ໄທຍັງບໍ່ໄດ້ຄໍາຢືນຢັນ ຈາກລາວເຣື່ອງຈັບທ້າວຈາຍ

ເຈົ້າໜ້າທີ່ໄທ ຍັງບໍ່ໄດ້ຮັບ ການຢືນຢັນ ຈາກທາງການລາວ ເຣື່ອງການ ຈັບກຸມ ຫົວໜ້າ ຄ້າຢາເສພຕິດ ທ້າວຈາຍ ໜໍ່ຄໍາ.

ໂສມໜ້າຂອງ ທ້າວຈາຍໜໍ່ຄໍາ ຫົວໜ້າ ຄ້າຢາເສພຕິດ ຣະດັບຂ້າມຊາຕ ທີ່ມີຂ່າວວ່າຖືກ ທາງການລາວ ຈັບໄດ້ແລ້ວ Chiangmai

ກົດຟັງສຽງ

ເຈົ້າໜ້າທີ່ ຕໍາຣວດ ເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທ ເປີດເຜີຍວ່າ ກໍຣະນີ ສື່ມວລຊົນ ໄທ ໄດ້ສເນີຂ່າວ ວ່າທາງການລາວ ສາມາດຈັບ ທ້າວຈາຍໜໍ່ຄໍາ ນັກຄ້າ ຢາເສພຕິດ ລາຍໃຫຍ່ ຢູ່ ແຂວງບໍ່ແກ້ວ ໃນວັນທີ 26 ເມສາ 2012 ໄດ້ແລ້ວນັ້ນ ທາງເຈົ້າໜ້າທີ່ ຕໍາຣວດ ເມືອງຊຽງຂອງ ກໍໄດ້ ພຍາຍາມຕິດຕໍ່ ສອບຖາມໄປຍັງ ທາງການລາວ ແຕ່ຮອດ ປັດຈຸບັນ ຍັງບໍ່ທັນໄດ້ ຮັບການຢືນຢັນ ຈາກ ທາງການລາວ ແຕ່ຢ່າງໃດ ເລີຍ ຮູ້ພຽງແຕ່ວ່າ ຕໍ່ໄປນີ້ ທາງການລາວ ແລະ ຈີນ ຈະຕິດຕໍ່ພົວພັນ ກັນເອງ. ດັ່ງເຈົ້າໜ້າທີ່ ຕໍາຣວດ ເມືອງຊຽງຂອງ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ຮູ້ສຶກວ່າ ທາງຂັ້ນເທິງ ຣັຖບານເຂົາ ປະສານງານ ກັນເອງແລ້ວ ກໍຫາຂ່າວບໍ່ໄດ້ ເພາະວ່າໂຕມັນ ໄປຮອດໃສແລ້ວ ກະບໍ່ຈັກ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ກ່ຽວກັບເຣື່ອງ ທີ່ເກີດຂຶ້ນ ຍັງບໍ່ຮູ້ເລີຍວ່າ ທາງການລາວ ຈະເປີດເຜີຍ ຊີ້ແຈງຫລືບໍ່ ຊຶ່ງທາງໄທ ກໍຕ້ອງໄດ້ເພິ່ງ ທາງຝ່າຍລາວ ເທົ່ານັ້ນ ເພາະທາງລາວ ສາມາດຕິດຕໍ່ ພົວພັນ ປະສານງານ ກັບທາງການຈີນ ໄດ້ໂດຍກົງ. ນອກຈາກນັ້ນ ທາງການໄທ ຍັງບໍ່ຮູ້ວ່າ ທາງການຈີນ ຈະສົ່ງໂຕ ທ້າວຈາຍໜໍ່ຄໍາ ໃຫ້ທາງການໄທ ສືບສວນ ຫລັງຈາກຈີນ ຫລືບໍ່.

ເຈົ້າໜ້າທີ່ໄທ ເວົ້າຕໍ່ໄປວ່າ ກໍຣະນີ ການຈັບ ທ້າວຈາຍໜໍ່ຄໍາ ເປັນເຣື່ອງທີ່ ສລັບຊັບຊ້ອນ ແລະ ມີເງື່ອນງໍາຫລາຍ ໂດຍທີ່ທາງໄທ ສົງໄສວ່າ ທ້າວຈາຍໜໍ່ຄໍາ ເປັນນັກຄ້າ ຢາເສພຕິດ ລະດັບໂລກ ເປັນຫຍັງຈຶ່ງ ຖືກຈັບໄດ້ງ່າຍ ໂດຍບໍ່ມີການ ຕໍ່ສູ້ ຈຶ່ງເປັນເຣື່ອງ ຜິດສັງເກດ ຊຶ່ງຕ້ອງລໍຖ້າ ການພິສູດ ຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org