ບ່ອນທ່ອງທ່ຽວຕາມແຄມຂອງ
2 ບໍຣິສັດ ຈະລົງທືນ 39 ລ້ານ ໂດລາ ສ້າງສະຖານທີ່ ພັກຜ່ອນ ຢ່ອນໃຈ ຕາມ ແຄມຂອງ.
-
ສິດນີ
2011-04-27 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໃນມື້ ວັນພຣະຫັດ ຜ່ານມາ ບໍຣິສັດ ຟູຈິວາຣະ ແລະ ບໍຣິສັດ ກຸ່ມດາວເຮືອງ ໄດ້ລົງນາມ ສໍາປະທານ ທີ່ດີນ ປະມານ 30 ປີ ກັບອຳນາດ ການປົກຄອງ ນະຄອນຫລວງ ວຽງຈັນ ເພື່ອ ພັທນາ ສະຖານທີ່ ພັກຜ່ອນ ຍ່ອນໃຈ ແບບ Night bazaar ຕາມແຄມຂອງ ທີ່ຈະໃຊ້ເງີນ ໃນການກໍ່ສ້າງ ປະມານ 39 ລ້ານ 9 ແສນໂດລາ ເພື່ອ ບໍຣິການ ຊາວນະຄອນຫລວງ ວຽງຈັນ ແລະ ນັກທ່ອງທ່ຽວ ຕ່າງປະເທດ.
ພື້ນທີ່ດີນ ທີ່ໄດ້ຮັບ ສໍາປະທານ ໃນການສ້າງ ນັ້ນ ແມ່ນຢູ່ໃນ ບໍຣິເວນ ແຄມຂອງ ໃກ້ກັບ ອະນຸສາວະຣິ ເຈົ້າອະນຸວົງ ຊື່ງເປັນ ພາກສ່ວນ ຂອງເມືອງ ສີສັດຕະນາກ ແລະເມືອງ ສີໂຄດຕະບອງ.
ສູນພັກຜ່ອນ ຍ່ອນໃຈ ແຫ່ງນີ້ ຈະໃຫ້ ບໍຣິການ ຄອບວົງຈອນ ຕຣອດ 24 ຊົ່ວໂມງ ຈະມີຮ້ານ ອາຫານ ປະເພດຕ່າງໆ ບ່ອນນັກ ທ່ອງທ່ຽວ ທ່ຽວຊົມ ບັນຍາກາດ ທິວທັດ ແຄມແມ່ຂອງ ຍາມແລງ ມີຮ້ານຂາຍ ເຄື່ອງ ທີ່ລະລຶກ ຮ້ານເສີມສວຍ ແລະ ສູນບໍຣີການ ນັກທ່ອງທ່ຽວ. ຕາມສັນຍາ ຜູ້ປະກອບການ ຍັງຈະເປັນ ຜູ້ເບີ່ງແຍງ ແລະ ຮັບຜິດຊອບ ບຸຣະນະ ສ້ອມແຊມ ຄວາມສວຍງາມ ສວນ ອະນຸສາວະຣີ ເຈົ້າອະນຸວົງ ນໍາອີກ.
ນະຄອນຫລວງ ວຽງຈັນ ບໍ່ມີບ່ອນ ທ່ອງທ່ຽວ ທີ່ເປັນຫນ້າ ຈັບໃຈ ສໍາລັບ ນັກທ່ອງທ່ຽວ ຕ່າງຊາດ ຫລາຍປານໃດ.