ສຸຂອະນາມັຍ ໃນລາວດີຂື້ນ
ຜູ້ຕາງໜ້າ ຫ້ອງການ ອົງການ ອະນາມັຍ ໂລກ ປະຈໍາລາວ ທ່ານ Asmus Hammerich ເຫັນວ່າ ສາທາຣະນະສຸຂ ໃນລາວ ມີການ ປັບປຸງ ດີຂື້ນ ກວ່າແຕ່ກ່ອນ.
-
ສົມເນ
2012-04-10 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທ່ານ ໄດ້ກ່າວ ເຣື້ອງນີ້ ເນື່ອງໃນ ໂອກາດ ສລອງວັນ ອະນາມັຍ ໂລກ ໃນວັນເສົາ ຜ່ານມາ ຢູ່ທີ່ ນະຄອນຫລວງ ວຽງຈັນ. ຕາມລາຍງານ ຂອງອົງການ ຂ່າວ ຊິນຫົວ.
ທ່ານ Hammerich ວ່າ ລາວມີ ເຈຕນາ ຈະເພີ້ມການ ປະກອບສ່ວນ ຂື້ນຕື່ມ 2 ຕໍ່ ໃນວຽກງານ ອະນາມັຍ ພາຍໃນ 2 ປີ ຂ້າງໜ້າ ຫລາຍປີ ຜ່ານມານີ້ ລາວ ສາມາດຄວບຄຸມ ການແພ່ຣະບາດ ຂອງ ເຊື້ອໂຣຄ HIV/AIDS ແລະ ພຍາດໄຂ້ ມາລາເຣັຽ ໄດ້ດີສົມຄວນ ໃນຖານະ ເປັນປະເທດ ທີ່ພັທນາ ນ້ອຍທີ່ສຸດ. ທ່ານວ່າ ວຽກງານ ທໍາອິດ ຂອງຫ້ອງການ ອະນາມັຍ ໂລກ ແມ່ນຢາກ ເຮັດໃຫ້ ປະຊາຊົນ ທົ່ວໄປ ເຂົ້າເຖິງ ການ ບໍຣິການ ສຸຂພາບ ຂັ້ນຕົ້ນ ແລະ ຫລຸດຜ່ອນ ຄວາມບໍ່ ສະເໝີພາບ ໃນດ້ານນີ້. ການສລອງວັນ ອະນາມັຍ ໂລກ ປີນີ້ ແມ່ນສຸມໃສ່ ສຸຂອະນາມັຍ ຄົນສູງອາຍຸ.
ຢູ່ໃນລາວ ອັດຕຣາຄົນ ອາຍຸກາຍ 60 ປີ ຂື້ນໄປ ມີຕໍ່າກ່ວາ ອັດຕຣາ ສະເລັ່ຽຂອງໂລກ ແຕ່ວ່າ ອັຕຣາ ດັ່ງກ່າວ ຈະເພີ້ມຂື້ນ ໃນເມື່ອຫາກ ການພັທນາ ໃນລາວ ມີຄວາມ ກ້າວໜ້າຂື້ນ. ວຽກງານ ສຸຂອະນາມັຍ ຂອງ ແມ່ ແລະ ການຫລຸດຜ່ອນ ການຕາຍ ຂອງເດັກນ້ອຍ ແມ່ນນື່ງໃນ 9 ເປົ້າໝາຍ ສະຫັດສວັດ ທີ່ຣັຖບານລາວ ຕ້ອງບັນລຸ ຄວາມສໍາເຣັດ ພາຍໃນ ປີ 2015 ນີ້ ຖ້າຫາກວ່າ ການໃຫ້ທືນ ເພີ້ມຂື້ນ ໂດຍສະເພາະ ເພີ້ມ ທືນ ຊ່ວຍເຫລືອ ຢູ່ໃນເຂດ ພູເຂົາ ສອກຫລີກ ຫ່າງໄກ ໃນເຂດເໜືອ ແລະ ບາງແຫ່ງ ໃນເຂດໃຕ້.