ບັນຫາຂອງໂຄງການ ເຂື່ອນໄຊຍະບູຣີ

ກຸ່ມນັກ ຊ່ຽວຊານ ຖແລງວ່າ ຝ່າຍຮັບ ຜິດຊອບ ໃນໂຄງການ ສ້າງເຂື່ອນ ໄຊຍະບູຣີ ບໍ່ມີຄວາມ ໂປ່ງໃສ.

ໃນຮູປຖ່າຍ ຈາກຊ້າຍ ຫາຂວາ: ດຣ.ປັນຍາ ຈາຣຸສິຣິ ນັກຊ່ຽວຊານ ຄົ້ນຄວ້າ ເຣື້ອງ ແຜ່ນດິນໄຫວ ທ່ານ ສຣີສຸວັນ ຄວນຄະຈອນ Dr. Carl Middleton ຈາກ ອົງການ ສືກສາ ແລະ ພັທນາ ນາໆຊາດ ມະຫາວິທຍາໄລ ຈຸລາລົງກອນ Mr. Nguyen Huu Thien ນັກຊ່ຽວຊານ ຈາກ ວຽດນາມ. (ກອງປະຊຸມ ນັກຊ່ຽວຊານ ມີຂື້ນ ວັນທີ 10 ຕຸລາ 2011) RFA

ກົດຟັງສຽງ

Dr. Carl Middleton ຈາກ ອົງການ ສືກສາ ແລະ ພັທນາ ນານາຊາດ ມະຫາວິທຍາໄລ ຈຸລາລົງກອນ ໄດ້ຍົກເອົາ ບັນຫາ ຄວາມສ່ຽງ ຂອງເຂື່ອນ ແລະ ຄວາມ ຮັບຜິດຊອບ ຕໍ່ບັນຫາ ຂອງ ຝ່າຍໄທ ແລະ ຝ່າຍລາວ ຂື້ນມາ ຫາລື, ເພື່ອຢາກ ຊີ້ໃຫ້ເຫັນ ວ່າຄວາມຮູ້ ຄວາມເຂົ້າໃຈ ລະຫ່ວາງ ຝ່າຍທີ່ມີ ຄວາມຮັບ ຜິດຊອບ ກັບຝ່າຍ ທີ່ເປັນຫ່ວງ ມີຊ່ອງວ່າງ ຫລາຍ. ທ່ານ ໄດ້ຍົກ ໂຕຢ່າງເຣື້ອງ ຣັຖບານລາວ ບໍ່ເປີດເຜີຽ ຢ່າງແນ່ນອນ ກ່ຽວກັບ ການເລີ້ມ ສ້າງຖນົນ ໃນ ບໍຣິເວນ ໂຄງການ ສ້າງເຂື່ອນ ໄຊຍະບູຣີ. ທ່ານເວົ້າວ່າ:

"ຣັຖບານລາວ ເວົ້າວ່າ ການສ້າງ ຖນົນ ນີ້ ເປັນພຽງ ວຽກງານ ໃນ ເບື້ອງຕົ້ນຊື່ໆ ມັນຈະບໍ່ມີ ຜົນສະທ້ອນ ຕໍ່ ແມ່ນໍ້າຂອງ ແລະ ຖນົນນີ້ ຈະໃຊ້ໃນ ຈຸດປະສົງ ອື່ນໆ ຖ້າຫາກວ່າ ເຂື່ອນນີ້ ບໍ່ຖືກ ສ້າງຂື້ນ, ແຕ່ໃນ ຂນະດຽວກັນ ມີສັນຍານ ບອກວ່າ ການເຈຣະຈາ ນັ້ນມີ ຜົນຄືບໜ້າ ໄປເລື້ອຍໆ ອັນບອກ ເຖິງວ່າ ຣັຖບານລາວ ຕັດສີນໃຈ ສ້າງແລ້ວ ກ່ອນການ ກໍ່ສ້າງ ຈະສໍາເຣັດ ລົງ".

ນອກນັ້ນ ທ່ານໄດ້ ເວົ້າເຖິງ ຄວາມຮັບຜິດຊອບ ຂອງ ທະນາຄານ ແລະ ບໍຣິສັດໄທ ທີ່ສນັບສນູນ ເງິນທືນ ໃນການ ກໍ່ສ້າງ ໂດຍເວົ້າວ່າ ບໍ່ເປີດເຜີຽ ໃຫ້ຮູ້ວ່າ ໄດ້ເອົາ ມາຕການ ຜົນກະທົບ ຕໍ່ສິ່ງ ແລດລ້ອມ ແນວໃດ ແດ່. ດຣ. ປັນຍາ ຈາຣຸສິຣິ ນັກຊ່ຽວຊານ ຄົ້ນຄົ້ວາ ແຜ່ນດິນໄຫວ ໃຫ້ ລາຍລະອຽດ ກ່ຽວກັບ ການຄົ້ນຄົ້ວາ ວ່າ ເຂື່ອນ ໄຊຍະບູຣີ ຢູ່ໃນແລວ ຂອງ ແຜ່ນດິນແຕກ ມັນເປັນ ໄປໄດ້ ທີ່ເຂື່ອນ ນີ້ຈະໄດ້ຮັບ ຜົນກະທົບ ຖ້າຫາກວ່າ ເກີດແຜ່ນດິນໄຫວ ຂະນາດ 5.4 Richter ຂື້ນໄປ. ສ່ວນ ນັກຊ່ຽວຊານ ສະພາບ ແວດລ້ອມ ຈາກວຽດນາມ ເວົ້າວ່າ ຖ້າມີ ການສ້າງ ເຂື່ອນ ທັງໝົດ 12 ແຫ່ງ ໃສ່ ແມ່ນໍ້າຂອງ ຜົນຜລິດ ຂອງການ ກະສິກັມ ແລະ ການປະໂມງ ຈະໄດ້ ຮັບຜົນ ກະທົບ ຢ່າງໜັກ.

ຄໍາກ່າວ ຂອງ ນັກຊ່ຽວຊານ ມີຂື້ນ ໃນຕອນເຊົ້າ ຂອງ ວັນຈັນ ວັນທີ 10 ຕຸລາ ນີ້ ຢູ່ທີ່ ສະມາຄົມ ນັກຂ່າວ ຕ່າງປະເທດ ທີ່ບາງກອກ ປະເທດໄທ ທີ່ ສົນທະນາກັນ ໃນຫົວເຣື້ອງ: ຄວາມສ່ຽງ ແລະ ຄວາມ ຮັບຜິດຊອບ ຂອງ ຣັຖບານໄທ, ທະນາຄານ ແລະ ບໍຣິສັດ ຫລາຍແຫ່ງ ຂອງໄທ ທີ່ໃຫ້ ເງິນກູ້ຢືມ, ຄວາມຮັບ ຜິດຊອບ ຂອງ ຣັຖບານລາວ, ແລະ ກັມມາທິການ ແມ່ນໍ້າຂອງ MRC ຜູ້ອໍານວຍ ຄວາມສະດວກ ໃນການ ຕັດສີນໃຈ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org