ຣະບົບນິເວດບຶທາຕຫຼວງ ອາຈຖືກທໍາລາຍ
ການພັທນາ ເຂດບືງ ທາຕຫລວງ ໃຫ້ເປັນເຂດ ເສຖກິດ ພິເສດ ໂດຍຈະຂຸດ ບືງ ເລິກລົງ ປະມານ 1 ແມັດ.
-
ສົມເນ
2012-01-10 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ອິງຕາມ ໂຄງການ ແຜນພັທນາ ທີ່ທາງການ ສປປລາວ ໄດ້ເປີດເຜີຽ ໄປແລ້ວນັ້ນ ຈະເຮັດໃຫ້ ຣະບົບ ນິເວດ ທັມະຊາດ ຂອງ ບືງທາຕຫຼວງ ຖືກທໍາລາຍ ຊື່ງເວລານີ້ ກໍຖືກ ບຸກລຸກຢູ່ແລ້ວ ຕາມທີ່ ຊາວລາວ ໃນ ນະຄອນຫຼວງ ວຽງຈັນ ຄົນນື່ງ ໄດ້ອອກ ຄວາມຄິດເຫັນ ເປັນພາສາໄທ ວ່າ:
"ທັມມະດາ ມັນຈະເປັນ ບືງໃຫ່ຽ ດຽວນີ້ ທັມມະຊາດ ກໍຫລຸດລົງໄປ ເມື່ອກ່ອນນີ້ ມີປາຫລາຍ ແຕ່ດຽວນີ້ ຄົນເຮົາມັນ ກໍເຂົ້າໄປ ລຸກລໍ້າ ບ່ອນຢູ່ຂອງປາ ຫລາຍຂື້ນ ມັນກໍຄ່ອຍໆ ຫາຍໄປ".
ການພັທນາ ບືງທາດຫລວງ ຕາມແຜນແມ່ບົດ ນັ້ນຈໍາເປັນ ຕ້ອງມີການ ດັດແປງ ຂຸດ ຖົມໜ້າດິນ ເລີກໜ້າດິນ ເພື່ອເຮັດໃຫ້ ບືງ ສາມາດ ຮັບນໍ້າທີ່ ລະບາຍ ອອກຈາກ ນະຄອນຫລວງ ວຽງຈັນ ໄດ້ຫລາຍ ກ່ວາເກົ່າ ທັງເຮັດໃຫ້ ເປັນໜອງນໍ້າ ທີ່ເປັນໜ້າຢູ່ ແຕ່ຈິງນັ້ນ ບໍ່ຮູ້ວ່າ ຈະອອກມາ ໃນຮູບໃດ ເພາະວ່າທາງການ ບໍ່ໄດ້ນໍາເອົາ ຮູປແບບຈໍາລອງ ແຜນພັດທະນາ ມາເຜີຽແຜ່ ໃຫ້ ປະຊາຊົນ ໄດ້ຮູ້ ໄດ້ເຫັນເທື່ອ ແລະ ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທືນ ໃນນະຄອນຫລວງ ກ່າວວ່າ:
"ສີ່ເຮັດໃຫ້ມັນ ຢູ່ໃນລະດັບ ທັມມະຊາດ ເໝືອນເດີມ ດຽວນີ້ມັນ ຕະກອນ ມັນຫລາຍສິບປີ ແລະ ມັນຕື້ນຂື້ນມາ ມັນຕ້ອງໄດ້ ຂຸດລອກອອກ ເພື່ອ ລະບາຍນໍ້າ ໃຫ້ມັນ ສະດວກຂື້ນ".
ເມື່ອມີການຂຸດ ການລອກດິນ ແລ້ວຈະເຮັດ ໃຫ້ບືງນີ້ ເປັນບືງ ທັມມະຊາດ ຄືເມື່ອກ່ອນ ກໍຄົງເປັນໄປ ໄດ້ຍາກ ເວັ້ນເສັຽຈາກວ່າ ບືງແຫ່ງນີ້ ຈະປ່ຽນໂສມໜ້າ ເປັນບືງ ທີ່ມະນຸດ ນິຣະມິດຂື້ນ. ທ່ານວ່າ ມາຮອດ ປັດຈຸບັນ ນັກລົງທືນຈີນ ບໍ່ທັນໄດ້ ລົງມືເຮັດ ອັນໃດເທື່ອ ຫລັງຈາກ ທີ່ໄດ້ຮັບ ສັມປະທານ ໄປແລ້ວ ແຕ່ຄາດວ່າ ຍັງຈະມີ ການສືກສາ ສັນຍາ ທີ່ເຊັນ ກັນແລ້ວນັ້ນ ໃຫ້ລະອຽດ ຕື່ມອີກ.