ຄ່າແຮງຄົນງານໃນລາວ

ເຈົ້າຂອງ ກິຈການ ຕັດຫຍິບ ແຫ່ງນື່ງ ເວົ້າວ່າ ບໍ່ທັນຂື້ນ ຄ່າແຮງງານ ກໍບໍ່ມີ ບັນຫາ ຫາກເບິ່ງແຍງ ລູກຈ້າງ ໄດ້ດີ.


ກົດຟັງສຽງ

ຕັ້ງແຕ່ຕົ້ນ ປີ ມານີ້ ຣັຖບານລາວ ໄດ້ປະກາດ ໃຫ້ທຸກພາກສ່ວນ ທຸຣະກິດ ໃນທົ່ວ ປະເທດ ປັບຄ່າແຮງງານ ຕໍ່າສຸດ ຂື້ນເພື່ອໃຫ້ ທັນກັບ ຄ່າຄອງຊີພ ທີ່ແພງຂື້ນ ເລື້ອຍໆ. ຫລາຍໂຮງງານ ຍັງບໍ່ສາມາດ ປະຕິບັດ ໄດ້ຍ້ອນ ເຫດຜົນທີ່ ແຕກຕ່າງກັນ. ຄົນງານ ບາງໂຮງງານ ເລີ້ມບໍ່ພໍໃຈ ແຕ່ປາກົດວ່າ ບໍ່ຄ່ອຍມີ ຂ່າວວ່າ ລູກຈ້າງ ຖືກເອົາປຽບ ຫລືຖືກຂູດຮີດ ແຮງງານ ຫລືອອກມາ ປະທ້ວງ ຮຽກຮ້ອງ ຂໍຄວາມເປັນທັມ ແຕ່ຢ່າງ ໃດ. ຕໍ່ບັນຫາ ດັ່ງກ່າວນີ້ ວິທຍຸ ເອເຊັຽເສຣີ ຈື່ງຖາມຄໍາເຫັນ ຂອງນາຍຈ້າງ ໂຮງງານ ຕັດຫຍິບ ແຫ່ງນື່ງ ທ່ານກໍໃຫ້ ຄໍາຕອບວ່າ ມັນຂື້ນຢູ່ກັບ ຄວາມສັມພັນ ລະຫ່ວາງ ນາຍຈ້າງ ກັບລູກຈ້າງ. ທ່ານເວົ້າວ່າ:

"ມັນປະຕິບັດ ບໍ່ໄດ້ເນື່ອງຈາກ ມັນມີຜົນ ປໂຍດເຂົ້າມາ ກ່ຽວຂ້ອງ ຂື້ນຢູ່ກັບ ນະໂຍບາຍ ຂອງ ບໍຣິສັດ ດອກ ຖ້າບໍຣິສັດ ເອີ້ນວ່າມີ relation ດີລະຫ່ວາງ ນາຍຈ້າງ ກັບລູກຈ້າງ ບັນຫານີ້ ບໍ່ມີ".

ທ່ານອະທິບາຍ ວ່າ ການທີ່ ບໍ່ສາມາດ ຂື້ນຄ່າແຮງງານ ໃຫ້ຄົນງານ ຕາມກໍານົດ ຂອງຣັຖບານນັ້ນ ຍ້ອນວ່າ ຍັງມີບັນຫາ ຫລາຍດ້ານຄື ເອກກະສານ ດ້ານການຈັດການ ງົບປະມານ ແລະອື່ນໆ. ສໍາລັບ ບໍຣິສັດ ທີ່ບໍ່ທັນຂື້ນ ຄ່າແຮງງານ ນັ້ນ ກໍຈະບໍ່ໄດ້ ມີບັນຫາຫຍັງ ຫາກວ່າ ບໍຣິສັດ ເບິ່ງແຍງ ພະນັກງານ ໃຫ້ດີ ໃຊ້ວຽກງານ ເຂົາເຈົ້າຢ່າງ ເໝາະສົມ ບໍ່ເອົາປຽບ ຄ່າແຮງງານ ມີຄ່າລ່ວງ ເວລາໃຫ້ ມີສວັດດີການ ໃຫ້ ແຕ່ກໍ
ມີຄວາມສ່ຽງ ຄືກັນ ລູກຈ້າງອາດ ຈະຍ້າຍໄປ ເຮັດວຽກ ໃຫ້ ບໍຣິສັດ ອື່ນ ທີ່ມີຄ່າຈ້າງ ແພງກ່ວາ ກໍເປັນໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org