ວຽງຈັນຕຣຽມຮັບມື ພັຍນໍ້າຖ້ວມ

ນະຄອນຫລວງ ວຽງຈັນ ຫ້າງຫາ ກະຕຣຽມ ປ້ອງກັນ ນໍ້າຖ້ວມ.

ຫ້ວຍໜອງຄອງບຶງ ໃນນະຄອນ ຫລວງວຽງຈັນ ຍາມຝົນຕົກໜັກ ນໍ້າຈະຍື່ງຂື້ນ ຫາກນໍ້າຂອງ ລົ້ນຝັ່ງໄຫລເຂົ້າໃສ່ ນໍ້າກໍຈະຖ້ວມ RFA

ກົດຟັງສຽງ

ຜແນກ ຊົລປະທານ ຂອງ ນະຄອນຫລວງ ວຽງຈັນ ອອກໃບ ແຈ້ງການ ຮຽກຮ້ອງໃຫ້ ທາງການ ປົກຄອງ ທຸກເມືອງ ຢູ່ໃນເຂດ ນະຄອນຫລວງ ໃຫ້ປະຊຸມ ປຶກສາ ຫາລືກັນ ເພື່ອຕຣຽມພ້ອມ ປ້ອງກັນ ໄພນ້ຳຖ້ວມ ຊຶ່ງອາດ ຈະເກີດຂື້ນ ໃນຣະດູຝົນ ປີນີ້. ປັດຈຸບັນ ເຈົ້າໜ້າທີ່ ຜແນກ ຊົລປະທານ ນະຄອນຫລວງ ກຳລັງ ສຳຣວດ ຄັນຄູ ເລາະຕາມ ແຄມຝັ່ງ. ດັ່ງເຈົ້າ ໜ້າທີ່ ຜແນກ ຊົລປະທານ ນະຄອນຫລວງ ວຽງຈັນ ເວົ້າວ່າ:

“ພວກ Survey ເຂົາລົງເອົາ ຂໍ້ມູນ ສຳຣວດ ວ່າບ່ອນໃດ ຈຸດໃດ ມັນຕ່ຳ ຈຸດໃດ ມັນສູງ ເຮົາຈະຮູ້ວ່າ ເຂົາຈະກຳນົດ ວ່າຈະຂື້ນຈັກເຊນ ເຮົາຈະຍົກຄູສູງຂື້ນເທົ່າໃດ ຄັ່ນນ້ຳມາອີຫລີ ມັນຈະປ້ອງກັນຍາກເດ້ ເພາະວ່າຣະຍະທາງມັນກໍຍາວເດ່.”

ໃນຣະຍະ ຫລາຍປີ ທີ່ຜ່ານມາ ນ້ຳຂອງ ມັກລົ້ນຝັ່ງ ໃນເວລາ ຝົນຕົກໜັກ ແຕ່ໃນປີນີ້ ທາງການ ນະຄອນຫລວງ ວຽງຈັນ ຢາກຊອກຫາ ວິທີປ້ອງກັນ ແລະ ຊ່ວຍຫລຸດຜ່ອນ ຄວາມເດືອດຮ້ອນ ຂອງ ປະຊາຊົນ. ທາງການ ນະຄອນຫລວງ ວຽງຈັນ ໄດ້ຣະດົມ ປະຊາຊົນ ຊ່ວຍຕຣຽມ ຍັດຖົງ ດິນຊາຍໄວ້ ແລະ ເລືອກແນວ ເຂົ້າປູກໄວ້ ສຳລັບ ຕົກກ້າໃໝ່ ຖ້າຫາກ ນ້ຳຖ້ວມ ກ້າ ຕາຍໝົດ.

ໃນຣະຍະນີ້ ດິນຟ້າ ອາກາດ ປ່ຽນແປງ ຫລາຍ ໂດຍສະເພາະ ຢູ່ ປະເທດລາວ ທີ່ປ່າໄມ້ ແລະ ຕົ້ນໄມ້ ຖືກທຳຣາຍ ຢ່າງໄວວາ ໃນຣະຍະ ຊາວກວ່າປີ ທີ່ຜ່ານມາ ເປັນເຫດໃຫ້ ອາກາດ ໃນຍາມແລ້ງ ແຫ້ງເກີນໄປ ແລະ ໃນຍາມຝົນ ຝົນຕົກໜັກ ເກີນໄປ ຈົນເປັນເຫດ ໃຫ້ນ້ຳຖ້ວມ; ທີ່ຜ່ານມາ ຫລາຍເຂດ ໃນລາວ ໄດ້ປະສົບ ກັບໄພ ນ້ຳຖ້ວມ ຢ່າງແຮງ ໃນ 3 ແຂວງ ພາກໃຕ້ ໄດ້ຮັບຜົນ ເສັຍຫາຍ ຈາກລົມພະຍຸ ເກສນາ ເມື່ອປີ 2009. ນະຄອນຫລວງ ວຽງຈັນ ແຂວງ ວຽງຈັນ ບໍຣິຄຳໄຊ ແລະ ຄຳມ່ວນ ກໍເຄີຍ ປະສົບໄພ ນ້ຳຖ້ວມ ມາແລ້ວ ຢ່າງແຮງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org