ຜູ້ນໍາວຽດນາມຂື້ນກ່າວ ໃນສະພາແຫ່ງຊາດລາວ
ເລຂາທິການ ໃຫຍ່ ຂອງພັກ ຄອມມຸນີດ ວຽດນາມ ທີ່ມາ ຢ້ຽມຢາມ ລາວ ຖືກເຊີນ ໃຫ້ກ່າວ ຄໍາປາໃສ ຕໍ່ ສະພາ ແຫ່ງຊາດ ສປປລາວ.
-
ສິດນີ
2011-06-21 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທ່ານ ຫງຽນ ຟູຈອງ ເລຂາທິການ ໃຫຍ່ ພັກຄອມມຸນີດ ວຽດນາມ ພ້ອມທັງ ເປັນ ປະທານ ສະພາ ແຫ່ງຊາດ ວຽດນາມ ທີ່ມາ ຢ້ຽມຢາມ ສປປລາວ ພ້ອມດ້ວຍ ພັລຍາ ໃນອາທີດນີ້ ໄດ້ກ່າວ ຄຳປາສັຍ ຕໍ່ ກອງປະຊຸມ ຄັ້ງ ປະຖົມມະຣຶກ ຊຸດທີ່ 7 ຂອງ ສະພາ ແຫ່ງຊາດ ລາວ ໃນວັນທີ 21 ມີຖຸນາ. ໃນຄຳປາສັຍ ຂອງທ່ານ ມີດັ່ງນີ້:
ທ່ານຮູ້ສືກ ດີໃຈ ແລະ ເປັນກຽດ ທີ່ໄດ້ຂື້ນ ມາປາສັຍ ຕໍ່ກອງປະຊຸມ ເວທີ ສະພາ ແຫ່ງຊາດ ທີ່ຖືວ່າ ເປັນເວທີ ການເມືອງ ທີ່ສຳຄັນ ຂອງລາວ ແລະ ເປັນການ ສະແດງອອກ ໃຫ້ເຫັນ ເຖີງນ້ຳໃຈ ແລະ ມີຕພາບ ອັນເລິກຊື້ງ ຂອງ ວຽດນາມ ແລະ ສປປລາວ, ທ່ານມີຄວາມ ເຊື່ອຫມັ້ນ ໃນຣະບອບ ການປົກຄອງ ຂອງລາວ ໃນປັດຈຸບັນ ນີ້ວ່າ ຈະນຳພາ ປະເທດ ລາວ ໃຫ້ປະສົບຄວາມ ສຳເຣັດໄດ້.
ທ່ານ ຫງຽນ ຟູຈອງ ຖືກແຕ່ງຕັ້ງ ໃຫ້ເປັນ ເລຂາພັກ ຄົນໃຫມ່ ຂອງ ວຽດນາມ ຫວ່າງກອງປະຊຸມ ພັກ ຄອມມຸນີດ ວຽດນາມ ໃນເດືອນ ມົກກະຣາ ປີນີ້ ແທນ ທ່ານ ໜອງດຶກຫມັ້ນ ທີ່ອອກ ບຳນານ ໄປແລ້ວ ແຕ່ ປະທານ ປະເທດ ນັ້ນ ຍັງເປັນທ່ານ ຫງຽນມີນຈຽດ ຄືເກົ່າ. ຕຳແຫນ່ງ ປະທານ ປະເທດ ແລະ ເລຂາພັກ ເປັນຄົນ ລະຕຳແຫນ່ງ ໃນ ວຽດນາມ ແຕ່ໃນ ສປປລາວ ແລ້ວ ແມ່ນທ່ານ ຈູມມະລີ ໄຊຍະສອນ ເປັນຜູ້ກໍາ ທັງສອງ ຕຳແຫນ່ງ.
ການມາ ຢ້ຽມຢາມ ສປປລາວ ຂອງ ເລຂາພັກ ປະຊາຊົນ ວຽດນຽມ ເທື່ອນີ້ ສະແດງ ໃຫ້ເຫັນເຖີງ ຄວາມສຳຄັນ ທີ່ ສປປລາວ ມີຕໍ່ ວຽດນາມ ບໍ່ວ່າ ທາງດ້ານ ຍຸທສາດ ການເມືອງ ການທະຫານ ແລະ ການພັທນາ ເພາະ ສປປລາວ ຈະກາຍເປັນ ສູນກາງ ການເຊື່ອມຕໍ່ ໃນຂົງເຂດ ຊື່ງຈີນ ກໍມີແຜນ ທີ່ຈະເຊື່ອມ ອຳນາດ ເຂົ້າມາລາວ.
ນັກວິຈັຍ ການເມືອງ ຂອງໄທ ກ່ຽວກັບເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຈາກ ມະຫາວິທຍາລັຍ ຈູລາລົງກອນ ໃຫ້ ທັສນະ ວ່າ ການຂື້ນ ປາສັຍ ຂອງ ຜູ້ນຳ ວຽດນາມ ໃນກອງ ປະຊຸມ ສະພາ ຊຸດໃຫມ່ ຂອງ ສປປລາວ ຖືວ່າ ເປັນເລື້ອງ ສຳຄັນ ທີ່ຈະສົ່ງ ຜົລສະທ້ອນ ທາງດ້ານ ການເມືອງ ແລະ ການປົກຄອງ ໃນລາວ ຢ່າງແຈ່ມແຈ້ງ ອາດຈະເຊຶ່ອມໂຍງ ໄປເຖິງ ການຂຍາຍ ອຳນາດ ຂອງ ວຽດນາມ ໃນລາວ ແລະ ກໍເປັນການ ເປີດເຜີຍ ໃຫ້ຊາວໂລກ ຮູ້ວ່າ ລາວ ແລະ ວຽດນາມ ມີອິດຕິພົລ ອັນດຽວກັນ.