ໄຊຍສະຖານ ຂ.ໄຊຍະບູຣີ
ເມືອງ ໄຊຍສະຖານ ທີ່ຖືກສ້າງ ຂຶ້ນໃໝ່ ກໍາລັງ ປະສົບ ກັບ ບັນຫາ ທາງດ້ານ ໂຄງຮ່າງ ພື້ນຖານ ຈຶ່ງເປັນ ກາຣຍາກ ໃນດ້ານ ແກ້ໄຂ ບັນຫາ ຄວາມ ທຸກຂ໌ຍາກ ຂອງ ປະຊາຊົນ.
-
ຫວາດ ສີມູນ
2011-05-26 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ເມືອງ ໄຊຍສະຖານ ແຂວງ ໄຊຍະບູຣີ ເປັນເມືອງ ທີ່ຖືກ ສ້າງຂຶ້ນໃໝ່ ໃນຣະຍະ 2 ປີ ຜ່ານມາ ແລະ ກຳລັງ ປະສົບກັບ ບັນຫາ ທາງດ້ານ ໂຄງຮ່າງ ພື້ນຖານ ຍ້ອນຂາດເຂີນ ງົບປະມານ ແລະ ປະຊາຊົນ ສ່ວນຫລາຍ ກໍເປັນ ຊົນເຜົ່າ ທີ່ມີຄວາມ ທຸກຂ໌ຍາກ ພ້ອມກັບ ຂາດຄວາມຮູ້ ຄວາມຊຳນານ ໃນກາຣທີ່ຈະ ປະກອບ ອາຊີພ ຕ່າງໆ. ດັ່ງເຈົ້າໜ້າທີ່ ຫ້ອງກາຣ ແຂວງ ກ່າວວ່າ:
“ຜ່ານມາ ນີ້ແຂວງ ໄຊຍະບູຣີ ກໍຖືວ່າ ເປັນແຂວງ ໜຶ່ງທີ່ມີ ຄວາມຫຍຸ້ງຍາກ ໂດຽສະເພາະ ແມ່ນກາຣສ້າງ ຕັ້ງເມືອງໃໝ່ ໂດຽສະເພາະ ເມືອງ ໄຊຍສະຖານ ນັບວ່າ ສ້າງຕັ້ງມາ 2 ປີນີ້ ສຳລັບ ພື້ນຖານ ວັຕຖຸ ຍັງຂາດເຂີນ ເພາະວ່າ ເຂຕເມືອງ ໄຊຍສະຖານ ນີ້ ເປັນເມືອງ ໜຶ່ງ ຂອງແຂວງ ໄຊຍະບູຣີ ທີ່ຍັງມີ ຄວາມທຸກຂ໌ຍາກ ສູງ ໂດຽສະເພາະ ກໍຊິຈະໄດ້ ແກ້ໄຂ ພື້ນຖານ ວັຕຖຸ ທາງດ້ານ ກາຣສຶກສາ”.
ເຈົ້າໜ້າທີ່ ທ່ານນີ້ ໃຫ້ກາຣ ອະທິບາຍ ເພີ້ມວ່າ ເຖິງແມ່ນ ເມືອງ ໄຊຍສະຖານ ຖືກສ້າງ ຕັ້ງຂຶ້ນມາ ໄດ້ 2 ປີນີ້ ແລ້ວກໍຕາມ ແຕ່ກໍຍັງ ບໍ່ທັນມີ ຄວາມພ້ອມ ໃນກາຣ ກໍ່ສ້າງ ໂຄງຮ່າງ ພື້ນຖານ ໄດ້ເທື່ອ ໂດຽສະເພາະ ກາຣກໍ່ສ້າງ ອາຄາຣຕ່າງໆ ແລະ ຖນົນຫົນທາງ ເພື່ອກາຣ ຄົມນາຄົມ ກໍບໍ່ສະດວກ ພ້ອມຍັງມີ ຄວາມຕ້ອງກາຣ ທີ່ຈະປຸກ ສ້າງໂຮງຮຽນ ເປັນບ່ອນໃຫ້ ພວກເດັກນ້ອຍ ໄດ້ມີ ໂອກາສ ເຂົ້າໂຮງຮຽນ ພໍຈະມີ ອະນາຄົຕ ໃນພາຍໜ້າ.
ເມືອງ ໄຊຍສະຖານ ປະກອບດ້ວຍ 21 ໝູ່ບ້ານ ຖືກຕັ້ງຂຶ້ນ ເປັນເມືອງ ທີ່ 11 ຊຶ່ງຢູ່ ໃກ້ກັບ ເມືອງພຽງ ແລະ ເມືອງຫົງສາ ໃນແຂວງ ໄຊຍະບູຣີ.