ຂ.ຊຽງຂວາງສົ່ງເສີມ ເສຖກິດຄອບຄົວ

ແຂວງຊຽງຂວາງ ແກ້ໄຂບັນຫາ ຄວາມທຸກຈົນ ຂອງ ປະຊາຊົນ ດ້ວຍການ ສົ່ງເສີມ ເສຖກິດ ຄອບຄົວ.


ກົດຟັງສຽງ

ແຂວງຊຽງຂວາງ ແກ້ໄຂ ບັນຫາຄວາມທຸກຍາກ ຂອງປະຊາຊົນ ຕາມເມືອງຕ່າງໆ ດ້ວຍການສົ່ງເສີມ ການສ້າງຕັ້ງ ເສຖກິດຄອບຄົວ ຈາກການຊ່ອຍເຫລືອ ຂອງກອງທືນ ເພື່ອຫລຸດຜ່ອນ ຄວາມທຸກຍາກ. ເສຖກິດຄອບຄົວ ສ່ວນໃຫຍ່ຈະເນັ້ນໃສ່ ການສ້າງລາຍໄດ້ ປະເພດຕ່າງໆ ໃຫ້ແກ່ຄອບຄົວ ຮ່ວມດ້ວຍການສ້າງ ໂຄງຮ່າງພື້ນຖານ ຖນົນຫົນທາງ ຣະບົບຊົລປະທານ ຕລາດແລະອື່ນໆ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ:

"ມາເບີ່ງແລ້ວ ມັນກໍ່ສາມາດແກ້ໄຂ ຄວາມທຸກຍາກ ຫລຸດຜ່ອນ ຄວາມທຸກຍາກ ໃຫ້ແກ່ປະຊາຊົນ ບັນດາເຜົ່າໄດ້ ຢ່າງຫລວງຫລາຍ ໂດຍສະເພາະ ທາງດ້ານ ແມ່ຍີງແລະເດັກນ້ອຍ ຫລຸດຜ່ອນທີ່ວ່າ ເຄີຍທຸກຍາກ ມາຕອນນີ້ ຂະເຈົ້າຫັນມາ ຜລິດ ສ້າງເສຖກິດ ຄອບຄົວ".

ທ່ານກ່າວ ຕໍ່ໄປວ່າ ທຶນທີ່ໄດ້ຮັບ ສຳລັບແຜນການ ຫລຸດຜ່ອນ ຄວາມທຸກຍາກ ໃນແຂວງນັ້ນ ຈະນຳໄປໃຊ້ ໃນການຝືກອາຊີບ ແລະ ການສ້າງລາຍໄດ້ ໃນເຂດ 4 ຫມູ່ບ້ານ ໃນເມືອງທ່າໂທມ ກ່ອນຫມູ່. ນອກຈາກນັ້ນ ກໍ່ຈະມີການ ສ້າງໂຮງຮຽນ ໂຮງຫມໍ ແລະ ຕລາດໃນເຂດ ດັ່ງກ່າວ ນຳອີກ. ທ່ານກ່າວເພີ້ມອີກວ່າ:

"ໂຄງການພວກເຮົາ ມາຕັ້ງ ປະຕິບັດ ຣະຍະນີ້ ຢູ່ໃນຂັ້ນຕອນ ທີ່ວ່າ ກຳລັງສ້າງກໍ່ ສ່ວນຣະບົບ ຊົລປະທານນັ້ນ ກໍ່ຖືວ່າໄດ້ ສຳເຣັດຫົວງານ ແຕ່ຍັງຄ້າງຄາ ຢູ່ຈຳນວນນື່ງ ແລະຄິດວ່າ ຈະສຶບຕໍ່ກໍ່ສ້າງ ໂຄງການ ດັ່ງກ່າວນີ້ ໄປຮອດທ້າຍເດືອນ 3".

ໂຄງການນີ້ ຕ້ອງການ ຄວາມຮ່ວມມື ຈາກປະຊາຊົນ ຖ້າປະຊາຊົນ ບໍ່ເຂົ້າຮ່ວມ ແລະ ບໍ່ໃຫ້ຄວາມ ຮ່ວມມື ແລ້ວ ໂຄງການດັ່ງກ່າວ ກໍ່ຈະບໍ່ ປະສົບຜົລສຳເຣັດ ແລະ ຄວາມທຸກຍາກ ຂອງ ປະຊາຊົນ ໃນແຂວງຊຽງຂວາງ ກໍ່ຍັງຈະສືບ ຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org