ທະນາຄາຣໂລກເປັນຫ່ວງ ປະເທດທຸກຍາກ
ທະນາຄາຣ ໂລກ ຮຽກທວງ ໃຫ້ ທາງກາຣ ກ່ຽວຂ້ອງ ເອົາໃຈໃສ່ ໃຫ້ຄວາມ ຊ່ວຍເຫລືອ ປະຊາຊົນ ທີ່ ທຸກຂ໌ຍາກ ຢູ່ໃນ ປະເທສ ທີ່ກຳລັງ ມີກາຣ ພັທນາ.
-
ຫວາດ ສີມູນ
2011-10-27 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທາງກາຣ ທະນາຄາຣ ໂລກ ຖແລງວ່າ ຫລາຍໆ ປະເທສ ທີ່ກໍາລັງ ມີກາຣ ພັທນາ ໄດ້ຮັບ ຜົລກະທົບ ຢ່າງຫລວງຫລາຍ ຈາກ ວິກິຕກາຣ ເງິນ ຕົກຕໍ່າ ໃນເຂຕ ປະເທສ ຢູໂຣປ ແລະ ຢາກໃຫ້ ທາງກາຣ ກ່ຽວຂ້ອງ ເອົາມາຕກາຣ ຈັດຫາ ໂຄງກາຣ ໃຫ້ຄວາມ ຊ່ວຍເຫລືອ ປະຊາຊົນ ໃນບັນດາ ປະເທສ ທີ່ໄດ້ ຮັບຜົລ ກະທົບ ໄປຕາມໆ ກັນນັ້ນ.
ທ່ານ Robert Zoellick ປະທານ ທະນາຄາຣ ໂລກ ໄດ້ແຈ້ງ ຕໍ່ທາງ ສື່ມວລຊົນ ຢູ່ ກຸງ ມະນີລາ ໃນມື້ວັນ ພຸທ ນີ້ວ່າ ເສຖກິຈ ໃນຫລາຍ ປະເທສ ໄດ້ຮັບ ຜົລກະທົບ ຈາກ ຣະບົບ ກາຣເງິນ ຕົກຕໍ່າ ໃນເຂຕ ຢູໂຣປ ເຮັດໃຫ້ ຣາຄາ ໃນຕລາດ ຫລັກຊັພ ແລະ ກາຣສົ່ງ ສິນຄ້າ ອອກ ໄດ້ຫລຸດ ຕໍ່າລົງ ເລື້ອຍໆ ແຕ່ເດືອນ ສິງຫາ ເປັນຕົ້ນມາ, ຮວມທັງ ຢູ່ໃນ ປະເທສ ຟີລິປປິນ ກໍ ປະສົບ ກັບ ບັນຫາ ທີ່ ເສຖກິຈ ຕົກຕໍ່າ ເຊັ່ນກັນ.
ຢ່າງໃດ ກໍຕາມ ຜູ້ນໍາ ທະນາຄາຣ ໂລກ ມີກໍາໜົດ ທີ່ຈະພົບ ປະຫາຣື ກັບ ປະທານາທິບໍດີ ຟີລິປປິນ ທ່ານ Benigno Aquino ໃນມື້ວັນ ພຣະຫັດ ນີ້ ເພື່ອ ປະກອບສ່ວນ ເຂົ້າໃນ ແຜນ ປະຕິຮູບ ຣະບົບກາຣ ປະຕິບັຕ ງານຕໍ່ຕ້ານ ແລະ ກຳຈັດ ກາຣ ສໍ້ຣາສ ບັງຫລວງ ໃນ ຟີລິປປິນ ພ້ອມກັບ ໂຄງກາຣ ປັບປຸງ ໂຄງຮ່າງ ພື້ນຖານ ຕ່າງໆ ເພື່ອເປັນ ກາຣຊ່ວຍ ປະຊາຊົນ ໃນມີ ວຽກເຮັດ ງານທຳ ແລະ ຂຍາຍ ໂຄງກາຣ ປ້ອງກັນ ພັຍ ທັມຊາຕ ໃຫ້ດີ ກວ່າເກົ່າ ເພື່ອບໍ່ໃຫ້ ປະຊາຊົນ ໄດ້ຮັບຜົລ ກະທົບ ແຕ່ຢ່າງໃດ ໃນຂັ້ນ ຕໍ່ໄປ.