ບັນຫາຄົນວ່າງງານ ກາຍເປັນບັນຫາສັງຄົມ

ຄົນ ວ່າງງານ ເປັນບັນຫາ ນຶ່ງ ທີ່ສໍາຄັນ ເຮັດໃຫ້ ເກີດ ປາກົດການ ຫຍໍ້ທໍ້ ທີ່ບໍ່ດີ ໃນສັງຄົມ ລາວ.

ໃນນະຄອນ ຫລວງວຽງຈັນ ທີ່ມີຄົນ ຊອກຫາ ວຽກງານ ເປັນຈໍານວນ ຫລວງຫລາຍ RFA/Tyler Chapman

ກົດຟັງສຽງ

ວິກິດການ ການເງິນ ທີ່ເຮັດໃຫ້ ເສຖກິດ ໂລກ ຫຍູ້ງຍາກ ຢູ່ໃນ ເວລານີ້ ໄດ້ສົ່ງຜົລ ກະທົບ ຕໍ່ການຈ້າງ ແຮງງານ ໂດຍກົງ. ອົງການ ແຮງງານ ສາກົລ ແຈ້ງວ່າ ໃນປີ 2010 ມີຄົນ ຕົກງານ ໃນທົ່ວໂລກ 200 ລ້ານຄົນ.

ບັນຫາ ຄົນວ່າງງານ ນີ້ເປັນ ບັນຫາ ສໍາຄັນ ຕົ້ນຕໍ ທີ່ເຮັດໃຫ້ເກີດ ບັນຫາ ສັງຄົມ ຢູ່ ສປປລາວ ທີ່ຍັງ ບໍ່ສາມາດ ແກ້ໄຂໄດ້. ເຈົ້າໜ້າທີ່ ວັທນະທັມ ສັງຄົມ ສະພາ ແຫ່ງຊາດ ລາວ ກ່າວວ່າ:

"ບັນຫາ ພັຍວ່າງງານ ຢູ່ ສປປລາວ ເພາະວ່າ ທຸກປາກົດການ ຫຍໍ້ທໍ້ ຢູ່ໃນ ສັງຄົມ ທີ່ກ່ຽວພັນ ເຖິງຊາວຫນຸ່ມ ນັກສຶກສາ ສາເຫດ ຕົ້ນຕໍ ກໍແມ່ນ ມາຈາກ ພັຍວ່າງງານ ບັນດາ ໂຮງຮຽນ ວິຊາຊີພ ຕ່າງໆ ແມ່ນບໍ່ ສົມດູລກັບ ຜູ້ຈ້າງ ນໍາໃຊ້ ແຮງງານ ຈຶ່ງພາໃຫ້ ຂາດດູລ ແຮງງານ ຫລືບໍ່ພໍ ຈຶ່ງເກີດ ມີປາກົດການ ຫຍໍ້ທໍ້ ຂຶ້ນ ທີ່ຕິດຢູ່ ໃນສັງຄົມ ເປັນຕົ້ນ ໄປປຸ້ນ ໄປຈີ້ ຂີ້ລັກ ຄ້າຢາເສບຕິດ ເຄື່ອນໄຫວ ຜິດກົດໝາຍ ສາຣະພັດ".

ທ່ານກ່າວ ຕໍ່ໄປວ່າ ຖ້າປ່ອຍ ໃຫ້ເກີດພັຍ ວ່າງງານ ເປັນເວລານານ ອາຈເກີດ ບັນຫາ ເລື້ອງ ບຸຄລາກອນ ມີ ປະສິດທິພາບ ໜ້ອຍລົງ ດັ່ງນັ້ນ ໜ່ວຍງານ ທີ່ກ່ຽວຂ້ອງ ຄວນມີ ມາຕການ ຮີບດ່ວນ ໃນການ ແກ້ໄຂ ບັນຫາ ພັຍ ວ່າງງານ ຮວມທັງມີ ແນວທາງ ແກ້ໄຂ ບັນຫາ ໃນຣະຍະຍາວ ເພາະການ ວ່າງງານ ເປັນບັນຫາ ສໍາຄັນ ແລະ ມີຜົລກະທົບ ທີ່ເປັນ ວົງກ້ວາງ ຊຶ່ງຄວບຄຸມ ທັງດ້ານ ເສຖກິດ ແລະ ສັງຄົມ.

ຣາຍງານ ກ່ຽວກັບ ຈໍານວນ ຊາວລາວ ທີ່ບໍ່ມີ ວຽກເຮັດ ງານທໍາ ແລະ ຕົກງານ ທີ່ເປັນ ເຫຍື່ອຂອງ ການຄ້າມະນຸດ ໃນປີ 2010 ຊຶ່ງສ່ວນໃຫຍ່ ບໍ່ມີການ ສຶກສາ ແລະ ມາຈາກ ແຂວງ ທາງພາກກາງ ແລະ ພາກໃຕ້ ຂອງລາວ ຈາກ ນະຄອນຫລວງ ວຽງຈັນ ສວັນນະເຂດ ສາຣະວັນ ແລະ ຈໍາປາສັກ ຊຶ່ງ ມີເຂດແດນ ຕໍ່ກັບ ປະເທດໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org