ນໍ້າຂອງບົກ ຫ້ອງການນໍ້າກັງວົນ

ຫ້ອງການ ຊັພຍາກອນ ນໍ້າ ແລະ ສິ່ງແວດລ້ອມ ເປັນຫ່ວງນໍາ ບັນຫາ ຣະດັບນໍ້າຂອງ ບົກ ໃນຊ່ວງ ຣະດູໜາວນີ້.

ແມ່ນໍ້າຂອງ ໃນຕອນທີ່ ເຕັມໄປດ້ວຍ ກະແສນໍ້າ ການເດີນເຮືອ ຂື້ນລົງກໍສະບາຍ ຫາຍກັງວົນ RFA

ກົດຟັງສຽງ

ຫ້ອງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ຣະບຸວ່າ ຣະດັບນໍ້າ ໃນແມ່ນໍ້າຂອງ ເຣີ້ມບົກ ໃນຕອນເໜືອ ລົງຫາ ຕອນກາງ ຂອງປະເທດແລ້ວ, ໂດຍສະເພາະ ທີ່ແຂວງ ບໍ່ແກ້ວ ລົງມາຫາ ແຂວງ ໄຊຍະບູຣີ ແລະ ນະຄອນຫລວງ ວຽງຈັນ ເພາະວ່າ ຄວາມແຫ້ງແລ້ງ ຂອງ ຣະດັບນໍ້າ ໃນແມ່ນໍ້າ ສາຂາ ກໍຫລຸດລົງ. ນອກຈາກນັ້ນ, ຝົນກໍບໍ່ຕົກ ເພາະວ່າ ເຂົ້າສູ່ຣະດູໜາວແລ້ວ. ເຈົ້າໜ້າທີ່ ກ່ຽວຂ້ອງ ຊັພຍາກອນນໍ້າ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

“ປີນີ້ ນໍ້າຈະໜ້ອຍ ກ່ວາປີກາຍ ເພາະວ່າ ປີທີ່ແລ້ວ ມັນຈະເປັນ 12 ແມັດ ກ່ວາໆ ແຕ່ປີນີ້ ບໍ່ຮອດ ກໍມີແຕ່ 8.17 ແມັດ ໃນຊ່ວງດຽວກັນ.”

ທ່ານ ກ່າວຕໍ່ໄປ ອີກວ່າ ຕັ້ງແຕ່ ໝົດໜ້ານໍ້າ ມາໄດ້ ລະຍະນຶ່ງ ແລ້ວນັ້ນ ພົບວ່າ ຣະດັບນໍ້າ ກໍເຣີ້ມຄ່ອຍໆ ບົກລົງ, ໂດຍສະເພາະ ທີ່ ແຂວງບໍ່ແກ້ວ ທີນໍ້າເຣີ້ມ ບົກລົງ ຈາກ 12 ແມັດ ເຫລືອພຽງ 10 ແມັດ, ຈົນເກີດເປັນ ຫາດຊາຍ. ນອກຈາກນັ້ນ, ບັນຫາ ຈາກເຂື່ອນຕອນເທິງ ໃນປະເທດຈີນ ກໍເຣີ້ມ ເປີດ-ປິດ ປະຕູນໍ້າ ເປັນເວລາ, ດັ່ງນັ້ນ ນໍ້າຈະ ຂຶ້ນໆລົງໆ ເປັນລະຍະ ສົ່ງຜົນ ຕໍ່ຣະດັບ ນໍ້າຂອງ ຕລອດສາຍ ຢ່າງຫລວງຫລາຍ.

ເມື່ອມາເຖິງ ແຂວງ ໄຊຍະບູຣີ, ອຸດົມໄຊ ແລະ ປາກແບງ ມີຣາຍງານ ວ່າ ຣະດັບນໍ້າ ເຣິມບົກລົງ, ດອນຊາຍ ແລະ ເກາະດອນຕ່າງໆ ກໍເຣີ້ມໂຜ່ພົ້ນນໍ້າ, ແຕ່ກໍຍັງບໍ່ທັນ ສົ່ງຜົນກະທົບ ໃນການເດີນເຮືອ ຈາກປາກແບງ ໄປຫາ ຫລວງພຣະບາງ ເນື່ອງຈາກວ່າ ຍັງອາສັຍ ຮ່ອງນໍ້າເລິກ ເປັນຕົວຊ່ອຍ. ຖ້າຫາກວ່າ ເວລາໃດ ທີ່ຣະດັບນໍ້າ ຫລຸດລົງ ຈາກ 8 ແມັດ, ການເດີນເຮືອ ກໍຈະພົບ ອຸປະສັກ.

ສ່ວນ ຣະດັບນໍ້າຂອງ ໃນເຂດ ນະຄອນຫລວງ ວຽງຈັນ ກໍບົກໃນ ຣະດັບ 8 ແມັດ, ຊຶ່ງຖືວ່າບົກ ແຕ່ຍັງບໍ່ ຜິດປົກຕິ, ຊຶ່ງໃນລະຍະ 5 ປີຫລັງ ຣະດັບນໍ້າ ໃນເຂດດັ່ງກ່າວ ຢູ່ໃນ ຣະດັບຊໍ່ານີ້ ມາຕລອດ. ສາເຫດ ເຊື່ອວ່າ ມາຈາກ ຜົນກະທົບ ຂອງເຂື່ອນຈີນ ທີ່ກັກນໍ້າໄວ້ ເຖິງແມ່ນວ່າ ຈີນເອງ ຈະປະຕິເສດ ມາໂດຍຕລອດ ກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org