ເຂື່ອນເທີນຫີນບູນພາກຂຍາຍ ໃກ້ຈະສໍາເຣັດແລ້ວ
ເຂື່ອນໄຟຟ້າ ເທີນຫີນບູນ ພາກຂຍາຍ ສ້າງສຳເຣັດ ແລ້ວ 90% ແລະ ຊາວບ້ານ ໄດ້ໂຍກຍ້າຍ ຫມົດແລ້ວ.
-
ສິດນີ
2011-12-21 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ເປີດເຜີຍວ່າ ໂຄງການເຂື່ອນ ໄຟຟ້າ ທີນຫີນບູນ ພາກຂຍາຍ ທີ່ແຂວງ ບໍຣິຄຳໄຊ ສ້າງສຳເຣັດ ປະມານ 90 ສ່ວນຮ້ອຍ ແລະການໂຍກຍ້າຍ ປະຊາຊົນ ຜູ້ທີ່ໄດ້ ຮັບຜົລ ກະທົບ ກໍໄດ້ໂຍກຍ້າຍ ໄປຫມົດແລ້ວ. ເຈົ້າຫນ້າທີ່ ເວົ້າວ່າ:
"ກ່ຽວກັບ ໂຍກຍ້າຍ ຂອງ ເຂື່ອນເທີນຫີນບູນ ວຽກກໍ່ສ້າງນີ້ ກໍໄດ້ໄປກວ່າ 90% ແລ້ວ ມີແຕ່ກັບ ວຽກການ ໂຍກຍ້າຍນີ້ ກໍສຳເຣັດແລ້ວ".
ທ່ານກ່າວວ່າ ຊາວບ້ານ ໄດ້ໂຍກຍ້າຍ ໄປຢູ່ ບ້ານຈັດສັນ ຫມົດແລ້ວ ໃນຈຳນວນ 133 ຫລັງ ໃຊ້ເງິນໃນການ ກໍ່ສ້າງ ປະມານ 33 ຕື້ ກີບ ໂຄງການສ້າງ ເຂື່ອນໄຟຟ້າ ເທີນຫີນບູນ ພາກຂຍາຍ ເປັນໂຄງການ ສ້າງ ເຂື່ອນໄຟຟ້າ ຂນາດໃຫຍ່ ອີກແຫ່ງນື່ງ ໃນລາວ ຕັ້ງຢູ່ໃນເຂດ ເມືອງ ຈຳພອນ ແຂວງ ບໍຣິຄຳໄຊ. ໂຄງການ ດັ່ງກ່າວ ຈະສາມາດຜລິດ ກະແສໄຟຟ້າ ໄດ້ ປະມານ 280 ເມກະວັດ ແລະ ສ່ວນໃຫຍ່ ຈະສົ່ງຂາຍ ໃຫ້ ປະເທດໄທ.
ເຂື່ອນໄຟຟ້າ ເທີນຫີນບູນ ພາກຂຍາຍ ໄດ້ເລີ້ມການ ກໍ່ສ້າງ ມາແຕ່ເດືອນ ສິງຫາ ປີ 2008 ແຕ່ມີການ ລ້າຊ້າ ມາຕຣອດ ຍ້ອນ ງົບປະມານ ຄາດວ່າ ໂຄງການນີ້ ຈະສ້າງ ສຳເຣັດ ແລະເປີດໃຊ້ ຢ່າງເປັນທາງການ ໄດ້ ໃນເດືອນ ມີນາ 2012.