ຄົນງານຂາດຄວາມຊໍານານ ເປັນບັນຫາໃນບໍຣິສັດ

ແຮງງານລາວ ທີ່ຂາດ ຄວາມຮູ້ ຄວາມຊໍານານ ເປັນ ອຸປສັກ ໃຫຍ່ຫລວງ ໃຫ້ ບໍລິສັດ ໃຫຍ່ໆ ໃນ ສປປລາວ.

ພນັກງານ ຕົວແທນ ຈໍາໜ່າຍ ເບັຍລາວ ທີ່ຕ້ອງມີ ຄວາມຮູ້ ຄວາມສາມາດ ດ້ານ ປະຊາສັມພັນ ຕ້ອນຮັບແຂກ ໃນຂັ້ນນາໆຊາດ RFA/Kham Ouan

ກົດຟັງສຽງ

ຄົນງານ ທີ່ຂາດ ຄວາມຊໍານານ ໃນໜ້າວຽກ ເປັນ ອຸປສັກ ອັນໃຫຍ່ຫຼວງ ໃຫ້ ບໍລິສັດ ໃຫຍ່ ໃນລາວ ໂດຍສະເພາະ ບໍຣິສັດ ດ້ານ ບໍຣິການ ລູກຄ້າ. ໃນ ຈໍນວນ 50 ສ່ວນຮ້ອຍ ຂອງ ຜູ້ຈັດການ ບໍຣິສັດ ໃຫຍ່ໆ ເປີດເຜີຍວ່າ ການຂາດ ຄົນງານ ທີ່ມີ ຄວາມຮູ້ ພຽງພໍ ເຮັດໃຫ້ ໂອກາດ ການຂຍາຍ ກິຈການ ຫຼື ເພີ້ມພູນ ການຜລິດ ລ້າຊ້າ ແລະ ເປັນໄປ ໄດ້ຍາກ. ແຕ່ເມື່ອ ທຽບໃສ່ ຜູ້ຈັດການ ຂອງ ບໍລິສັດ ນ້ອຍໆ ມີແຕ່ 1 ໃນ 10 ເທົ່ານັ້ນ ທີ່ເວົ້າ ໃນ ລັກສນະ ນັ້ນ.

ໃນ 70 ສ່ວນຮ້ອຍ ຂອງ ໂຮງງານ ອຸດສາຫະກັມ ແມ່ນຜລິດ ສິນຄ້າ ໂດຍໃຊ້ ແຮງງານ ທີ່ຊໍ້າໆ ແບບເກົ່າ ຢ່າງຫລວງຫລາຍ ເຊັ່ນໂຮງງານ ໄມ້ແປຮູບ ແລະ ໂຮງງານ ຫຍິບເຄື່ອງ ນຸ່ງຫົ່ມ ເສື້ອຜ້າ ຊຶ່ງບໍ່ຈໍາເປັນ ທີ່ຈະໃຊ້ ແຮງງານ ທີ່ມີ ຄວາມຊໍານານ, ຍ້ອນວ່າ ໂຮງງານ ສ່ວນໃຫຍ່ ໃຊ້ຄົນງານ ທີ່ ຝຶກສອນ ໃນສະຖານທີ່ ຊຶ່ງຕ້ອງການ ຄວາມຊໍານິ ຊໍານານ ແບບພື້ນຖານ ກໍພໍ. ສ່ວນ ໂຮງງານ ອຸດສາຫະກັມ ການສົ່ງອອກ ເປີດເຜີຍວ່າ ການທີ່ ແຮງງານ ຂາດຄວາມຮູ້ ເປັນ ອຸປສັກ ຫລາຍກວ່າ ບໍລິສັດ ທີ່ບໍ່ມີ ການ ສົ່ງອອກ.

ເຖິງຢ່າງໃດ ກໍຕາມ ການຂາດແຄນ ຄົນງານ ທີ່ມີຄວາມຮູ້ ຄວາມຊໍານານ ໃນລາວ ອາດເປັນຍ້ອນ ຄວາມຕ້ອງການ ຄົນງານ ແລະ ການຜລິດ ຄົນງານ ມັນບໍ່ ສົມດຸນກັນ ຍ້ອນວ່າ ຄົນງານ ໃນລາວ ສ່ວນໃຫຍ່ ຈະເຮັດວຽກ ໃນສາຍ ການກະເສຕ, ດັ່ງນັ້ນ ຈຶ່ງຂາດເຂີນ ແຮງງານ ໃນສາຍ ອຸດສາຫະກັມ, ການບໍຣິການ ແລະ ການສົ່ງອອກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org