ນໍ້າເປັນມົລພິດ ຍ້ອນຮ່ອນຄໍາ
ການຮ່ອນຄໍາ ຂອງ ຊາວຕ່າງຊາດ ໃນແຄມນໍ້າ ເຊກະໝານ ສົ່ງຜົນ ກະທົບ ຕໍ່ສີ່ງ ແວດລ້ອມ ແລະ ຊາວບ້ານ ທີ່ອາສັຍ ຢູ່ໃນເຂດນັ້ນ.
-
ໂພໄຊສວັດ
2012-06-20 -
-
-
Your browser doesn’t support HTML5 audio
ການຮ່ອນຄໍາ ໃນນໍ້າ ເຊກະໝານ ຂອງ ຊາວຕ່າງຊາດ ໄດ້ເຮັດໃຫ້ ລໍານໍ້າ ເປັນມົລພິດ ເປິເປື້ອນ ຈົນຊາວບ້ານ ຢູ່ຕາມແຄມຝັ່ງ ບໍ່ສາມາດ ໃຊ້ນໍ້ານັ້ນໄດ້ ຄືແຕ່ກ່ອນ ພ້ອມດຽວກັນ ຊີວະນາໆພັນ ແລະ ສັດໃນນໍ້າ ກໍໄດ້ຮັບ ຜົນກະທົບ ໄປຕາມໆກັນ. ຊາວບ້ານ ແຂວງ ອັດຕະປື ຜູ້ນຶ່ງ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:
"ຄົນຂຸດຄໍາ ກໍຄືຄົນຈີນ ແລ້ວກໍຄົນວຽດ ທີ່ຂະເຈົ້າ ມາຂຸດຄໍາ ແຖວນັ້ນ ມີບັນຫາ ກັບຊາວບ້ານ ກໍຄື ຂະເຈົ້າມາ ຂຸດຄໍາ ແລ້ວຊາວບ້ານ ກໍບໍ່ສາມາດ ຮ່ອນຄໍາໄດ້ ຄືເກົ່າເນ໋າະ ແມ່ນໍ້າ ກໍເປັນ ແມ່ນໍ້າຂຸ່ນ ເປັນສີແດງ ຄືແມ່ນໍ້າ ເຊກະໝານ ຄືມັນຂຸ່ນ ໝົດແລ້ວເນ໋າະ ມັນຜ່ານ ຕົວເມືອງ ອັດຕະປື".
ຊາວບ້ານ ເວົ້າອີກວ່າ ການເຂົ້າມາຂຸດ ຊອກຮ່ອນຄໍາ ໃນນໍ້າ ເຊກະໝານ ຂອງຄົນຈີນ ແລະວຽດນາມ ທາງຕອນເໜືອ ຂອງແຂວງ ອັດຕະປື ໄດ້ຍາດແຍ່ງ ອາຊີພ ຂອງຊາວບ້ານ ແລະ ຍັງກະທົບ ຕໍ່ ສະພາບແວດລ້ອມ ນໍາອີກ. ນອກຈາກນັ້ນ ນໍ້າສາຍອື່ນ ຍັງໄດ້ຮັບ ຜົນກະທົບ ຈາກ ກະແສນໍ້າ ທີ່ເປິເປື້ອນ ນີ້ໄປນໍາ ເຊັ່ນ ນໍ້າເຊຊູ ແລະ ນໍ້າເຊກອງ ທີ່ຕໍ່ກັບ ເຊກະໝານ.
ກ່ຽວກັບບັນຫາ ນີ້ຊາວບ້ານ ໄດ້ຮ້ອງຮຽນ ໄປຫາ ເຈົ້າໜ້າທີ່ ກ່ຽວຂ້ອງ ເພື່ອໃຫ້ຊ່ວຍ ແກ້ໄຂ ແຕ່ກໍຍັງ ບໍ່ມີຄວາມ ຄືບໜ້າ. ສ່ວນບັນຫາ ການຂຸດຮ່ອນຄໍາ ຫລື ການພັທນາ ໂຄງການ ຂນາດໃຫຍ່ ຈະກະທົບ ກະເທືອນ ຕໍ່ຊັພຍາກອນ ນໍ້າ ຫລືບໍ່ນັ້ນ ທາງວິທຍຸ ເອເຊັຍ ເສຣີ ໄດ້ຖາມໄປຍັງ ຜູ້ຊ່ຽວຊານ ດ້ານຊັພຍາກອນ ນໍ້າ ຂອງລາວ ແລະ ໄດ້ຄໍາຕອບ ວ່າ:
"ການສໍາຣວດ ຂອງລາວເນ໋າະ ຊັພຍາກອນນໍ້າ ຖືວ່າ 70% ທີ່ ປະຊາຊົນ ຢູ່ຊົນນະບົດ ອາສັຍ ຊັພຍາກອນ ນໍ້າ ເພື່ອຈະ ບໍຣິໂພຄ ປະຈໍາວັນ 2-3 ປັດຈັຍ ຄືວ່າ ແບບການພັທນາ ທົ່ວໄປ ແບບການພັທນາ ສ້າງເຂື່ອນ ຊີ້ເນ໋າະ ການຂຸດຄົ້ນ ຄໍາຊີພາໃຫ້ ມີຜົນກະທົບ ຕໍ່ຊັພຍາກອນນໍ້າ".
ຜູ້ຊ່ຽວຊານ ເວົ້າສລຸບວ່າ ພາກຣັຖເອງ ກໍຍັງບໍ່ທັນ ພ້ອມທີ່ຈະ ຈັດການ ກ່ຽວກັບ ບັນຫານີ້ໄດ້ ຍ້ອນກົດໝາຍ ທີ່ຍັງບໍ່ມີ ປະສິດທິພາບ ແລະ ອົງການ ຊ່ວຍເຫລືອ ສາກົນ ກໍບໍ່ມີສິດ ອໍານາດ ໃນການ ຫ້າມປາມ ຈັບກຸມ ຜູ້ລະເມີດ ກົດໝາຍ ສິ່ງແວດລ້ອມ ນີ້ໄດ້.