ສະຫະຣັຖຊ່ວຍອາຫານ ເດັກນ້ອຍນັກຮຽນ
ສະຫະຣັຖ ອະເມຣິກາ ຊ່ວຍເຫຼືອ ເງິນ 10 ລ້ານ ໂດລາ ໃຫ້ແກ່ ອົງການ ອາຫານ ໂລກ ເພຶ່ອໃຊ້ ໃນໂຄງການ ອາຫານ ກາງເວັນ ຂອງ ເດັກນ້ອງ ນັກຮຽນ ໃນລາວ.
-
ສິດນີ
2011-10-25 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໂຄງການ ອາຫານໂລກ ປະຈຳລາວ ສະແດງ ຄວາມຍິນດີ ຕໍ່ການ ບໍຣິຈາກ ຂອງ ສະຫະຣັຖ ປະມານ 10 ລ້ານໂດລາ ໃນໂຄງການ ອາຫານກາງເວັນ ຂອງ ເດັກນ້ອຍ ນັກຮຽນ ໃນເຂດ ຊົນນະບົດ ຂອງລາວ ໃນຣະຍະ 3 ປີ. ເງິນ ບໍຣິຈາກ ຈາກ ກະຊວງ ກະສິກັມ ສະຫະຣັຖ ດັ່ງກ່າວ ຈະຊ່ອຍ ເດັກນ້ອຍ ນັກຮຽນລາວ ໃຫ້ໄດ້ຮັບ ອາຫານ ກາງເວັນກວ່າ 1 ແສນ 5 ມຶ່ນ 2 ພັນ ຄົນ ໃນ ຂນະທິ່ ຂະເຈົ້າມາ ຮ່ຳຮຽນ ໃນແຕ່ລະມຶ້ ໃນເຂດ 5 ແຂວງ ທິ່ທຸກຍາກ ທິ່ສຸດ ໃນລາວກ່ອນ ເພຶ່ອໃຫ້ ເດັກນ້ອຍ ນັກຮຽນ ໄດ້ເຂົ້າ ໂຮງຮຽນ.
ຍານາງ Karen Stewart ເອກອັຄຣາຊທູດ ສະຫະຣັຖ ປະຈຳລາວ ກ່າວວ່າ ທາງການ ສະຫະຣັຖ ຢາກໃຫ້ ເດັກນ້ອຍ ນັກຮຽນລາວ ຕັ້ງໃຈໃສ່ ການຮຽນ ຫລາຍກວ່າ ແທນທິ່ ຈະຄິດວ່າ ອາຫານ ໃນມຶ້ນີ້ ຈະມີບໍ. ນາງ ມີຄວາມດີໃຈ ທິ່ເງິນ ບໍຣິຈາກ ດັ່ງກ່າວ ຈະສາມາດ ຊ່ອຍເດັກນ້ອຍ ນັກຮຽນ ລາວ ໄດ້ຫລາຍ ພັນຄົນ ໃຫ້ມີຮ່າງກາຍ ເຂັ້ມແຂງ ແລະ ສຸຂພາບ ສົມບູນ ໃນການ ຮ່ຳຮຽນ.
ທ່ານ Paul Howe ຮອງຫົວຫນ້າ ຫ້ອງການ ອາຫານໂລກ ປະຈຳລາວ ເວົ້າວ່າ ໂຄງການ ອາຫານ ກາງເວັນ ຖຶວ່າ ເປັນໂຄງການ ທິ່ໄດ້ຜົລ ໃນການ ຊັກຊວນ ໃຫ້ພໍ່ແມ່ ນັກຮຽນ ສົ່ງລູກໄປ ເຂົ້າໂຮງຮຽນ ໂດຍສະເພາະ ເດັກນ້ອຍຜູ້ຍິງ ໃນເຂດ ຊົນນະບົດ. ໂຄງການ ອາຫານ ກາງເວັນ ສາມາດ ແກ້ໄຂ ບັນຫາ ການຂາດສານ ອາຫານ ໃນເດັກນ້ອຍ ນັກຮຽນ ລາວ ໄດ້.