ໄກ່ເໜົ່າຈາກໄທ ຍັງນໍາເຂົ້າລາວ

ກົມ ການຄ້າ ຕ່າງປະເທດ ກະຊວງ ອຸດສາຫະກັມ ເປີດເຜີຍວ່າ ປະເທດລາວ ຍັງບໍ່ທັນ ໄດ້ສັ່ງຫ້າມ ນໍາເຂົ້າ ອາຫານ ປະເພດ ຊີ້ນ ໄກ່ ຈາກ ປະເທດໄທ.

ມີໄກ່ເໜົ່າ ທີ່ຖືກນໍາເຂົ້າ ມາໃນລາວ ໃຫ້ພາກັນຣະວັງ Image Source Page: lifeinanarv.blogspot.com

ກົດຟັງສຽງ

ໃນລະຍະ ທີ່ມີ ຂ່າວວ່າ ໂຮງງານ ໃນ ປະເທດໄທ ບາງແຫ່ງ ຊື້ ໄກ່ເນົ່າ ຈາກຟາມ ລ້ຽງໄກ່ ມາຕັດ ເປັນຕ່ອນ ສົ່ງອອກ ຂາຍ:

 "ໄດ້ຂ່າວ ຢູ່ ແຕ່ວ່າ ເຮົາຍັງ ບໍ່ທັນ ມີອັນໃດ ອອກໄປ ບໍ່ໄດ້ ຫ້າມນະ ກໍຍັງມີ ນໍາເຂົ້າຢູ່ ກໍປົກກະຕິ ເປັນເຄື່ອງ ໄນໄກ່ ເປັນຫຍັງລະ ເປັນໄກ່ ເປັນ ຊີ້ນສ່ວນ ກໍເຂົ້າມາ".

ເມື່ອວັນທີ 12 ມີຖຸນາ ຜ່ານມານີ້ ສໍານັກຂ່າວ ຫລາຍແຫ່ງ ໃນປະເທດ ໄທ ໄດ້ ລາຍງານ ວ່າ ເຈົ້າໜ້າທີີ່ ຕໍາຣວດໄທ ໄດ້ກວດ ເຫັນຊີ້ນ ໄກ່ເນົ່າ ປະມານ 8 ໂຕນ ຢູ່ໃນ ໂຮງງານ ແຫ່ງນື່ງ ໃນເຂດເມືອງ ປາກຊ່ອງ ແຂວງນະຄອນ ຣາຊສີມາ. ເຮັດໃຫ້ທາງ ການກໍາພູຊາ ສັ່ງຫ້າມ ນໍາເຂົ້າ ອາຫານ ປະເພດ ຊີ້ນໄກ່ ທັງໝົດຈາກ ປະເທດໄທ. ຂ່າວຍັງ ລາຍງານ ຕໍ່ໄປວ່າ ກ່ອນເຈົ້າໜ້າທີ່ ກວດເຫັນນີ້ ພົບວ່າ ມີຄົນ  ຫາເລາະ ຊື້ໄກ່ຕາຍ ຢູ່ໃນຟາມ ຫລາຍແຫ່ງ ໃນພາກ ຕະເວັນອອກ ສ່ຽງເໜືອ ເພື່ອນໍາ ໄປຄົວ ແລ້ວ ແຊ່ຢາຟໍໂມນ ກ່ອນຂາຍສົ່ງ ໃຫ້ຮ້ານ ອາຫານ ແລະ ໂຮງງານ ຜລິດອາຫານ.

ປັດຈຸບັນ ໂຮງງານ ທີ່ເຮັດ ທຸຣະກິດ ຄົວໄກ່ ເນົ່າຂາຍນີ້ ຖືກປິດ ແລະ ນໍາໂຕ ເຈົ້າຂອງ ໂຮງງານ ໄປດໍາເນີນ ຄະດີແລ້ວ, ແຕ່ວ່າ ເຈົ້າໜ້າທີ່ ມີຄວາມ ເປັນຫ່ວງ ຢ້ານວ່າ ຍັງມີ ໄກ່ເນົ່າ ຈໍານວນ ຫລວງຫລາຍ ທີ່ ສົ່ງອອກຂາຍ ກ່ອນແລ້ວນັ້ນ ຄ້າງຄາ ຢູ່ໃນຮ້ານປຸງແຕ່ງ ອາຫານ ຫລື ຮ່າງຮ້ານ ຂາຍອາຫານ ປະເພດຕ່າງໆ.

 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org