ສະຫະປະຊາຊາດ ຕໍ່ຕ້ານໂຣກອະຫິວາ

ສະຫະ ປະຊາຊາດ ຂໍຮ້ອງເງິນ ຊ່ວຍເຫລືອ 164 ລ້ານ ໂດລາ ສະຫະຣັຖ.


ກົດຟັງສຽງ

ຫ້ອງການ ສະຫະ ປະຊາຊາດ ແລະ ອົງກອນພາຄີ ໃນວັນຈັນ ນີ້ ໄດ້ຮຽກຮ້ອງ ເງິນຊ່ວຍເຫລືອ 164 ລ້ານ ໂດລາ ສະຫະຣັຖ ເພື່ອສົ່ງເສີມ ຄວາມພຍາຍາມ ຣັຖບານ ເຮຕີ ໃນການຕໍ່ຕ້ານ ການແພ່ລະບາດ ຂອງໂຣກ ອະຫິວາ ຊື່ງເຮັດໃຫ້ ຄົນ ເສັຽຊີວິດ ໄປແລ້ວ ຫລາຍຮ້ອຍຄົນ. ການຊອກຫາ ເງິນຊ່ວຍເຫລືອ ດັ່ງກ່າວ ແມ່ນເພື່ອເພີ້ມ ຈໍານວນ ທ່ານໝໍ ເພີ້ມຢາປົວໂຣກ ແລະ ອຸປກອນ ສໍາລັບຕອງນໍ້າ ເພື່ອຈໍາກັດ ການແພ່ລະບາດ ຂອງໂຣກ.

ໂຕເລກ ຂອງຫ້ອງການ ປະສານງານ ການຊ່ວຍເຫລືອ ມະນຸສທັມ ສະຫະ ປະຊາຊາດ ວ່າມີຊາວ ເຮຕິ ເຂົ້າໂຮງ ພຍາບານຍ້ອນ ເປັນໂຣກ ອະຫິວາ 12,000 ຄົນ ໃນນັ້ນໄດ້ ເສັຽຊີວິດ ໄປ 800 ຄົນ. ພາຍໃນ 6-12 ເດືອນ ນີ້ຄາດວ່າ ຈະມີຜູ້ຕິດ ເຊື້ອໂຣກ ອະຫິວາ ເຖິງ 200,000 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org