ ເລືອດຕົກວິນຫົວ ຕ່າງໆຮວມໄປເຖິງ ອາຫານການກິນ ແມ່ນຈະມີ ຮູບທັງໝົດ ຊຶ່ງໝໍຕໍາແຍ ສາມາດ ເກັບກໍາຂໍ້ມູນ ຂອງແມ່ຄົນ ນັ້ນໆໄດ້ ໂດຍໝາຍ ຕີກາໃສ່ ຮູບນັ້ນໆ ຕາມອາການ ຂອງແມ່ຂອງ ລູກໃນທ້ອງ.
ໂຄງການ ໝໍຕໍາແຍ ຫລືການສ້າງ ໝໍຕໍາແຍ ສໍາລັບກຸ່ມ ບ້ານຕ່າງໆຊຶ່ງ ເລີ່ມມາແຕ່ຊ່ວງ ຕົ້ນຊຸມປີ 1990 ມາຢູ່ເຂດ ແຂວງບໍ່ແກ້ວ ທາງພາກເໜືອ ຂອງ ລາວກ່ອນອຶ່ນໝົດ ແມ່ນມີເປົ້າໝາຍ ຢູ່ເຂດ ຊົນນະບົດ ຫ່າງໃກຈາກ ສຸກສາລາ ໂດຍໃຫ້ບ້ານລະ ຄົນ-2 ຄົນເຊັ່ນຢູ່ກຸ່ມ ບ້ານຈ້ວມຊຶ່ງ ມີ 14 ບ້ານ ກໍມີໝໍ ຕໍາແຍ 2 2ຄົນ.
ເຂດເມືອງເມິງມີ 20 ກວ່າບ້ານ ໝໍຕໍາແຍ ກໍມີ 20 ກວ່າຄົນ. ເປັນໂຄງການ ທີ່ສາມາດ ກອບກູ້ຊີວິດ ແມ່ແລະເດັກໄດ້ ເປັນຢ່າງດີ ຢູ່ພາຍໃນ ແຂວງບໍ່ ແກ້ວພ້ອມກັນ ນັ້ນກໍເປັນ ໂຄງການຊຶ່ງ ສມາສິກ ສະພາແຫ່ງ ຊາດຂອງລາວ ບາງທ່ານໄດ້ ສເນີຕໍ່ທີ່ ປະຊຸມໃຫ້ ມີການເຜີຍແຜ່ ແລະເອົາໄປ ເປັນຕົວ ຢ່າງ.