ເຄືອຂ່າຍຊາວແມ່ນ້ຳຂອງ ໃຫ້ Egat ຍົກເລີກສັນຍາ
ເຄືອຂ່າຍ ຊາວບ້ານ ຕາມລຳ ແມ່ນ້ຳຂອງ ຂອງໄທ ຈະຟ້ອງ ບໍຣິສັດ Egat ໃຫ້ຍົກເລີກ ສັນຍາ ທີ່ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ.
-
ສິດນີ
2012-07-13 -
-
-
Your browser doesn’t support HTML5 audio
ເຄືອຂ່າຍ ຊາວບ້ານ ຈາກ 8 ແຂວງ ລຸ່ມແມ່ນ້ຳຂອງ ຂອງໄທ ຖແລງຂ່າວ ກ່ຽວກັບ ການທີ່ພວກຕົນ ຈະຟ້ອງສານ ປົກຄອງ ເພື່ອໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຫລື Egat ຍົກເລີກ ສັນຍາ ການຊື້ ໄຟຟ້າ ຈາກໂຄງການ ເຂື່ອນ ໄຊຍະບູຣີ. ດ່ັງນາຍ ອິດຕິພົລ ຄຳສຸຂ ແກນນຳ ຂອງເຄື່ອຂ່າຍ ກ່າວກ່ຽວກັບ ການຟ້ອງສານ ໃນວັນທີ 13 ກໍຣະກະດາ ທີ່ບາງກອກ ວ່າ:
"ເຄືອຂ່າຍເຫັນວ່າ ການໄຟຟ້າ ຝ່າຍຜລິດ ແລະ ຫນ່ວຍງານອື່ນໆ ທີ່ມີສ່ວນ ກ່ຽວຂ້ອງ ໃນການ ຕັດສີນໃຈ ເຮັດສັນຍາ ສຳຄັນ ໂດຍບໍ່ໄດ້ ເຮັດຫນ້າທີ່ ຂອງຕົນ ໃນການແຈ້ງ ຂໍ້ມູນ ແລະ ປຶກສາຫາລື ກັບ ສາທາຣະນະ ແລະ ບໍ່ປະເມີນ ຜົລກະທົບ ທີ່ຈະເກີດຂື້ນ ຈື່ງຖືວ່າ ເປັນການລະເມີດ ສິດທິ ຕາມສັນຍາ ທີ່ໄດ້ບັນຍັດ ໄວ້ໃນ ຣັຖທັມມະນູນ ຂອງ ປະເທດໄທ ແລະ ກົດຫມາຍ ອື່ນໆ".
ແກນນຳ ຄົນອື່ນໆ ກ່າວວ່າ ຊາວບ້ານ ແຄມຂອງ ຂອງໄທ ໄດ້ພຍາຍາມ ຄັດຄ້ານ ໂຄງການນີ້ ມາເປັນເວລາ ດົນນານ ເພາະເຊື່ອວ່າ ຖ້າເຂື່ອນ ຖືກສ້າງ ຈະສົ່ງຜົລ ກະທົບ ຕໍ່ສິ່ງແວດ ລ້ອມ ແລະ ວິຖິຊີວີດ ຂອງ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ຢ່າງໃຫຍ່ຫຼວງ ບໍ່ວ່າຈະຢູ່ ໃນໄທ ໃນລາວ ແລະ ປະເທດລຸ່ມ ແມ່ນ້ຳຂອງ. ກຸ່ມດ່ັງກ່າວ ເຫັນວ່າ ຂະບວນການ ການດຳເນີນ ໂຄງການ ເຂື່ອນ ໄຊຍະບູຣີ ນີ້ ເປັນການ ບໍ່ຖືກຕ້ອງ ຕາມກົດຫມາຍ ແຕ່ບໍ່ມີ ຫນ່ວຍງານໃດ ຂອງ ຣັຖບານໄທ ເຂົ້າມາ ດຳເນີນການ ແກ້ໄຂ ດັ່ງນັ້ນ ປະຊາຊົນ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ຈື່ງໄດ້ຟ້ອງສານ ໃຫ້ບໍຣິສັດ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນດັ່ງກ່າວ.
ກຸ່ມເຄືອຂ່າຍ ຊາວບ້ານ ຈະມາລວມໂຕ ກັນອີກໃຫມ່ ໃນມື້ວັນທີ 23 ກໍຣະກະດາ ເພື່ອຍື່ນຫນັງສື ຕໍ່ສານ ທີ່ບາງກອກ. ນອກຈາກນີ້ ກຸ່ມດ່ັງກ່າວ ຍັງຈະຮຽກຮ້ອງ ຕໍ່ສານໄທ ໃຫ້ຄວບຄຸມ ຄະດີນີ້ໃວ້ ເພື່ອໃຫ້ມີການ ສລໍຕົວ ໃນການກໍ່ສ້າງ ປະເພດຕ່າງໆ ໃນພື້ນທີ່ ກ່ອນການ ຕັດສີນ ຄະດີ ຈະສີ້ນສຸດລົງ ແລະ ເພື່ອຫລີກເວັ້ນ ບັນຫາອື່ນໆ ທີ່ຈະເກີດຂື້ນ ຖ້າມີການ ເດີນຫນ້າ ໃນການສ້າງ ເຂື່ອນ ໃນຊ່ວງ ທີ່ມີການ ດຳເນີນຄະດີ.