ນັກທ່ອງທ່ຽວຈາງໄປ ເມືອງວັງວຽງງຽບລົງ
ການທ່ອງທ່ຽວ ທີ່່ເມືອງ ວັງວຽງ ເບົາບາງລົງ ຫລັງຈາກ ມີນັກ ທ່ອງທ່ຽວ ອີກສອງຄົນ ເສັຽຊິວີິດ.
-
ສິດນີ
2012-01-31 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໃນເດືອນ ມົກຣາ ປີນີ້ ການທ່ອງທ່ຽວ ທີ່ເມືອງ ວັງວຽງ ແຂວງວຽງຈັນ ມິດງຽບກວ່າ ຊ່ວງເວລາ ດຽວກັນ ຂອງປີ ທີ່ຜ່ານມາ. ເຈົ້າຂອງ ກິຈການ ໃນເມືອງວັງວຽງ ມີຄວາມເຫັນວ່າ ສາເຫດ ທີ່ເຮັດໃຫ້ ນັກທ່ອງທ່ຽວ ຫນ້ອຍລົງ ອາດເປັນ ຍ້ອນວ່າ ສະພາບອາກາດ ບໍ່ດີ ຫລືມີຂ່າວ ການເສັຽຊິີວີດ ຂອງ ນັກທ່ອງທ່ຽວ ຕ່າງຊາດ ສອງຄົນ. ດັ່ງນາງເວົ້າວ່າ:
"ຊ່ວງນີ້ບໍ ກໍບໍ່ມີຫລາຍ ອ້າຍ ບ້ານພັກບໍ່ໄດ້ ຢູ່ແຄມນ້ຳ ບໍ່ໄດ້ຢູ່ຮີມນ້ຳ".
ນາງກ່າວ ຕໍ່ໄປວ່າ ໃນຊ່ວງເດືອນ 11 ຫາເດືອນ 1 ຖືວ່າ ເປັນຊ່ວງເວລາ ທີ່ມີ ນັກທ່ອງທ່ຽວ ຫລາຍ ແຕ່ໃນປີນີ້ ກັບມີ ຫນ້ອຍລົງ. ເລີ້ມຕັ້ງແຕ່ ຣະດູຝົນ ປີທີ່ແລ້ວ ການທ່ອງທ່ຽວ ທີ່ ເມືອງວັງວຽງ ມິດງຽບ ອາດ ເປັນຍ້ອນສາເຫດ ສະພາບອາກາດ ຫນາວ ຫລື ຄວາມບໍ່ຫມັ້ນໃຈ ໃນເລື້ອງ ຄວາມປອດພັຍ. ໃນອິນເຕິີແນັດ ມີການສົ່ງຂ່າວ ກ່ຽວກັບ ການຕາຍ ຂອງ ນັກທ່ອງທ່ຽວ. ເຖິງແມ່ນວ່າ ຈະມີ ເຈົ້າຫນ້າທີ່ ມາຄວບຄຸມ ສະຖານະການ ແຕ່ກໍຍັງ ບໍ່ທົ່ວເຖິງ ແລະ ກໍບໍ່ສາມາດ ຫ້າມປາມ ນັກທ່ອງທ່ຽວ ໃນເວລາ ມືນເມົາໄດ້. ກ່ຽວກັບ ການຮັກສາ ຄວາມປອດພັຍ ໃຫ້ແກ່ ນັກທ່ອງທ່ຽວ ເຈົ້າຫນ້າທີ່ ອີກທ່ານນື່ງ ເວົ້າວ່າ:
"ຮັບປະກັນ ຣັຖບານ ເລື້ອງ ຄວາມປອດພັຍ ອັນດັບນື່ງ ອັນດັບແລກ ແຫລະນະ ອັນນີ້ບໍ່ຕ້ອງຫ່່ວງ ເຣື້ອງນີ້ເນາະ ລືມໄປ ເລີຍຊັ້ນຫນາ ເລື້ອງນີ້ເນາະ ຮັບປະກັນ ວ່າຊັ້ນ".
ທ່ານວ່າ ຖ້າຫາກ ຣັຖບານ ເພີ້ມຈຳນວນ ເຈົ້າຫນ້າທີ່ ຮັກຄວາມ ປອດພັຍ ແລະ ບັງຄັບໃຊ້ ກົດຣະບຽບ ຢ່າງເຄັ່ງຄັດ ອາດຈະສ້າງ ຄວາມຫມັ້ນໃຈ ໃຫ້ແກ່ນັກ ທ່ອງທ່ຽວ ຫລາຍຂື້ນ.