ຊາວບ້ານຕ້ອງຍ້າຍຈາກເຂດ ພັທນາບຶງທາຕຫຼວງ
ຊາວບ້ານ ໃນເຂດບຶງ ທາຕຫຼວງ ຢືນຢັນວ່າ ການພັທນາ ເມືອງໃໝ່ ຂອງ ບໍຣິສັດ ຈີນ ນັ້ນຕ້ອງມີ ຜົນກະທົບ ຕໍ່ທີ່ຢູ່ ອາສັຍ ຂອງຜູ້ຄົນ.
-
ມະນີຈັນ
2012-01-04 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ປະຊາຊົນ ຢືນຢັນວ່າ ໂຄງການ ພັທນາ ບຶງທາດຫລວງ ຈະກວມທີ່ຢູ່ ອາສັຍ ຂອງຜູ້ຄົນ ໃນເຂດນັ້ນ ຢ່າງແນ່ນອນ ຍ້ອນວ່າທີ່ດິນ ໃຫ້ ສັມປະທານ ແກ່ຈີນນັ້ນ ສ່ວນໃຫຍ່ ມີຊາວບ້ານ ຕັ້ງບ້ານເຮືອນຢູ່ ບໍ່ແມ່ນທີ່ດິນ ເປົ່າວ່າງ ຫລື ເປັນບຶງເປັນໜອງ. ຊາວເມືອງວຽງຈັນ ຄົນນຶ່ງ ເວົ້າວ່າ:
"ຄັນວ່າ ເປັນທີ່ດິນ ຣັຖເລີຍ ກໍບໍ່ເປັນຫຍັງ ຫັ້ນນະ ແຕ່ສ່ວນຫລາຍ ຂອບເຂດແຖວນັ້ນ ຈະຖືກທີ່ດິນ ແຖບ ປະຊາຊົນ ກໍມີຫັ້ນນະ ມັນອາຈຈະຖືກ ທີ່ດິນ ຂອງ ປະຊາຊົນ ນໍາແດ່ ຫັ້ນນະ".
ປະຊາຊົນ ທີ່ຢູ່ນອກເຂດ ໂຄງການ ພັທນາ ບຶງທາດຫລວງ ເຫັນວ່າ ການພັທນາ ປະເທດ ເປັນເຣື່ອງທີ່ດີ ແຕ່ຖ້າເປັນການ ທໍາລາຍ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລ້ວນັ້ນ ພວກເຂົາເຈົ້າ ກໍບໍ່ເຫັນ ພ້ອມນໍາ ຊຶ່ງກໍຍັງມີ ບາງຄອບຄົວ ທີ່ບໍ່ຍອມ ຍ້າຍອອກ ແຕ່ກໍມີ ປະຊາຊົນ ສ່ວນນຶ່ງ ໄດ້ຂາຍທີ່ດິນ ຂອງຕົນ ແລ້ວຍ້າຍອອກ ເພາະມີ ນັກລົງທຶນ ມາຊື້ຈາກ ປະຊາຊົນ ເອງ ໃນຣາຄາ ເລີ້ມແຕ່ 2 ພັນບາດ ຕໍ່ ຕາຕຣາງແມັຕ ແລະຄາດວ່າ ຣາຄາ ຈະສູງ ຂຶ້ນໄປເລື້ອຍໆ.
ເມື່ອປີ 2009 ຣັຖບານລາວ ໄດ້ໃຫ້ ສັມປະທານ ທີ່ດິນເຂດ ບຶງທາດຫລວງ ແກ່ຈີນ ມາລົງທຶນ ແຕ່ມີບັນຫາ ຂັດແຍ່ງ ກັບ ປະຊາຊົນ ທີ່ບໍ່ຍອມ ໂຍກຍ້າຍ ຈຶ່ງຕ້ອງໄດ້ ຍຸຕິ ໂຄງການນັ້ນລົງ. ປັຈຈຸບັນ ໂຄງການນີ້ ຖືກຟື້ນຟູ ຄືນໃໝ່ ຫລັງຈາກ ທາງການລາວ ໄດ້ ອະນຸມັດ ໃຫ້ ບໍຣິສັດ ຍີ່ປຸ່ນ ອອກແບບ ແຜນພັທນາ ບຶງທາດຫລວງ ໃໝ່ ຊຶ່ງເປັນ ເງື່ອນໄຂ ໃຫ້ກຸ່ມ ບໍຣິສັດ ຈີນ ຟື້ນຟູ ສັນຍາ ຄືນໃໝ່ ແລະໄດ້ຮັບ ສັມປະທານ ທີ່ດິນ ຊຸດທໍາອິດ 365 ເອັກຕາຣ ເພື່ອພັທນາ ແລະວຽດນາມ ໄດ້ 400 ກວ່າ ເອັກຕາຣ ຄືເກົ່າ.
ຍັງບໍ່ມີ ຣາຍງານ ທີ່ແນ່ນອນ ວ່າມີ ປະຊາຊົນ ໄດ້ຮັບຜົລ ກະທົບ ຈາກໂຄງການ ໜ້ອຍຫຼາຍຊໍ່າໃດ.