48 ແຂວງໃນໄທ ກໍາລັງແຫ້ງແລ້ງ

ກົມປ້ອງກັນ ແລະ ບັນເທົາ ສາທາຣະນະພັຍ ຂອງໄທ ເປີດເຜີຍ ໃນວັນທີ 1 ພຶສພາ 2012 ນີ້ວ່າມີ 48 ແຂວງ ໄດ້ຖືກປະກາດ ໃຫ້ເປັນ ພື້ນທີ່ ປະສົພພັຍ ແຫ້ງແລ້ງ ຊຶ່ງສ້າງ ຜົນກະທົບ ຕໍ່ 470 ເຂດ ແລະ 32,100 ໝູ່ບ້ານ.


ກົດຟັງສຽງ

ໃນເຂດແຂວງ ທີ່ໄດ້ຮັບ ຜົນກະທົບມີ 17 ແຂວງພາກເໜືອ 19 ແຂວງພາກ ຕາເວັນອອກ ສ່ຽງເໜືອອິສານ 5 ແຂວງໃນພາກກາງ ພາກຕາເວັນອອກ ກໍມີ 7 ແຂວງ ສ່ວນພາກ ຕາເວັນຕົກ ມີພຽງແຂວງ ພູເກັດ ທີ່ໄດ້ຮັບ ຜົນກະທົບ.

ຣະດັບນໍ້າ ໃນຫ້ວຍໜອງ ຄອງບຶງ ຫຼືແມ່ນແຕ່ ເຂື່ອນໃຫຍ່ໆ ກໍໄດ້ບົກ ແຫ້ງລົງ ຢ່າງວ່ອງໄວ ຍ້ອນອຸນຫະພູມ ທີ່ ທະວີສູງຂຶ້ນ ຫລາຍພື້ນທີ່ ໃນປະເທດໄທ ຄວາມຮ້ອນ ຢູ່ຣະຫວ່າງ 37 - 40 degree celcius.
ນອກຈາກ ຄວາມແຫ້ງແລ້ງ ທີ່ສ້າງຄວາມ ເດືອດຣ້ອນ ໃຫ້ 48 ແຂວງນີ້ແລ້ວ ພາຍຸເຂດຮ້ອນ ກໍໄດ້ສ້າງ ຜົນກະທົບ ຮຸນແຮງ ໃນພາກເໜືອ ແລະ ພາກກາງ ຂອງໄທອີກ.

ວັນທີ 30 ເມສາ 2012 ບ້ານເຮືອນ 40 ຫລັງໃນ 6 ໝູ່ບ້ານ ແຂວງພິຈິດ ຖືກລົມພະຍຸ ເຂດຮ້ອນ ພັດຮື້ຫລັງຄາ ເສັຍຫາຍເພພັງ ແຕ່ບໍ່ມີ ລາຍງານ ຜູ້ໄດ້ຮັບ ບາດເຈັບ ສ່ວນຢູ່ແຂວງ ອຸດຕະຣະດິດ ບ້ານເຮືອນ ປະມານ 40 ຫລັງ ກໍໄດ້ຖືກ ລົມພະຍຸ ຣະດູແລ້ງ ພັດຜ່ານ ຈົນເພພັງ ເຊັ່ນດຽວກັນ ໃນຄືນວັນ ອາທິດ ທີ່ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org