ຣາຄາເຄື່ອງກິນໃນໂລກ ຄວນດັດປ່ຽນແກ້ໄຂ
ສະຫະປະຊາຊາດ ຮຽກຮ້ອງ ໃຫ້ມີການ ແກ້ໄຂ ດັດ ປ່ຽນແປງ ຣາຄາ ຂອງ ອາຫານ ການກິນ ໃນທົ່ວໂລກ.
-
ສິດນີ
2012-04-12 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທ່ານ ບານກີມູນ ເລຂາທິການ ສະຫະປະຊາຊາດ ໄດ້ຊັກຊວນ ໃຫ້ຜູ້ນຳ ໃນໂລກ ຊ່ອຍກັນ ແກ້ໄຂ ດັດແປງບັນຫາ ຣາຄາ ອາຫານ ການກີນ ທີ່ເຫັນວ່າແພງ ເກີນໄປ ໃນທົ່ວໂລກ ໃນເວລານີ້ ດ້ວຍການ ວາງແຜນ ແລະ ປາບປາມ ກຸ່ມພໍ່ຄ້າ ຄົນກາງ ທີ່ ສວຍໂອກາດ ຂື້ນຣາຄາ ສີນຄ້າ ໃນທ້ອງຕລາດ.
ທ່ານໄດ້ກ່າວ ກ່ຽວກັບ ເລື້ອງນີ້ ໃນຖແລງການ ຈາກຫ້ອງການ ຂອງທ່ານ ໃນມື້ວານ ນີ້ວ່າ ອາຫານ ແລະ ຄວາມປອດພັຍ ດ້ານອາຫານ ການກຸ້ມຢູ່ ກຸ້ມກີນ ຂອງຊາວໂລກ ເປັນພື້ນຖານ ໃນຊິວິດ ປະຈຳວັນ ຂອງ ມະນຸສຊົນ ດັ່ງນັ້ນ ພຶດຕິກັມ ທີ່ຈະແກ້ໄຂ ບັນຫາ ດັ່ງກ່າວ ເປັນສີ່ງຈຳເປັນ ຂອງ ຣັຖບານ.
ໃນເວທີ ໂຕ້ຖຽງກັນ ໃນ ສມັດຊາໃຫຍ່ ອົງການ ສະຫະປະຊາຊາດ ກ່ຽວກັບ ຣາຄາ ອາຫານ ການກີນ ທີ່ແພງ ໃນທົ່ວໂລກ ທ່ານ ນາເຊີ ອັບດູລາ ອາວອາເຊີ ປະທານ ສມັດໃຫຍ່ ກ່າວວ່າ ບັນຫາ ເລື້ອງການ ຂື້ນລົງ ຂອງຣາຄາ ອາຫານ ການກີນ ສ້າງຄວາມ ກັງວົນ ໃຫ້ແກ່ຫລາຍ ປະເທດ ສະມາຊິກ ເພາະມັນສົ່ງ ຜົລກະທົບ ຕໍ່ຄວາມປອດພັຍ ທາງດ້ານ ອາຫານ ແລະ ການພັທນາ ທີ່ຍືນຍົງ ຂອງປະເທດ ທີ່ທຸກຍາກ ປະເທດ ທີ່ກຳລັງ ພັທນາ ທັງຫລາຍ.
ທ່ານວ່າ ຜົລກະທົບ ສ່ວນໃຫຍ່ ຈະເກີດຂື້ນ ກັບປະຊາຊົນ ຜູ້ທີ່ທຸກຍາກ ແລະ ສ່ວນໃຫຍ່ ປະຊາຊົນ ກຸ່ມດັ່ງກ່າວ ຈະອາສັຍ ຢູ່ປະເທດທີ່ ນຳເອົາອາຫານ ມາຈາກ ປະເທດອື່ນ ຊື່ງເປັນ ອາຫານ ຂັ້ນພື້ນຖານ ໃນ ປເທດນັ້ນໆ.