ສະຫະຣັຖເຕືອນຈີນ ເຣື້ອງເກົາຫລີເໜືອ
ສະຫະຣັຖ ເຕືອນຈີນ ກ່ຽວກັບ ການເຈຣະຈາ ສະພາບການ ໃນເກົາຫລີເໜືອ ທີ່ຈະມີຂຶ້ນ ໃນໄວໆນີ້.
-
ໂພໄຊສວັດ
2011-01-21 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ສະຫະຣັຖ ເຕືອນຈີນວ່າ ຫາກຈີນ ບໍ່ຕັກເຕືອນ ພັນທະມິດ ເກົາຫລີເໜືອຂອງຕົນ, ສະຫະຣັຖ ຈະສົ່ງ ກຳລັງທະຫານ ກັບເຂົ້າເອເຊັຍ ຄືນໃໝ່ອີກ, ອີງຕາມລາຍງານ ຂອງໜັງສືພິມ ນິວຢອກທາມ ໃນມື້ວັນສຸກ ທີ 21 ມົກກະຣາ 2011 ນີ້. ໃນຂນະທີ່ ກຸງພຽງຢາງ ໄດ້ຖືກກົດດັນ ຈົນຍອມກັບຄືນ ເຈຣະຈາ ກ່ຽວກັບ ວິກິດການນີ້.
ໜັງສືພິມ ໄດ້ອ້າງເຖິງ ຄຳເວົ້າ ຂອງເຈົ້າໜ້າທີ່ຂັ້ນສູງ ສະຫະຣັຖ ທີ່ວ່າ ປະທານາທິບໍດີ ສະຫະຣັຖ ທ່ານ ບາຣັກ ໂອບາມາ ໄດ້ອອກຄຳເຕືອນ ແລະ ໄດ້ຊັກຊວນຈີນ ຊຶ່ງເປັນພັນທະມິດ ຫລັກຂອງເກົາຫລີເໜືອ ໃນດ້ານ ການເມືອງ ແລະເສຖກິດ ໃຫ້ເຂັ້ມງວດ ກັບກຸງພຽງຢາງ ເພື່ອກົດດັນ ໃຫ້ເປີດປະຕູ ເຈຣະຈາ ຢ່າງຈິງຈັງ ລະຫວ່າງ ສອງເກົາຫລີ.
ເກົາຫລີໃຕ້ ໄດ້ຍອມຮັບຂໍ້ສເນີ ຂອງເກົາຫລີເໜືອ ໃນມື້ວັນ ພຣະຫັດນີ້ ທີ່ຈະເຈຣະຈາ ກ່ຽວກັບການ ທະຫານລະດັບສູງ, ຊຶ່ງເຫັນວ່າເລີ້ມມີ ທາງອອກໄປສູ່ ການຫລຸດຜ່ອນ ຄວາມເຄັ່ງຕຶງ ໃນແຫຼມເກົາຫລີ.
ໜັງສືພິມນິວຢອກທາມ ວ່າ ທ່ານ ໂອບາມາ ໄດ້ເຕືອນ ຜູ້ນຳຈີນ ວ່າຫາກກຸງປັກກິ່ງ ບໍ່ເພີ້ມ ຄວາມກົດດັນ ໃສ່ເກົາຫລີເໜືອ, Washington ອາດຈະຕ້ອງ ສົ່ງກຳລັງທະຫານ ເຂົ້າມາເອເຊັຍ ເພື່ອປົກປ້ອງ ຕົນເອງ ຈາກການທີ່ອາດຈະຖືກ ເກົາຫລີເໜືອ ໂຈມຕີເຂດນ້ຳ ແດນດິນ ຂອງຕົນໄດ້.