ຄົນງານລາວທີ່ຂາດ ຄວາມຊໍານານ
ເຈົ້າຫນ້າທີ່ ກະຊວງ ສືກສາທິການ ລາວ ທ່ານນື່ງ ເວົ້າວ່າ ແຮງງານລາວ ທີ່ຂາດຄວາມ ຊໍານິຊໍານານ ໃນໜ້າວຽກ ສ່ວນໃຫຍ່ ຈະແມ່ນຂາດ ການສືກສາ.
-
ສິດນີ
2012-04-27 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຍ້ອນເຫດຜົນທີ່ ຄົນງານລາວ ສ່ວນໃຫຍ່ ຂາດການ ສຶກສາ ຜູ້ເປັນນາຍຈ້າງ ກໍບໍ່ຢາກຈ້າງ ຈະເອົາມາຝືກ ອົບຮົມ ກໍຍາກ ເພາະບໍ່ເຂົ້າໃຈ ໃນເນື້ອຫາ ໜ້າວຽກ ເຮັດໃຫ້ການ ພັທນາ ສີມືແຮງງານ ໃນລາວ ມີບັນຫາ. ດັ່ງທ່ານກ່າວວ່າ:
"ແຕ່ສຳລັບ ຢູ່ລາວນັ້ນ ມັນຍັງຈຳກັດ ບໍ່ໄດ້ ເພາະວ່າການ ຄຸ້ມຄອງແຮງງານ ຂອງເຮົາມັນ ຍັງບໍ່ທັນໄດ້ ລະອຽດ ເທື່ອເນາະ ທັມມະດາ ມັນຕ້ອງໄດ້ ຄຸ້ມຄອງ ວ່າເຈົ້າຈົບ ຣະດັບນັ້ນ ເຈົ້າຈະໄປເປັນ ກັມມະກອນ ໄດ້ ຍົກຕົວ ຢ່າງເນາະ".
ທ່ານວ່າ ການຈ້າງຄົນງານ ໃນລາວ ຂັ້ນກັມມະກອນ ທັມມະດາ ສ່ວນຫລາຍ ຈະບໍ່ໄດ້ ເຂັ້ມງວດປານໃດ ຣະດັບ ການສືກສາ ອ່ານອອກຂຽນໄດ້ ບໍຣິສັດ ທີ່ບໍ່ຕ້ອງການ ສີມື ກໍຈ້າງໄປໂລດ. ແຕ່ຖ້າມີ ບໍຣິສັດ ທີ່ຕ້ອງ ການສີມື ແຮງງານ ສູງນັ້ນ ຂະເຈົ້າ ກໍບໍ່ຈ້າງ ເຂົາຕ້ອງນຳເອົາ ແຮງງານ ຈາກຕ່າງປະເທດ. ການພັທນາ ແຮງງານລາວ ຍັງບໍ່ໄດ້ ປະສິດທິພາບ ຍ້ອນການ ສືກສາຕ່ຳ. ທ່ານເວົ້າເພີ້ມ ອີກວ່າ:
"ຄົນລາວເຮົາ ຈຳນວນນື່ງ ກໍໄປບ້ານ ພີ່ເມືອງນ້ອງ ຄືໄປ ປະເທດໄທນັ້ນ ຂະເຈົ້າ ກໍບໍ່ມີ ວິຊາອາຊີພ ຫຍັງ ໄດ້ໄປ ຝືກອົບຮົມ ເອົາເນາະ".
ທ່ານວ່າ ຍ້ອນຣະບົບ ການສືກສາ ແລະ ການກຳນົດ ຄຸນສົມບັດ ຂອງແຮງງານ ບໍ່ຊັດເຈນ ໃນລາວ ເຮັດໃຫ້ຄຸນຄ່າ ຂອງແຮງງານຕ່ຳ ຖ້າທຽບໃສ່ກັບ ປະເທດ ເພື່ອນບ້ານ ທີ່ກຳນົດ ແຮງງານ ຕາມຣະດັບ ການ ສືກສາ.
ເຖິງຢ່າງໃດ ກໍຕາມ ໃນເວລານີ້ ທາງການລາວ ມີແຜນການ ຈະກຳນົດ ການສືກສາ ຂັ້ນຕ່ຳ ໃນລາວແລ້ວ ຄາດວ່າ ໃນຣະຍະ ສອງສາມປີ ຂ້າງຫນ້າ ແຮງງານລາວ ຈະຖືກ ຍົກຣະດັບ ຂື້ນກວ່າເກົ່າ.