ຄົນງານລາວ ຈາກຊົນນະບົດ
ຄົນງານ ທີ່ ມາຈາກ ຊົນນະບົດ ເຂົ້າມາ ເຮັດວຽກ ໃນເມືອງ ມີຄວາມສ່ຽງ ຕໍ່ການ ຖືກ ຂູດຮີດ ແຮງງານ.
-
ສົມເນ
2011-08-10 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຜູ້ປະສານ ວຽກງານ ຕ້ານການ ຄ້າມະນຸດ ໃນລາວ ວ່າ, ຄົນງານລາວ ທີ່ມາຈາກ ເຂດ ຊົນນະບົດ ໃນ ປັດຈຸບັນ ມີຄວາມສ່ຽງ ທີ່ອາຈຖືກ ພວກ ຄ້າມະນຸດ ສວຍໂອກາດ ຫລອກໃຫ້ໄປ ເຮັດວຽກ ກັບນັກ ລົງທືນ ຕ່າງຊາດ ທີ່ມັກ ຂູດຮີດ ແຮງງານ. ມີບໍຣິສັດ ຕ່າງປະເທດ ເຂົ້າມາ ລົງທືນ ໃນລາວ ນັບມື້ນັບ ຫລາຍຂື້ນ, ແລະ ຍ້ອນວ່າ ຄົນງານລາວ ມີການ ສືກສາໜ້ອຍ ຂາດ ປະສົພການ ໃນເມືອງໃຫຍ່: ທ່ານ ສີທະລາ ປະທັມມະວົງ ໄດ້ກ່າວວ່າ:
"ມີຕ່າງປະເທດ ມາລົງທືນ ຂ້ອນຂ້າງ ຈະເພີ້ມຂື້ນ ກະເລີຽເຮັດໃຫ້ ມີຄວາມສ່ຽງ ເນື່ອງຈາກວ່າ ການຕ້ອງການ ແຮງງານ ກ່າຂ້ອນຂ້າງ ຈະສູງ ການເຄື່ອນ ຍ້າຍແຮງງານ ກ່າຂ້ອນຂ້າງ ຈະສູງ ຈາກ ຊົນນະບົດ ຫາໂຕເມືອງ ມັນແມ່ນ ຄວາມສ່ຽງ ທັງໝົດ".
ຕາມສະພາບ ຄວາມເປັນຈິງ ທີ່ເກີດຂື້ນ ໃນລາວ ໃນປັດຈຸບັນ, ເມື່ອຊາວ ຕ່າງດ້າວ ມາລົງທືນ ໃນລາວ ຫລາຍໂຄງການ ມັນກໍມີ ວຽກງານ ກໍ່ສ້າງ ເກີດຂື້ນ ທັງໃນ ໂຕເມືອງ ແລະ ຢູ່ນອກເມືອງ. ພວກຄ້າ ແຮງງານ ໃນລາວ ຈໍານວນນື່ງ ກໍເລີຽສວຍ ໂອກາດ ເກນເອົາ ຄົນລາວ ດ້ວຍກັນ ໃຫ້ໄປ ເຮັດວຽກ ຢູ່ຕາມ ໂຄງການ ກໍ່ສ້າງຕ່າງໆ ແລະ ຈ້າງໃນ ຣາຄາຖືກ ບໍ່ມີ ສວັດດີການ ສຸຂພາບ ທັງໃຫ້ ເຮັດວຽກ ຫລາຍຊົ່ວໂມງ.
ບັນຫານີ້ ທາງການລາວ ຍັງບໍ່ທັນ ສາມາດ ເບິ່ງໃຫ້ ທົ່ວ ເຖິງໄດ້ ໝົດ ໂດຍສະເພາະ ໂຄງການ ຫລື ທຸຣະກິ ຂນາດນ້ອຍ ບໍ່ຄ່ອຍຈະມີ ການກວດກາ ສະພາບການ ເຮັດວຽກ ຂອງ ຄົນງານ ເລີຽ.