ໄຂ້ຫວັດນົກ ອາຈຣະບາດອີກ
ອົງການ ອະນາໄມ ໂລກ ປະກາດ ເຕືອນ ຫລາຍ ປະເທດ ໃນເອເຊັຍ ໃນວັນຈັນ ນີ້ວ່າ ໄຂ້ຫວັດນົກ ຣະບາດ ຢູ່ ກຳພູຊາ ເປັນເຫດໃຫ້ ຄົນເສັຍ ຊີວິດ ແລ້ວ 8 ຄົນ.
-
ອະວາຣີ
2011-08-30 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໃນສະເພາະ ປີນີ້ ຢູ່ວຽດນາມ ແລະ ຈີນ ມີເຊື້ອໂຣກ ໄຂ້ຫວັດນົກ ອີກ ຊນິດນຶ່ງ ທີ່ຄ້າຍຄື ກັບເຊື້ອ ໂຣກ ໄຂ້ຫວັດນົກ H1N1 ທີ່ເຄີຍ ຣະບາດ ມາແລ້ວ ໃນຫລາຍ ປະເທດ ໃນໂລກ ອາດຈະ ຣະບາດອີກ ໃນຣະດູ ໃບໄມ້ລົ່ນ ແລະ ຍາມໜາວປີນີ້. ອົງການ ອະນາໄມ ໂລກ ເຕືອນ ຢ້ຳວ່າ ຖ້າຣະບາດ ອີກເທື່ອນີ້ ອາດຈະເປັນ ເທື່ອທີ່ ຮ້າຍແຮງ ທີ່ສຸດ ນັບແຕ່ ປີ 2009 ເປັນຕົ້ນມາ ແລະ ຖ້າມີການ ຣະບາດ ຢູ່ ວຽດນາມ ແລະ ຈີນ ແນ່ນອນວ່າ ຢູ່ຍີ່ປຸ່ນ ເກົາຫລີ ໄທ ແລະ ມາເລເຊັຍ ກໍຕ້ອງມີ ການຣະບາດ ເຊັ່ນກັນ.
ທ່ານ Juan Lubroth ຫົວໜ້າ ຜແນກສັດ ອົງການ ອະນາໄມໂລກ ກ່າວວ່າ ທຸກປະເທດ ຕ້ອງ ຣະມັດຣະວັງ ຢ່າໃຫ້ໂຣກ ໄຂ້ຫວັດນົກ ຣະບາດອີກ. ການຣະຍາດ ຂອງໂຣກ ບາງຊນິດ ໃນໂລກ ຈະເກີດຂື້ນ ເປັນ ຣະຍະ ຕົວຢ່າງໂຣກ ໄຂ້ຫວັດນົກ ມິດງຽບໄປ ໃນຣະຫວ່າງ ປີ 2004 ແລະ 2008 ແຕ່ຣະບາດ ອີກ ເມື່ອປີ 2009 ແລະ ອາດເປັນໄດ້ ວ່າ ໂຣກດັ່ງກ່າວ ອາດຣະບາດ ອີກໃນ ປີນີ້ ຫລື ປີໜ້າ. ໃນຣະຍະ 3 ປີ ທີ່ ຜ່ານມາ ມີຄົນຕິດ ເຊື້ອໂຣກ ໄຂ້ຫວັດນົກ ທັງໝົດ 565 ຄົນ ໃນນັ້ນ 331 ຄົນ ເສັຍຊີວິດ. ຢູ່ລາວ ກໍມີຄົນ ເສັຍຊີວິດ ເຊັ່ນກັນ.