ເຂດເສຖກິດພິເສດ ວຽດນາມໃນລາວ

ສປປລາວ ແລະ ບໍຣິສັດ ການຄ້າ ແລະ ການລົງທືນ golf ລອງທັນ ວຽດນາມ ໄດ້ລົງນາມ ຂໍ້ຕົກລົງ ທີ່ ນະຄອນຫຼວງ ວຽງຈັນ ໃນວັນທີ 7 ມົກກະຣາ ຍົກຣະດັບ ສນາມ golf ແລະ ທຸຣະກິດ ອະສິງຫາຮີມມະຊັບ ໃຫ້ເປັນເຂດ ເສຖກິດ ພິເສດ.

ສະຖານທີ່ ບໍຣິສັດ ລອງທັນກ໊ອຝ ໄດ້ເລີ້ມລົງມືສ້າງ ມາແລ້ວຫຼາຍປີ ໃນນະຄອນຫຼວງ ວຽງຈັນ (ຮູປຖ່າຍ ວັນທີ 19 ເດືອນ ມິຖຸນາ 2010) RFA

ກົດຟັງສຽງ

ທັງສອງຝ່າຍ ໄດ້ຕົກລົງກັນ ໃນການ ດັດແປງ ແລະ ເພີ້ມຕື່ມ ໃນໂຄງການ ທີ່ສັບສົນ ດ່ັງກ່າວ ໃຫ້ເປັນໄປ ຕາມ ນະໂບບາຍ ການພັທນາ ເສຖກິດພິເສດ ຂອງ ຣັຖບານ ລາວ ຜູ້ທີ່ລົງນາມ ໃນສັນຍາ ຝ່າຍລາວ ຄື ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງວາງແຜນ ແລະ ການລົງທືນ ສປປລາວ ຝ່າຍວຽດນາມ ກໍແມ່ນຜູ້່ ບໍຣີິຫານ ບໍຣິສັດ ລອງທັນ ກອຟ.

ທ່ານ ເລວັນກຽດ ຜູ້ເຂົ້າຮ່ວມ ເປັນພິຍານ ໃນ ການລົງນາມ ຝ່າຍລາວ ກໍມີ ຮອງນາຍົກ ຣັຖມົນຕຣີ ລາວ ທ່ານ ສົມສະຫວາດ ເລັ່ງສວັດ ແລະ ຝ່າຍວຽດນາມ ກໍແມ່ນທ່ານ ຫງຽນຊວນພຸ ຮອງ ນາຍົກ ຣັຖມົນຕຣີ ວຽດນາມ ຜູ້ທີ່ມາ ຮ່ວມປະຊຸມ ຄນະກັມມະທິການ ຄວາມຮ່ວມມື ດ້ານເສຖກິດ ສັງຄົມ ວັທນະທັມ ການສືກສາ ວິທຍາສາດ ແລະ ເທັກໂນໂລຈີ ຣະຫວ່າງ ສອງປະເທດ ຄັ້ງທີ 34 ທີ່ ນະຄອນຫລວງ ວຽງຈັນ.

ທັງສອງຝ່າຍ ໄດ້ສະແດງ ຄວາມຊົມເຊີຍ ຊື່ງກັນແລະກັນ ໃນໂຄງການ ດັ່ງກ່າວ ຝ່າຍລາວ ໄດ້ຂອບໃຈ ວຽດນາມ ທີ່ມາລົງທືນ ໃນລາວ ແລະ ຝ່າຍວຽດນາມ ກໍຂອບໃຈລາວ ທີ່ອະນຸຍາດ ໃຫ້ ວຽດນາມ ມາລົງທືນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org