ກົດຟັງສຽງ
ນາງ ຕຸ່ນ ເປັນຄົນລາວ ຈາກ ແຂວງ ຈຳປາສັກ ປັດຈຸບັນ ເຮັດວຽກ ເປັນແມ່ບ້ານ ໃນ ປະເທດໄທ ກ່າວກັບ ນັກຂ່າວ ຂອງ ວິທຍຸ ເອເຊັຍ ເສຣີ ວ່າ ຖ້າ ຣັຖບານໄທ ຂື້ນຄ່າ ແຮງງານ ຈາກ ປະມານ 200 ບາດ ເປັນ 300 ບາດ ຕໍ່ມື້, ຄົນງານລາວ ທີ່ເຮັດວຽກ ເປັນແມ່ບ້ານ ຢູ່ໄທ ໃນຂນະນີ້ ພາກັນ ເວົ້າວ່າ ຈະຊັກຊວນ ເອົາພີ່ນ້ອງ ແລະ ຄົນລາວ ອື່ນໆ ໃຫ້ໄປ ເຮັດວຽກ ຢູ່ໄທ ເພາະຈະໄດ້ ເງິນເດືອນຫລາຍ.
ໜັງສືພິມ ພາສາ ອັງກິດ The Nation ຂອງໄທ ຣາຍງານວ່າ ປັດຈຸບັນ ຄົນງານ ຕ່າງດ້າວ ສັນຊາດ ລາວ ພະມ້າ ແລະ ກຳພູຊາ ກຳລັງ ຕື່ນຕົວ ຄິດດີໃຈ ຈະໄດ້ເງິນ ເດືອນສູງ ແລະ ຄິດວ່າ ຈະຊັກຊວນ ໝູ່ຄູ່ ພີ່ນ້ອງ ໃຫ້ເຂົ້າມາ ເຮັດວຽກ ຢູ່ໄທ ຫລາຍຂື້ນ ໃນອະນາຄົດ ອັນໃກ້ໆ ນີ້.
ປັດຈຸບັນ ນັກຊ່ຽວຊານ ນັກທຸຣະກິດ ແລະ ນັກການເມືອງ ໄທ ກຳລັງ ວິພາກ ວິຈານ ກັນຢ່າງໃຫຍ່ ກ່ຽວກັບ ນະໂຍບາຍ ຂອງ ຣັຖບານ ພັກເພື່ອໄທ ທີ່ຈະຂື້ນ ຄ່າແຮງງານ ຕ່ຳສຸດ ເປັນ 300 ບາດ ຕໍ່ມື້ ພາຍໃນ ຕົ້ນປີໜ້າ. ນັກທຸຣະກິດ ສ່ວນຫລາຍ ເວົ້າວ່າ ການຂື້ນ ຄ່າແຮງງານ ຕ່ຳສຸດ ຈະເຮັດໃຫ້ ທຸຣະກິດ ຂນາດນ້ອຍ ລົ້ມລະລາຍ. ສ່ວນນັກ ຊ່ຽວຊານ ບາງຄົນ ເວົ້າວ່າ ຖ້າຂື້ນຄ່າ ແຮງງານ ກໍຕ້ອງຂື້ນ ໃຫ້ແກ່ ຄົນງານ ຕ່າງດ້າວ ເຊັ່ນກັນ. ນັກການເມືອງ ແລະ ນັກເສຖສາຕ ຫລາຍຄົນ ຄິດວ່າ ຣັຖບານໃໝ່ ອາດຈະຂື້ນ ຄ່າແຮງງານ ຕ່ຳສຸດໄດ້ ແຕ່ຕ້ອງຂື້ນ ເທື່ອລະໜ້ອຍ ບໍ່ຄວນຂື້ນ ບາດດຽວ ເປັນ 300 ບາດ.