ບົດສຳພາດ ເຈົ້າຍິງ ສະວີວັນ

ສະເດັດເຈົ້າຟ້າຍີງ ສະວີວັນ ສະຫວ່າງ ມະນີວົງ ໄດ້ສີ້ນ ພຣະຊົນ ເມື່ອວັນທີ 5 ມົກກະຣາ 2007 ທີ່ເມືອງ Nice ປະເທດ ຝຣັ່ງເສດ ຮວມພາຍຸມະຊົນ ໄດ້ 73 ພະວັດສາ. ທາງວິທະຍຸເອເຊັຽເສຣີຂອງພວກເຮົາ ກໍຂໍສະແດງຄວາມໂສກເສົ້າເສັຽໃຈ ນໍາພຣະຣາຊວົງລ້ານຊ້າງຮົ່ມຂາວ ແລະ ກໍຂໍສະແດງຄວາມ ອະໄລຮັກ ແດ່ມື້ລາງ ສະເດັດເຈົ້າຟ້າຍີງ ສະວີວັນ ດ້ວຍ. ສະນັ້ນ ໃນຣາຍການແມ່ຍິງ ແລະເດັນນ້ອຍ ໃນສັປະດານີ້ ວຽງໃຊ ຈະນຳເອົາການສຳພາດ ເຈົ້າຍິງ ສະວີວັນ ຊຶ່ງສະເດັດ ໄດ້ສະແດງ ຄວາມຫ່ວງໄຍ ນໍາເພື່ອນ ຮ່ວມຊາດ ທີ່ລໍາບາກໃນລາວ ການສຳພາດ ໃນມີຂື້ນ ໃນ ປີ 1999.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org