ຣົດເມປີ້ນ ບາດເຈັບກວ່າ 10 ຄົນ
ໃນ ສັປດາ ຜ່ານມາ ຊື່ງເປັນຊ່ວງ ຂອງ ງານບຸນ ນະມັສການ ພຣະທາຕຫຼວງ, ມີຣົດເມ ໂດຍສານ ປະຈໍາທາງ ຖນົນ ເລກທີ 13 ສາຍ ວຽງຈັນ ສວັນນະເຂດ ເກີດ ອຸບັດຕິເຫດ ປີ້ນ ຂ້ວມ ຕົກຈາກ ທາງ ມີຄົນ ໄດ້ຮັບ ບາດເຈັບ ຍ້ອນ 10 ຄົນ.
-
ສົມເນ
2011-11-16 -
-
-
Your browser doesn’t support HTML5 audio
ສາເຫດ ທີ່ພາໃຫ້ ຣົດເມ ຂ້ວມ ໃນຄັ້ງນີ້ ແມ່ນຍ້ອນ ມີຣົດ ກະບະ ຄັນນື່ງ ແລ່ນສວນທາງ ກັນນັ້ນ ເປີດຕາໄຟ ສູງ ໃສ່ ເຮັດໃຫ້ ຄົນຂັບ ຣົດເມ ໂດຍສານ ຕົກໃຈ ແລະ ເສັຽຫລັກ. ຕາມທີ່ ພນັກງານ ຂອງ ຣົດເມ ປະຈໍາທາງ ຄັນນັ້ນ ໄດ້ເລົ່າສູ່ ນັກຂ່າວ ຂອງ ວິທຍຸ ເອເຊັຽ ເສຣີ ຟັງ:
"ຣົດສວນກັນ ເຂົາຍິງ ຕາສູງໃສ່ ຣົດກະບະ ພິກອອກ ຈາກເຂົາ ພິກອອກຈາກ ເຂົາແລ້ວ ມາເປັນ ຣົດໂງດ ແລ້ວມັນ ຈະຕົກທາງ ຈະຕົກ ເບື້ອງຂວາ ແລ້ວ ກໍດືງຣົດຄືນ ດືງຣົດຄືນ ມາແລ້ວ ບັດນີ້ ຈະມາ ຊ້າຍແຮງ ເພາະວ່າ ທາງມັນງ່ຽງ ເບື້ອງຊ້າຍ ເນາະ ມັນໜັກ ຫລັງຄາ ແຮງແລ້ວ ມັນປີ້ນ ແລ້ວມັນ ກໍຄ່ອຍ ໂຫງ້ຍລົງ. ໂອ້ສ່ວນມາກນີ້ ແລ່ນເຕັມທີ ເລີຽ ແລ່ນມາໜ້າ ເລີຽ ມັນກິນ ເລນຂວາ ມາເລີຽ ຣົດກະບະນະ".
ອຸບັດຕິເຫດ ຣົດໂດຍສານ ປະຈໍາທາງ ປີ້ນ ຂ້ວມ ທີ່ວ່ານີ້ ເກີດຂື້ນ ໃນວັນທີ່ 9 ພຶສຈິກາ ຢູ່ທາງເລກ ທີ 13 ຕອນໃຕ້ ຫ່າງຈາກ ນະຄອນຫຼວງ ປະມານ 70 km, ມີຜູ້ໂດຍສານ ຈໍານວນ 32 ຄົນ ທີ່ຫວັງ ມຸ້ງໜ້າໄປ ຍັງ ນະຄອນຫຼວງ.
ຜູ້ທີ່ໄດ້ ຮັບບາດເຈັບ ນັ້ນ ສ່ວນຫລາຍ ແມ່ນ ຫົວແຕກ ຫຼື ແຂນຫັກ ເຈົ້າຂອງຣົດເມ ໂດຍສານ ວ່າທາງ ບໍຣິສັດ ປະກັນໄພ ກໍໄດ້ ມາປະເມີນ ຄ່າເສັຽຫາຍ ທັງໝົດ, ແຕ່ສໍາລັບ ການສ້ອມແປງ ຣົດນັ້ນ ເຈົ້າຂອງຣົດ ຕ້ອງເສັຽເງິນ ເອງ ຍ້ອນວ່າ ບໍ່ແມ່ນ ກໍຣະນີ ຣົດຕໍາກັນ.
ທາງການ ໄດ້ກ່າວເຕືອນ ເລື້ອຍໆ ໃຫ້ຜູ້ຂັບຂີ່ ຍວດຍານ ພາຫະນະ ຈົ່ງໃຊ້ຄວາມ ລະມັດ ລະວັງ ບໍ່ໃຫ້ ປະມາດ ແລະ ໃຫ້ ປະຕິບັດ ຕາມກົດ ຈະຣາຈອນ ເພື່ອປ້ອງ ກັນເຫດຮ້າຍ ທີ່ອາຈ ເກີດຂື້ນໄດ້ ທຸກເມື່ອ.