ຊ້າງ Sumatra ຈະສູນພັນ

ຊ້າງ Sumatra ອາດສູນພັນ ພາຍໃນ 30 ປີ ຕາມຄວາມເຕືອນ ຂອງ ກອງທຶນ ສັຕປ່າ.


ກົດຟັງສຽງ

ຊ້າງ Sumatra ທີ່ຢູ່ໃນປ່າ ອາດຈະສູນພັນ ພາຍໃນລະຍະ ບໍ່ເຖິງ 30 ປີ ນອກຈາກວ່າ ຈະມີການ ສັ່ງຫາມ ທັນທີ ບໍ່ໃຫ້ທຳລາຍ ບ່ອນຢູ່ ຂອງສັຕ ດັ່ງກ່າວ ກຸ່ມອະນຸຮັກ ສິ່ງແວດລ້ອມ ທີ່ມີຊື່ວ່າ ກອງທຶນ ເພື່ອ ສັຕປ່າ ຫລື WWF ອອກປະກາດ ເຕືອນ ໃນມື້ວັນ ອັງຄານນີ້.

WWF ຍັງເວົ້າຕື່ມວ່າ ປັດຈຸບັນ ມີຊ້າງເຫລືອ ຢູ່ໃນປ່າ ຣະຫວ່າງ 2400 ຫາ 2800 ໂຕ ໃນເກາະ Sumatra ຂອງ Indonesia ຊຶ່ງໝາຍຄວາມວ່າ ຈຳນວນ ໄດ້ຫລຸດລົງ ເຄິ່ງນຶ່ງ ຕັ້ງແຕ່ປີ 1985 ເປັນຕົ້ນມາ.
ສາຫະພັນ ສາກົນ ເພື່ອການ ປົກປັກ ຮັກສາ ທັມມະຊາຕ ຫຼື IUCN ຍັງໃດ້ຈັດ ປະເພດຊ້າງ Sumatra ໃໝ່ຈາກ ຢູ່ໃນອັນ ຕລາຍ ເປັນຢູ່ໃນຂັ້ນ ຄັບຂັນ ຂອງສັຕທີ່ຕົກ ຢູ່ໃນຖານະ ທີ່ຈະສູນພັນ ນອກຈາກຊ້າງ ແລ້ວ ໃນເກາະ Sumatra ຍັງມີສັຕ ອື່ນອີກ ທີ່ຕົກຢູ່ ໃນຂັ້ນຄັບຂັບ ເຊັ່ນກັນ ຄື ລີງ Orangutan ແລະ ແຮດເປັນຕົ້ນ.

WWF ເວົ້າວ່າ ການທີ່ ຈຳນວນ ສັຕປ່າ ມີໜ້ອຍລົງ ນັ້ນກໍເປັນ ເພາະມີການ ຕັດໄມ້ ທຳລາຍປ່າ ຫລາຍຂຶ້ນ ເພື່ອປູກພືດ ອຸດສາຫະກັມ ເຮັດໃຫ້ ສັຕປ່າ ມີບ່ອນຢູ່ ອາໄສໜ້ອຍລົງ ໄປນໍາທຸກມື້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org