ການບໍາບັດນໍ້າເສັຽ ຂອງເມືອງວັງວຽງ

ໂຄງການ ບໍາບັດນໍ້າເສັຽ ເມືອງວັງວຽງ ກາຍເປັນ ການຕິດຕັ້ງ ເຄື່ອງຕັກ ຂີ້ເຫຍື່ອ ໃຜໆກໍໄດ້ຍິນວ່າ ເມືອງວັງວຽງ ຈະສ້າງບ່ອນ ບໍາບັດ ນໍ້າໂສໂຄກ.

ຕາມທັມມະຊາດ ນໍ້າຊອງ ໃນເມືອງວັງວຽງ ແຂວງວຽງຈັນ ຈະເສາະໃສ ແຕ່ບາງເວລາ ໃນແຕ່ລະມື້ ຈະກາຍເປັນ ສີອື່ນ ນອກເໜືອ ທັມມະຊາດ RFA

ກົດຟັງສຽງ

ຕາມແຜນການ ນັ້ນແມ່ນ ໃຫ້ແລ້ວ ຮຽບຮ້ອຍ ໃນປີ 2012, ແຕ່ຫລັງຈາກ ຕິດຕັ້ງ ເຄື່ອງຈັກແລ້ວ ແທນທີ່ ຈະເປັນເຄື່ອງຈັກ ໃຊ້ບໍາບັດ ນໍ້າໂສໂຄກ ກາຍເປັນເຄື່ອງຈັກ ຕັກຂີ້ເຫຍື່ອ.
ອົງການ ທີ່ໃຫ້ເງິນ ຊ່ວຍເຫລືອ ກັບອົງການ ທ່ອງທ່ຽວ ທີ່ຣັບຜິດຊອບໂຄງການ ອ້າງວ່າ ງົບປະມານ ສໍາລັບສ້າງ ສະຖານທີ່ ບໍາບັດ ນໍ້າໂສໂຄກ ບໍ່ພຽງພໍ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງວຽງຈັນ ເວົ້າວ່າ:

”ເຮັດແລ້ວໆ ແຕ່ວ່າມັນ ກໍບໍ່ແມ່ນ ເຣື້ອງບໍາບັດ ນໍ້າເສັຽແທ້ ມັນເປັນແບບ ດັກເອົາ ຂີ້ເຫຍື່ອຊື່ໆ. ທໍາອິດກໍວ່າແນວນັ້ນ ແຕ່ວ່າ ຜູ້ຮັບເໝົາ ຂ້າເຈົ້າ ກັບອົງການ ທ່ອງທ່ຽວ ເຂົາໄປເຮັດ ຈັ່ງໃດບໍ່ຮູ້ ແລ້ວສຸດທ້າຍມາ ໄປຕົກລົງ ເອົາແບບວ່າ ມັນເປັນແບບ ຕະແກງດັກ ຂີ້ເຫຍື່ອຊື່ໆ ສ່ວນນໍ້າຫັ້ນ ຖືວ່າບໍ່ໄດ້ ມັນບໍ່ແມ່ນ ຂ້ອຍ ກໍໄປເບິ່ງແລ້ວ ມັນບໍ່ແມ່ນ ພວກນໍ້າເສັຽ ມັນກໍຍັງ ລົງ ນໍ້າຊອງຄືເກົ່າ”

ນໍ້າເປິເປື້ອນ ຈາກ ເມືອງວັງວຽງ ກໍຍັງໄຫລລົງ ສູ່ນໍ້າຊອງ ຄືເກົ່າ. ທ່ານວ່າ ເຫດຜົນ ຂອງການປ່ຽນ ແຜນນັ້ນ ທາງຫນ່ວຍງານ ກ່ຽວຂ້ອງ ໃນເມືອງວັງວຽງ ບໍ່ຮູ້ຈັກນໍາ ມີແຕ່ການ ຕົກລົງ ລະຫ່ວາງ ຜູ້ຮັບຜິດຊອບ ໂຄງການ ຄືອົງການ ທ່ອງທ່ຽວ ກັບອົງການ ເອດີບີ ຜູ້ປະກອບ ເຣື່ອງທືນໃຫ້:

”director project ກໍຢູ່ອົງການ ທ່ອງທ່ຽວ ກັບຜູ້ສນອງ ງົບປະມານ ກໍແມ່ນ ADB ປານນີ້ ເຂົາເວົ້າກັນແນວໃດ ບໍ່ຮູ້. ເຂົາວ່າ ມັນຕັ້ງຍາກຫລາຍ ມັນແພງຫລາຍ ຣາຄາ ປະມູນ ກໍບໍ່ໄດ້ ກໍເລີຽໄດ້ ເຄື່ອງດັກຂີ້ເຫຍື່ອ ນີ້ມາແທນ ເປັນ machine ນີ້ແຫລະ ແຕ່ວ່າ ເວົ້າ ເຣື້ອງນໍ້າເສັຽ ມັນບໍ່ໄດ້”.

ການສ້າງ ສະຖານທີ່ ບໍາບັດ ນໍ້າເປິເປື້ອນ ໃນເມືອງວັງວຽງ ທີ່ກໍາລັງ ຂຍາຍໂຕ ທາງເສຖກິດ ແລະການ ທ່ອງທ່ຽວນີ້ ມີຄວາມຈໍາເປັນ ຫລາຍ. ໃນເມື່ອ ບໍ່ສາມາດ ຕິດຕັ້ງ ເຄື່ອງຈັກ ບໍາບັດນໍ້າເສັຽ ໄດ້ຕາມແຜນ ແລ້ວ ຍິ່ງຈະເຮັດໃຫ້ ໂຄງການນີ້ ແກ່ຍາວ ໄປຕື່ມອີກ. ເມືອງວັງວຽງ ທີ່ບໍ່ເຄີຽມີ ສະຖານທີ່ ບໍາບັດນໍ້າເສັຽ ຈັກເທື່ອ ມາໄດ້ຫລາ ສິບປີແລ້ວ ບໍ່ຮູ້ວ່າ ອີກຈັກປີ ຈື່ງຈະມີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org