ສູນຕ້ານໂຣຄເອດສໃນລາວ ຕ້ອງການງົປໃນປີໜ້າ

ສູນກາງ ຕ້ານເຊື້ອໂຣຄ HIV/AIDS ໃນສປປລາວ ຕ້ອງການ ທຶນຊ່ວຍເຫຼືອ ຈາກແຫຼ່ງໃໝ່ ໃນປີ 2012 - 2013


ກົດຟັງສຽງ

ຫລັງຈາກທີ່ ກອງທຶນ ຕໍ່ຕ້ານເຊື້ອ HIV/AIDS ສະຫະປະຊາຊາດ ໄດ້ໂຈະ ການຊ່ວຍເຫລືອ ພາຍໃນປີ 2012-2013 ອອກໄປ ໂດຍຄາດວ່າ ຈະກັບມາ ສນັບສນູນ ໃໝ່ອີກ ໃນປີ 2014 ຍ້ອນວ່າ ປັດຈຸບັນ ທາງກອງທຶນ ຂາດງົບປະມານ. ຍານາງ ຈັນມີ ພິມພະຈັນ ຫົວໜ້າ ສູນຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃນລາວ ເວົ້າວ່າ:

"ເຂົາກໍວ່າ ບໍ່ມີທຶນ ຫັ້ນນ໋າ ເຂົ້າເຂົາບໍ່ມີ ມັນໝົດຊ່ວງນີ້ ເຂົາກໍວ່າ ຊັ້ນແຫລ໋ະ ເພາະວ່າ ຜູ້ສນັບສນູນ ມັນກໍອອກໄປ ຫລາຍແລ້ວ ມັນກະບໍ່ມີ ແບບຊີ້ນ໋າ".

ນາງເວົ້າວ່າ ປັດຈຸບັນ ສູນ ຕໍ່ຕ້ານເຊື້ອໂຣຄ HIV/AIDS ກໍາລັງປະຊຸມ ປຶກສາຫາລື ຫາແຫລ່ງທຶນ ໃໝ່ຢູ່ ເພື່ອຫາ ງົບປະມານ ມາໃຊ້ຈ່າຍ ໃນປີ 2012-2013 ແຕ່ກໍຍັງ ບໍ່ທັນມີ ເທື່ອ ເຖິງວ່າຈະຂາດ ເງິນທຶນ ຊ່ວຍເຫລືອ ຈາກກອງທຶນ ຕໍ່ຕ້ານເຊື້ອ HIV/AIDS ສະຫະປະຊາຊາດ ແຕ່ການເບິ່ງແຍງ ຄົນເຈັບ ເປັນໂຣຄເອດສ ກໍຍັງ ດໍາເນີນໄປ ຕາມປົກກະຕິ ໄດ້ດີ ຄືເກົ່າຢູ່ ຄ່າຂອງການ ປິ່ນປົວ ຜູ້ປ່ວຍເປັນ ໂຣຄເອດສ ໃນສູນຕ້ານ ໂຣຄເອດສ ປັດຈຸບັນ ຕົກຢູ່ ປະມານ 1 ພັນໂດລາ ສະຫະຮັຖ ຕໍ່ປີ ຊຶ່ງບໍ່ໄດ້ ຮວມຄ່າເດີນທາງ ຄ່າຢູ່ຄ່າກິນ ແລະອື່ນໆ ຊຶ່ງຜູ້ປ່ວຍຕ້ອງ ໄດ້ຈ່າຍເອງ ສາຍເຫດ ທີ່ເຮັດໃຫ້ ກອງທຶນ ຕໍ່ຕ້ານເຊື້ອ HIV/AIDS ສະຫະປະຊາຊາດ ບໍ່ສາມາດ ຊ່ວຍເຫລືອ ເງິນທຶນໃນປີ ດັ່ງກ່າວໄດ້ນັ້ນ ກໍເພາະວ່າ ປະເທດ ທີ່ສນັບສນູນ ບໍລິຈາກ ໄດ້ຫລຸດການ ຊ່ວຍເຫລືອລົງ 2.2 ຕື້ ໂດລາ ສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org