ທ່ານບານກີມູນເວົ້າເຖີງ ສິດທິມະນຸສໃນຈີນ

ເລຂາທິການ ສະຫະປະຊາຊາດ ທ່ານ ບານກີມູນ ຍົກເອົາບັນຫາ ສິດທິມະນຸດ ໃນຈີນ ຂື້ນມາເວົ້າ.

ທ່ານບານກີມູນ ຂ້າຫລວງໃຫຍ່ ສະຫະປະຊາຊາດ ໄປຢ້ຽມຢາມສປຈີນ ແລະກໍາລັງຖືກຕ້ອນຮັບ ຈາກປະທານປະເທດ ທ່ານຮູຈິນຕາວ ໃນວັນທີ 1 ພຶສຈິກາ 2010 AFP PHOTO / POOL / David Gray

ກົດຟັງສຽງ

ເລຂາທິການ ສະຫະປະຊາຊາດ ທ່ານ ບານກີມູນ ໃນວັນພຸດນີ້ ໃນລະຫ່ວາງ ຢ້ຽມຢາມ ປະເທດຈີນ ໄດ້ເວົ້າວ່າ ມັນມີຄວາມ ຈໍາເປັນ ໃນທົ່ວໂລກ ທີ່ຈະຕ້ອງ ນັບຖື ສິດທິມະນຸດ. ທ່ານ ບານກີມູນ ໄດ້ຍົກເຣື້ອງນີ້ ຂື້ນມາເວົ້າ ຫລັງຈາກທີ່ ອົງການ ສິດທິມະນຸດ ສາກົນ ໄດ້ກ່າວຕໍານິ ທ່ານວ່າ ອ່ອນຂໍ້ກັບຈີນ ຫລາຍເກີນໄປ ໃນດ້ານນີ້. ກຸ່ມສິດທິມະນຸດ ໄດ້ກ່າວທ້າທາຍ ທ່ານ ບານກີມູນ ຫລັງຈາກທີ່ ທ່ານ ໄດ້ພົບປະ ກັບ ທ່ານ Hujintao ປະທານ ປະເທດຈີນ ແລະທ່ານບໍ່ໄດ້ ຍົກເອົາບັນຫາ ສິດທິມະນຸດ ໃນຈີນ ຂື້ນມາເວົ້າ. ທ່ານ ບານກີມູນ ໄດ້ເດີນທາງ ໄປຢ້ຽມຢາມ ປະເທດຈີນ ເປັນເວລາ 4 ວັນ.

ໃນວັນພຸດນີ້ ທ່ານກໍໄດ້ ສວຍໂອກາດ ເວົ້າເຖິງ ສິດທິມະນຸດ ໃນເວລາ ໃຫ້ຄໍາປາໃສ ຢູ່ໃນໂຮງຮຽນ ຄນະຜູ້ນໍາ ສູນກາງພັກ ຄອມມູຍນິສຈີນ. ທ່ານ ບານກີມູນ ກ່າວຍ້ອງຍໍ ຄວາມສໍາເຣັດ ຫລາຍຢ່າງຂອງ ຈີນ ໃນການ ພັທນາປະເທດ ຈົນກາຍເປັນ ມະຫາອໍານາດ ແລະ ມີບົດບາດ ໃນທົ່ວໂລກ ດ້ວຍຄວາມຮັບ ຜິດຊອບ. ໃນຂນະທີ່ ກ້າວໜ້າຕໍ່ໄປນີ້ ທ່ານວ່າ ຄວາມສໍາເຣັດ ເປົ້າໝາຍດ້ານ ສິດທິມະນຸດ ໃນທົ່ວໂລກ ເປັນສິ່ງທີ່ ປາຖນາ ເພາະວ່າມັນ ເປັນພື້ນຖານ ຂອງສັນຕິພາບ ແລະ ຄວາມກົມກຽວ ຢູ່ໃນໂລກ ສີວິໄລ.

ທ່ານ ບານກີມູນ ໄດ້ກ່າວເຖິງ ຄວາມສໍາຄັນ ຂອງການນັບຖື ສິດທິມະນຸດ ຢ່າງຍືດຍາວ. ອົງການ ນິຣະໂທດກໍັມ ສາກົນ Amnesty International ທີ່ມີສູນກາງ ຢູ່ກຸງລອນດອນ ເປັນອົງການ ສິດທິມະນຸດ ອົງການລ້າສຸດ ທີ່ຕໍານິ ຜູ້ນໍາຂອງ ອົງການ ສະຫະປະຊາຊາດ ໂດຍເວົ້າວ່າ ການທີ່ທ່ານ ບານກີມູນ ບໍ່ເວົ້າຫຍັງ ໃນລະຍະ ຜ່ານມານັ້ນ ມັນເປັນຄວາມ ລົ້ມເຫລວຂອງ ລະບົບ ສະຫະປະຊາຊາດ ແລະ ຄວາມລົ້ມເຫລວ ຕໍ່ໜ້າ ປະຊາຊົນຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org