ເຂື່ອນໄຊຍະບຸຣີອາຈ ສ້າງບັນຍາກາດຟົດຟື້ນ
ແມ່ນໍ້າຂອງ ອາຈເປັນ ສາຍນໍ້າ ທີ່ກໍ່ໃຫ້ເກີດ ຄວາມຂັດແຍ່ງກັນ ຊື່ງຈະເຫັນໄດ້ ໃນບັນດາ ປະເທດລຸ່ມ ແມ່ນໍ້າຂອງ ຖ້າຫາກ ບໍ່ສາມາດ ຊອກຫາກົນໄກ ທີ່ຈະເຮັດໃຫ້ ຄວາມຕ້ອງການ ແລະ ຊັພຍາກອນ ທີ່ມີຢູ່ນັ້ນ ສົມດູນກັນ. ອີງຕາມ ລາຍງານ ຂອງໜັງສືພິມ The Nation ຂອງໄທ ວັນທີ 9 ພຶສພາ 2012.
-
ໂພໄຊສວັດ
2012-05-09 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໂຄງການ ສ້າງເຂື່ອນ ໄຊຍະບູຣີ ໃສ່ແມ່ນໍ້າ ສາຍຫລັກ ຂອງລາວ ໄດ້ກໍ່ໃຫ້ເກີດ ບັນຫາຂັດແຍ່ງ ກັນກັບບັນດາ ປະເທດລຸ່ມ ແມ່ນໍ້າຂອງ ທີ່ເຫັນວ່າຈະສ້າງ ຜົນກະທົບ ຕໍ່ສະພາບແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ.
ເຂື່ອນໄຟຟ້າ ໄຊຍະບຸຣີ ຈະສາມາດ ຜລິດກະແສ ໄຟຟ້າໄດ້ 1,280 ເມັກກະວັດ ແລະ ສ່ວນໃຫຍ່ ຈະສົ່ງຂາຍໃຫ້ໄທ. ເຂື່ອນໄຟຟ້າ ດັ່ງກ່າວ ຈະມີຄວາມຍາວ 810 ແມັດ ແລະສູງ 32 ແມັດ ຈະເປັນນຶ່ງໃນ ຈໍານວນຫລາຍໆເຂື່ອນ ທີ່ຈະສ້າງໃສ່ ແມ່ນໍ້າຂອງ ໃນລາວ ມີແຜນການ ສ້າງຮ່ວມ ລົງທຶນກັບໄທ.
ຣັຖມົນຕຣີຊັພຍາກອນ ທັມມະຊາດ ແລະ ອຸຕຸນິຍົມ ວິທຍາ ກໍາພູຊາ ທ່ານ Lim Kean Hor ໄດ້ສົ່ງເອກກະສານ ໄປຍັງ ທາງການລາວ ເມື່ອທ້າຍເດືອນກ່ອນ ຮຽກຮ້ອງ ໃຫ້ໂຈະໂຄງການ ດັ່ງກ່າວ ແລະເລື່ອນ ອອກໄປຈົນກວ່າ ການສຶກສາ ດ້ານຜົນກະທົບ ຕໍ່ສິ່ງແວດລ້ອມ ຈະສໍາເຣັດ ເສັຽກ່ອນ.
ທ່ານກ່າວວ່າ ຫາກລາວ ດື້ດຶງ ດໍາເນີນການ ກໍ່ສ້າງຕໍ່ໄປ ອາດຈະເປັນ ການຣະເມີດ ເຮັດໃຫ້ ຄວາມເຊື່ອຖື ແລະ ຄວາມປາຖນາດີ ທີ່ມີຣະຫວ່າງ ປະເທດລຸ່ມ ແມ່ນໍ້າຂອງ ນໍາກັນ ເຊື່ອມໂຊມໄດ້. ປະຊາຊົນ ທີ່ອາສັຍ ຢູ່ຕາມແຄມ ແມ່ນໍ້າຂອງ 8 ແຂວງຂອງໄທ ກໍຕໍ່ຕ້ານ ການສ້າງເຂື່ອນ ໄຊຍະບຸຣີ ຢ່າງຮຸນແຮງ ແລະ ຮຽກຮ້ອງໃຫ້ລາວ ຮັບຟັງ ເອົາໃຈໃສ່ ກ່ຽວກັບ ຄວາມວິຕົກກັງວົນ ຂອງ ພວກຂະເຈົ້າ.