ນັກທ່ອງທ່ຽວເພີ້ມຂື້ນ ຢູ່ແຂວງຈໍາປາສັກ

ຈໍານວນ ນັກທ່ອງທ່ຽວ ທີ່ເຂົ້າມາ ຢ້ຽມຢາມ ແຂວງຈໍາປາສັກ ມີຫລາຍຂຶ້ນ ຫລັງຈາກ ການປະທະກັນ ລະຫວ່າງ ໄທ ແລະ ກັມພູຊາ.


ກົດຟັງສຽງ

ຜແນກພົວພັນ ຕ່າງປະເທດ ແຂວງຈຳປາສັກ ເປີດເຜີຍວ່າ ຫລັງຈາກທີ່ ກອງກຳລັງ ທະຫານໄທ ແລະ ກັມພູຊາ ໄດ້ປະທະກັນ ເມື່ອທ້າຍ ສັປດາຜ່ານມາ ໄດ້ເຮັດໃຫ້ນັກ ທ່ອງທ່ຽວ ປ່ຽນເສັ້ນທາງ ເຂົ້າມາທ່ອງທ່ຽວ ໃນສປປລາວແທນ. ເຈົ້າໜ້າທີ່ຈາກ ຜແນກພົວພັນ ຕ່າງປະເທດ ແຂວງຈຳປາສັກ ເວົ້າວ່າ:

"ມາຮອດລະຍະນີ້ ທີ່ໄທ ກັບ ຂເມນ ມີການສູ້ຮົບກັນ ການທ່ອງທ່ຽວ ເຫັນວ່າຈຳນວນ ຂອງນັກທ່ອງທ່ຽວ ນີ້ເພີ້ມ ມັນກໍໄປມາຫາສູ່ກັນ ລະຫວ່າງດ່ານ ໜອງນົກຂຽນ ກັບດ່ານ ສະຕຶງເຈັຍ ທາງເບື້ອງດົງກະລໍ ນ້ຳຕົກ ຄອນພະເພັງ".

ເຈົ້າໜ້າທີ່ເວົ້າຕໍ່ໄປວ່າ ລາວບໍ່ໄດ້ຮັບ ຄວາມເດືອດຮ້ອນ ຈາກເສິກສົງຄາມ ຊຶ່ງຕາມເຂດ ຊາຍແດນ ກໍມີຄວາມສງົບ ປອດພັຍ ຈຶ່ງມີຄວາມຄຶກຄັກ ຈາກນັກທ່ອງທ່ຽວ ທັງໄທ ແລະ ກັມພູຊາ. ຈາກການສອບຖາມ ນັກທ່ອງທ່ຽວ ໄທວ່າ ເພື່ອຄວາມປອດພັຍ ຈຶ່ງໄດ້ປ່ຽນມາ ທ່ອງທ່ຽວ ສປປລາວແທນ, ສ່ວນນັກທ່ອງທ່ຽວ ກັມພູຊາທີ່ເຄີຍ ໄປໄທ ກໍປ່ຽນມາ ປະເທດລາວ ເຊັ່ນດຽວກັນ.

ເຈົ້າໜ້າທີ່ຜູ້ເກົ່າ ເວົ້າອີກວ່າ ແຂວງຈຳປາສັກ ມີເຂດຊາຍແດນ ຕິດກັບໄທ ໂດຍຜ່ານ ດ່ານວັງເຕົາ ເມືອງໂພນທອງ, ສ່ວນເຂດຝັ່ງ ກັມພູຊາ ກໍມີດ່ານ ດົງກະລໍ ເມືອງໂຂງ. ໃນປັດຈຸບັນນີ້ ເຈົ້າໜ້າທີ່ ຕ້ອງໄດ້ເຮັດວຽກ ໜັກຂຶ້ນເພື່ອ ກວດກາ ແລະ ປ້ອງກັນການລັກ ເຂົ້າເມືອງ ຊຶ່ງອາດຈະມີ ຜູ້ສວຍໂອກາດ ປອມແປງ ເປັນນັກທ່ອງທ່ຽວ ເຂົ້າມາໃນຍາມ ທີ່ປະເທດເພື່ອນບ້ານ ກຳລັງມີບັນຫາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org