ອົງກາຣອາຫາຣໂລກ ຊ່ວຍແນະນໍາສວນຄົວ

ອົງກາຣ ອາຫາຣ ໂລກ ຊ່ວຍເຫລືອ ຄອບຄົວ ທຸກຂ໌ຍາກ ຢູ່ ແຂວງ ພາກເໜືອ ຂອງລາວ.

ທ້າວ ຄອນສວັນ ຢືນຢູ່ ໜ້າສວນຜັກ ທີ່ລາວລົງມື ເຮັດເອງ ຊື່ງເປັນ ໂຄງການ ຂອງ ອົງການ ອາຫານໂລກ ທີ່ຊ່ວຍເຫຼືອ ແນະນໍາ ໃຫ້ຊາວ ຊົນນະບົດ ມີຢູ່ມີກິນ ແລະ ປ້ອງກັນ ການຂາດແຄນ ອາຫານ ໃນຂັ້ນຕໍ່ໄປ WFP/Annika Harald

ກົດຟັງສຽງ

ອົງກາຣ ອາຫາຣໂລກ ຫລື WFP (World Food Program) ຊຶ່ງ ປັຈຈຸບັນ ໃຫ້ຄວາມ ຊ່ວຍເຫລືອ ຫລາຍໆ ຄອບຄົວ ທີ່ທຸກຂ໌ຍາກ ຢູ່ ແຂວງ ອຸດົມໄຊ ດ້ວຍກາຣ ແນະນຳ ໃຫ້ ສະມາຊິກ ຄອບຄົວ ປູກພືຊ ເພື່ອໃຫ້ ຄອບຄົວ ມີອາຫາຣ ທີ່ມີ ຄຸນນະພາບ ຕໍ່ ຮ່າງກາຍ ທັງຜູ້ໃຫຍ່ ແລະ ເດັກນ້ອຍ ຊື່ງ ປາກົດວ່າ ໄດ້ຜົລດີ ຕາມ ຄາດໝາຍ ພ້ອມກັບໄດ້ ເນັ້ນວ່າ ຍັງມີ ປະຊາຊົນ ຢ່າງ ຫລວງຫລາຍ ທີ່ກຳລັງ ປະສົບ ກັບ ບັນຫາ ກາຣຂາດແຄນ ອາຫາຣ ກາຣກິນ ເພີ່ມ ຫລາຍຂຶ້ນ ໃນປີນີ້ ຍ້ອນພັຍ ທັມມະຊາຕ ໃນຣະຍ ະທີ່ຜ່ານມາ.

ທ້າວ ຄອນສວັນ ຣາສດອນ ບ້ານນໍ້າດໍ ຊຶ່ງ ກໍເປັນ ຜູ້ໜຶ່ງ ໃນຈໍານວນ ຊາວບ້ານ 17 ຄົນ ທີ່ ໄດ້ຜ່ານ ກາຣຝຶກ ອົບຮົມ ດ້ານກາຣ ເຮັດສວນຄົວ ໃນ ຣະດູແລ້ງ ດ້ວຍກາຣ ຈັດຫາ ຣະບົບ ນ້ຳ ແບບລັກສນະ ຊົລປະທານ ເພື່ອຫົດ ຕາມໃຮ່ນາ ແລະ ສວນຜັກ ຂອງ ພວກຕົນ ຢ່າງ ໄດ້ຜົລດີ.

ຊາວບ້ານ ເວົ້າວ່າ ປັຈຈຸບັນ ພວກຕົນ ໄດ້ປູກ ໝາກຖົ່ວຍາວ ຜັກ ກະຫລໍ່າປີ ໝາກເຜັດ ໝາກເຂືອ ຜັກບົ່ວ ຫົວທຽມ ໝາກກວ້ຍ ໝາກອຶ ແລະອື່ນໆ ຫລາຍໆຢ່າງ ເພື່ອ ເກັບໄວ້ ສຳລັບ ໃນຍາມ ທີ່ຂາດເຂີນ ພ້ອມກັບ ມີກາຣ ແນະນຳ ໃຫ້ຄົນ ໃນຄອບຄົວ ອື່ນໆ ໄດ້ເອົາ ໃຈໃສ່ ໃນກາຣ ທຳມາ ຫາກິນ ເພື່ອລ້ຽງ ຄອບຄົວ ຂອງພວກຕົນ.

ໃນຂນະດຽວກັນ ທາງ ເຈົ້າໜ້າທີ່ ຈາກ ອົງກາຣ ອາຫາຣ ໂລກ ກໍມີ ໂຄງກາຣ ທີ່ຈະຈັດ ໃຫ້ມີ ຫລັກສູຕ ກາຣຝຶກສອນ ດ້ານກາຣ ເຮັດສວນຄົວ ເພື່ອໃຫ້ ສາມາຕ ກຸ້ມຕົນເອງ ໃນເຂຕ ບ້ານອື່ນໆ ໃນທົ່ວ ແຂວງອຸດົມໄຊ ຕໍ່ໄປ ເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org