ຊາວຄຣິສຈຽນຍ້າຍບ່ອນຢູ່ ບໍ່ມີເຈັ້ຽສໍ
ການໂຍກຍ້າຍ ບ່ອນຢູ່ ອາສັຍ ຂອງ ຊາວ ຄຣິສຈຽນ ທີ່ບໍ່ມີ ໜັງສື ຢັ້ງຢືນ ເກີດມີ ບັນຫາ ກັບ ເຈົ້າໜ້າທີ່ ທ້ອງຖິ່ນ ໃນເມືອງ ປາກອູ ແຂວງ ຫຼວງພຣະບາງ.
-
ໂພໄຊສວັດ
2012-03-14 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຂ່າວເຫດການ ທີ່ ເຈົ້າໜ້າທີ່ ຕໍາຣວດ ເມືອງປາກອູ ແຂວງ ຫລວງພຣະບາງ ໄດ້ຈັບ ຊາວຄຣິສຈຽນ ແລະ ບັງຄັບ ໃຫ້ພວກຂະເຈົ້າ ເຊົານັບຖື ສາສນາ ຄຣິສຈຽນ ນັ້ນບໍ່ແມ່ນ ຕາມທີ່ໄດ້ ມີຂ່າວອອກ ແລະ ບໍ່ກ່ຽວກັບ ເຣື່ອງສາສນາ ແຕ່ຢ່າງໃດ.
ຕາມຄວາມເປັນຈິງ ຊາວຄຣິສຈຽນ ເຫລົ່ານັ້ນ ໄດ້ໂຍກຍ້າຍ ມາຈາກບ້ານອື່ນ ເຂົ້າມາຢູ່ ໃນເຂດ ເມືອງປາກອູ ໂດຍປາສຈາກ ໜັງສື ຢັ້ງຢືນ ໃນການ ໂຍກຍ້າຍ ດັ່ງນັ້ນ ເຈົ້າໜ້າທີ່ ປກສ ຈຶ່ງໄດ້ສັ່ງໃຫ້ ພວກຂະເຈົ້າ ໄປຂໍ ເອກກະສານ ຢັ້ງຢືນ ຈາກບ້ານເກົ່າ ພາຍໃນ 30 ມື້ ເພື່ອມາປະກອບ ເອກກະສານ ຂື້ນ ສໍາມະໂນຄົວ ໃນ ເມືອງປາກອູ. ດັ່ງເຈົ້າໜ້າທີ່ ປກສ ເມືອງປາກອູ ແຂວງ ຫຼວງພຣະບາງ ໄດ້ ອະທິບາຍ ວ່າ:
"ພາກສ່ວນ ດັ່ງກ່າວ ຖືວ່າໂຍກຍ້າຍ ມາໂດຍ ບໍ່ຖືກຕ້ອງ ຕາມລະບຽບ ຂອງທາງການ ທີ່ກໍານົດ ທາງກຸ່ມເພິ່ນ ເອົາໄປເຮັດ ບົດບັນທຶກ ອັນນີ້ແມ່ນ ຖືວ່າ ໃຫ້ໄປເອົາ ເອກກະສານ ມາ ຖ້າບໍ່ມີ ເອກກະສານ ແມ່ນວ່າ ຈະບໍ່ໃຫ້ຢູ່ ບໍ່ແມ່ນເຮົາໄລ່ ພາກສ່ວນ ນັບຖື ສາສນາ ຄຣິສຈຽນ ອອກຈາກບ້ານ ຈາກເມືອງ ແຕ່ວ່າມັນມາ ສວມຮອຍກັນ ຢູ່ບ່ອນ ລັກສນະວ່າ ຜູ້ທີ່ບໍ່ມີ ເອກກະສານ ກັບຜູ້ຖື ສາສນາຄຣິສຈຽນ ນີ້ ມັນເປັນ ຜູ້ດຽວກັນ".
ເຈົ້າໜ້າທີ່ ເວົ້າອີກວ່າ ເມື່ອປີກ່ອນ ຊາວຄຣິສຈຽນ ໄດ້ຍ້າຍມາຈາກ ບ່ອນອື່ນ ມາຢູ່ບ້ານ ຫ້ວຍກອກ ໂດຍບໍ່ມີ ເອກກະສານ ໂຍກຍ້າຍ ທີ່ຖືກຕ້ອງ ຕາມກົດ ລະບຽບ ຕ້ອງມີໜັງສື ຢັ້ງຢືນ ຈາກບ້ານເກົ່າ ເພື່ອມາເຮັດ ໃບສໍາມະໂນຄົວ ໃນບ້ານໃໝ່ ເພື່ອຄວາມເປັນ ລະບຽບ ໃນການຮັກສາ ຄວາມສງົບ.
ນອກຈາກ ຈະບໍ່ມີໜັງສື ທີ່ຖືກຕ້ອງແລ້ວ ຊາວຄຣິສຈຽນ ທີ່ໂຍກຍ້າຍມາ ກໍບໍ່ຍອມ ຕັ້ງບ້ານເຮືອນ ປະປົນຢູ່ກັບ ຊາວບ້ານອື່ນໆ ທີ່ທາງການໄດ້ ອະນຸຍາດໃຫ້. ດັ່ງເຈົ້າໜ້າທີ່ ເວົ້າວ່າ:
"ໄປຕັ້ງຢູ່ ບ້ານປ້ອມກູ ໂດຍທີ່ທາງການ ບໍ່ໄດ້ ອະນຸຍາດ ໃຫ້ຢູ່ ແລະ ອີກບັນຫານຶ່ງ ກໍຄືໄດ້ພາກັນ ຖາງປ່າ ແບບຊະຊາຍ ດັ່ງນັ້ນ ແລ້ວທາງການ ເພິ່ນກໍໄປ ສະກັດກັ້ນ ບັນຫາ ຕົວນີ້ ແຕ່ວ່າຊິໃຫ້ ເອົາອອກຈາກ ສາສນາ ຄຣິສຈຽນ ນີ້ ແລ້ວວ່າໄລ່ ອອກຈາກບ້ານ ຕົວນີ້ມັນ ບໍ່ມີ".
ຊາວບ້ານ ທີ່ມີບັນຫາ ດັ່ງກ່າວ ມີປະມານ 2-3 ຄອບຄົວ ໄດ້ຍ້າຍມາຈາກ ເມືອງອື່ນ ແລະ ມາຕັ້ງບ້ານ ຢູ່ຫ້ວຍກອກ ເມືອງປາກອູ ແຂວງ ຫລວງພຣະບາງ ໄດ້ປີກວ່າແລ້ວ ແຕ່ເຖິງ ປັດຈຸບັນ ຍັງບໍ່ທັນເອົາ ເອກສານ ຈາກບ້ານເກົ່າ ມາແຈ້ງຕໍ່ ອໍານາດ ການປົກຄອງ ເມືອງ ປາກອູເລີຍ.