ໄທກວ້ານຈັບຄົນງານເຖື່ອນ

ທາງການ ແຂວງບູຣີຣັມ ຂອງໄທ ກວດກາ ຈັບຄົນງານ ຕ່າງດ້າວເຖື່ອນ ໄດ້ທັງໝົດ 38 ຄົນ.

ຄົນງານເຖື່ອນ ທີ່ທາງການ ແຂວງບູຣີຣັມ ໄດ້ຈັບຄວບຄຸມ ໂຕໄວ້ໄດ້ ທັງໝົດ38 ຄົນ ຊື່ງມີຄົນງານລາວ ຮວມຢູ່ນໍາ 3 ຄົນ Web77

ເຈົ້າໜ້າທີ່ ຊຸດປາບປາມ ແຮງງານ ຕ່າງດ້າວ ແຂວງ ບູຣີຣັມ ປະເທດໄທ ໄດ້ອອກກວດກາ ຈັບຄວບຄຸມ ແຮງງານ ຕ່າງດ້າວ ທີ່ລັກເຂົ້າມາ ເຮັດວຽກ ຕາມໂຮງງານ ຮ້ານບໍຣິການ ຮ້ານອາຫານ ທີ່ບໍ່ມີໃບ ອະນຸຍາດ ໃຫ້ເຮັດການ 9 ບ່ອນ ແລະຈັບໄດ້ 38 ຄົນ ບາງບ່ອນ ລັກຄ້າ ປະເວນີ ເຈົ້າໜ້າທີ່ ຈຶ່ງຈັບເຈົ້າ ຂອງຮ້ານສົ່ງໄປ ດໍາເນີນຄະດີ ຕາມກົດໝາຍ.

ພາຍໃນເດືອນ ພຶສພາ 2012 ນີ້ ເຈົ້າໜ້າທີ່ ຊຸດປາບປາມ ແຮງງານຕ່າງດ້າວ ແຂວງບູຣີຣັມ ໄດ້ອອກ ປະຕິບັດງານ ກວດຄົ້ນ ຊອກຫາຄົນງານ ຕ່າງດ້າວ ຜິດກົດໝາຍ ໃນ 3 ເມືອງຊຶ່ງມີ ເມືອງບູຣີຣັມ ເມືອງ ພຸທໄທສົງ ແລະເມືອງນາງລອງ ຮວມທັງໝົດ 9 ແຫ່ງ.

ໃນການອອກ ກວດກາເທື່ອນີ້ ເຈົ້າໜ້າທີ່ ໄດ້ຈັບຄົນງານ ເຖື່ອນຈາກ 4 ສັນຊາດ ທັງຊາຍແລະຍິງ ຮວມທັງໝົດ 38 ຄົນ ເປັນຊາວພະມ່າ 21 ຄົນ ກໍາພູຊາ 11 ຄົນ ວຽດນາມ 3 ຄົນ ແລະຈາກລາວ 3 ຄົນ. ຫລັງຈາກນັ້ນ ເຈົ້າໜ້າທີ່ ກໍສົ່ງໃຫ້ ພະນັກງານ ສອບສວນ ເພື່ອດໍາເນີນຄະດີ ໃນຂໍ້ຫາ “ຄົນຕ່າງດ້າວ ເຂົ້າໄທໂດຍ ບໍ່ມີໃບ ອະນຸຍາດ ຫລື ໃບອະນຸຍາດ ໝົດອາຍຸ ຫລື ຖືກຖອດຖອນ” ຊຶ່ງຈະຖືກ ປັບໃໝ ປະມານ 2000 ຫາ 1 ແສນບາດ ຈໍາຄຸກ ບໍ່ເກີນ 5 ປີ ກ່ອນທີ່ຈະສົ່ງ ກັບຄືນ ພູມລໍາເນົາ.

ສ່ວນນາຍຈ້າງ ຈະຖືກ ດໍາເນີນຄະດີ ຂໍ້ຫາ “ຮັບຄົນຕ່າງດ້າວ ຜິດກົດໝາຍ ເຂົ້າເຮັດການ ໃນປະເທດ” ຕ້ອງຖືກປັບໃໝ ປະມານ 10 ພັນຫາ 1 ແສນບາດ ຕໍ່ຄົນງານ ຕ່າງດ້າວ 1 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org