ງານບຸນຕລາດນັດ ມ.ວັງວຽງ

ເມືອງວັງວຽງ ກໍາລັງ ກະຕຽມເປີດ ບຸນຕລາດນັດ ຕອນກາງຄືນ ສໍາລັບ ນັກທ່ອງທ່ຽວ.

ທັມມະຊາດຂອງເມືອງວັງວຽງ RFA/PX

ກົດຟັງສຽງ

ເມືອງວັງວຽງ ຊື່ງເປັນແຫ່ລງ ທ່ອງທ່ຽວ ແຫ່ງນື່ງຂອງລາວ ກໍາລັງກະຕຽມ
ການເປີດຕລາດນັດ ໃນຍາມກາງຄືນ ເພື່ອຂາຍສິນຄ້າ ໃຫ້ນັກທ່ອງທ່ຽວ ແລະ ທັງເປັນການ ສົ່ງເສີມວຽກງານ ຜລິຕພັນ ຫັຖກັມທ້ອງຖິ່ນ ໄປໃນຕົວ, ຕາມທີ່ ທ່ານ ບົວລີ ມີຣັຕນະແພງ ຫົວໜ້າຫ້ອງການ ທ່ອງທ່ຽວ ແຂວງວຽງຈັນ ເວົ້າວ່າ:

"ເພິ່ນວ່າ ເພິ່ນສີ່ເປີດພາຍ ໃນເດືອນນີ້ ແຕ່ວ່າວັນ ທີ່່ຊາວປາຍ ອັນນີ້ກໍແມ່ນ ຮັບໃຊ້ ນັກທ່ອງທ່ຽວ ເພື່ອໃຫ້ໄດ້ເຄື່ອງ ຫັຖກັມ ເຄື່ອງຈັກສານ ຂອງກຸ່ມບ້ານຕ່າງໆ ທີ່ພວກເຮົາໄດ້ ຊຸກຍູ້ສົ່ງເສີມ ນັ້ນແຫລະ ເພື່ອໃຫ້ເຂົາເຈົ້າ ມີໂອກາດໄປຂາຍ ໃຫ້ນັກທ່ອງທ່ຽວ".

ທ່ານ ບົວລີວ່າ ບໍຣິເວນ ຕລາດນັດ ມີຄວາມຍາວ ປະມານ 700-800 ແມັດ. ບັນດາພໍ່ຄ້າ ແມ່ຄ້າ ທີ່ຢູ່ພາຍໃນ ແຂວງ ແລະ ຕ່າງແຂວງທີ່ສົນໃຈ ກໍສາມາດ ນໍາເອົາສິນຄ້າ ຫັຖກັມ ຂອງຕົນມາວາງຂາຍໄດ້ ເພາະວ່າ ມັນເປັນງານ ປະຈໍາປີ.

ການທີ່ຕ້ອງຈັດຂື້ນ ໃນເວລາກາງຄືນ ນັ້ນ ເພາະຖືວ່າມັນ ມີຄວາມລື້ນເລິງ ແລະ ເປັນໜ້າທ່ຽວກວ່າ ຍາມກາງເວັນ. ຢູ່ໃນຕລາດນັດນັ້ນ ນອກຈາກຂາຍເຄື່ອງ ຂອງຫັຖກັມ ແລ້ວ ຍັງມີການຂາຍ ອາຫານ ມີຮ້ານກິນດື່ມ ແລະ ການລື້ນເລິງຕ່າງໆ ຊື່ງແຕ່ລະປີ ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈໍານວນຫລາຍ ພໍສົມຄວນ ມາທ່ຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org