ຊາວນາອາຈປູກພືຊ ແນວໃໝ່ແທນເຂົ້າ

ພວກຊາວນາ ຕາມແຄມນໍ້າ ເຊບັ້ງໄຟ ເລັງເລໃຈ ທີ່ ຈະເລີ້ມ ເຮັດນາ ອີກ ຫລັງຈາກ ໄພ ນໍ້າຖ້ວມ.

ສະພາບ ນໍ້າຖ້ວມ ໃນແຂວງ ຄໍາມ່ວນ ປີ 2008 RFA

ກົດຟັງສຽງ

ທ່ານ ຄໍາມອນ ພົມພິທັກ ຫົວໜ້າ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງ ເຊບັ້ງໄຟ ແຂວງ ຄໍາມ່ວນ ກ່າວເຖິງ ສະພາບ ພື້ນທີ່ ທີ່ຖືກ ນໍ້າຖ້ວມ ວ່າ ໄດ້ຮັບ ຄວາມເສັຍຫາຍ ຢ່າງ ຫລວງຫລາຍ, ເຖິງ ປັດຈຸບັນ ນໍ້າກໍຍັງ ບໍ່ທັນ ບົກລົງ ໝົດເທື່ອ, ແຕ່ທາງ ຫ້ອງການ ກໍໄດ້ ກະຕຽມ ແນວພັນພືດ ໃຫ້ຊາວ ກະສິກອນ ເລີ້ມປູກຝັງ ຮອບໃໝ່ ເພື່ອໃຫ້ ທັນກັບ ລະດູ ເກັບກ່ຽວ ຍາມໜາວ. ທ່ານຄໍາມອນ ເວົ້າວ່າ:

"ຊິອີງ ໃສ່ນາຕ່າວ ເຮົາຄິດວ່າ ຈະເປັນການ ໄດ້ຍາກ ເພາະວ່າ ເນື້ອທີ່ ໄທເຮົານີ້ ຍັງບໍ່ທັນ ໄດ້ບົກແຫ້ງ ຈາກ ນໍ້າຖ້ວມ ເນ໋າະ ມາຮອດ ປັດຈຸບັນ ຄວາມສ່ຽງ ຢູ່ບ່ອນໃດ ຄັນຖ້າວ່າ ຕົກກ້າ ເນ໋າະ ກໍຢ້ານ ນໍ້າຖ້ວມ ອີກ ເພາະວ່າ ເດືອນ 9-10 ເຄີຍຖ້ວມ ເນ໋າະ ໃນແຕ່ ລະປີ ເຄີຍຖ້ວມ".

ທ່ານເວົ້າ ຕໍ່ໄປວ່າ ທາງ ຫ້ອງການ ຈະບໍ່ ສົງເສີມ ໃຫ້ຊາວ ກະສິກອນ ປູກເຂົ້າ ນາຕ່າວ ຢ່າງເດັດຂາດ ແຕ່ຈະ ຊັກຊວນ ໃຫ້ພວກ ຂະເຈົ້າ ປູກພືດ ລະດູແລ້ງ ອື່ນໆ ໃຫ້ ຫລາຍຂຶ້ນ ແລະ ໄດ້ກະຕຽມ ແນວພັນ ແລະ ຢາຂ້າ ສັຕຕຣູ ພືດ ທີ່ຈໍາເປັນ ໄວ້ແລ້ວ.

ເຫດ ອຸທະກະພັຍ ໃນເຂດ ເມືອງ ເຊບັ້ງໄຟ ໃນລະຫວ່າງ ເດືອນ ສິງຫາ ມີ 38 ໝູ່ບ້ານ ຖືກນໍ້າຖ້ວມ, ພື້ນທີ່ ໄຮ່ນາ 5,000 ເຮັກຕາ, ແລະ ພື້ນທີ່ ການກະເສຕ ອື່ນໆ 500 ກວ່າ ເຮັກຕາ, ສັດລ້ຽງ ປະເພດ ສັດໃຫຍ່ 200 ກວ່າໂຕ, ເປັດໄກ່ 3,000 ກວ່າໂຕ, ໜອງລ້ຽງປາ 600 ກວ່າ ໜອງ ເສັຍຫາຍ. ນອກນັ້ນ ລະບົບ ຊົລປະທານ 8 ແຫ່ງ ເພພັງ ເສັຍຫາຍ. ຮວມມູນຄ່າ ເສັຍຫາຍ ທັງໝົດ 20 ຕື້ ກວ່າກີບ.

ແຂວງຄໍາມ່ວນ ຖືກນໍ້າຖ້ວມ ຍ້ອນ ພະຍຸ ນົກເຕັນ ທີ່ໄດ້ ເຮັດໃຫ້ ລະດັບນໍ້າ ໃນນໍ້າ ເຊບັ້ງໄຟ ແລະ ນໍ້າສາຂາ ສູງຂຶ້ນ ຢ່າງວ່ອງໄວ ຈົນຖ້ວມ ບ້ານເຮືອນ, ໄຮ່ນາ ແລະ ພື້ນທີ່ ການກະເສຕ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org